ເລກລຳດັບທີ: 2442
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2025-04-19

ໝູລາດ
Domestic Pig

Sus scrofa subsp. Scrofa


ສັດ
ສັດລ້ຽງລູກດ້ວຍນົມ

1 / 1
Image 1


ຊື່ທ້ອງຖີ່ນ:

ຊື່ພ້ອງ :
Sus domesticus Erxleben, 1777

ຊື່ສະກຸນ:
Suidae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ພັນໝູແບ່ງອອກເປັນ 3 ປະເພດຕາມການໃຊ້ປະໂຫຍດຄື:
  1.  ປະເພດມັນ: ເປັນໝູຮູບຮ່າງສັນ, ຕຸ້ຍກົມ, ມີນໍ້າມັນຫຼາຍ, ກົ້ນນ້ອຍ, ໃຫ່ຍຊ້າ ເຊັ່ນ ໝູພັນພື້ນເມືອງໃນເຂດອາຊີ
  2.  ປະເພດຊີ້ນ: ຮູບຮ່າງຈະສັນກວ່າພັນເບຄອນ, ບ່າ ແລະ ກົ້ນໃຫຍ່, ລຳໂຕໜາ ແລະ ສູງ ໄດ້ແກ່ພັນ
ດູລັອກເຈີຊີ, ພັນເບີເຊຍ ແລະ ແຮມເຊຍ ເປັນຕົ້ນ.
  3.  ປະເພດເບຄອນ: ຮູບຮ່າງໃຫ່ຍ, ລຳໂຕຍາວ, ມີຊີ້ນຫຼາຍ, ໄຂມັນໜ້ອຍ, ຄວາມໜາ ແລະ ຄວາມໜາຂອງລຳໂຕນ້ອຍກວ່າປະເພດຊີ້ນໄດ້ແກ່ ພັນແລນເລດ ແລະ ລາຣໄວທ໌ ເປັນຕົ້ນ.

ພັນໝູຈາກຕ່າງປະເທດ ແລະ ພັນພື້ນເມືອງທີ່ນິຍົມລ້ຽງອາຊີຕາເວັນອອກສ່ຽງໃຕ້ມີດັ່ງນີ້:
  1. ພັນລາຣໄວທ໌ (Large White)
ມີຖິ່ນກຳເນີດໃນປະເທດອັງກິດ, ມີສີຂາວ, ຫູຕັ້ງ, ລຳໂຕຍາວ, ກະດູກໃຫຍ່, ໂຄງໃຫຍ່, ໜ້າສັ້ນ, ຫົວໃຫຍ່ ເມື່ອໃຫຍ່ເຕັມທີ່ ນໍ້າໜັກປະມານ 200-250 ກິໂລກຼາມ, ໃຫ້ລູກດົກສະເລ່ຍ 9-10 ໂຕ, ລ້ຽງລູກເກັ່ງ, ເຊົານົມສະເລ່ຍ 8-9 ໂຕ, ມີຄວາມແຂງແຮງ ຈະເລີນເຕີບໃຫຍ່ໄວ, ພັນນີ້ເໝາະສົມທີ່ຈະໃຊ້ເປັນທັງສາຍພໍ່ພັນ ແລະ ແມ່ພັນ.
ໝູສາຍພັນລາຣໄວທ໌ ຮູບພາບຈາກ http://mmintncld.blogspot.com  2. ພັນແລນເລດ (Landrace)
ມີຖິ່ນກຳເນີດຈາກປະເທດເດນມາກ, ມີສີຂາວ, ຫູປົກ, ໜ້າຍາວ, ລຳໂຕຍາວ, ມີກະດູກຂ້າງຫຼາຍເຖິງ 16-17 ຄູ່(ໝູປົກກະຕິມີກະດູກຂ້າງ 15-16 ຄູ່) ໃຫຍ່ເຕັມທີນໍ້າໜັກປະມານ 200-250 ກິໂລກຼາມ,ໃຫ້ລູກດົກສະເລ່ຍ 9-10 ໂຕ, ລ້ຽງລູກເກັ່ງ, ເຊົານົມສະເລ່ຍ 8-9 ໂຕ, ມີຂໍ້ເສຍຄື ອ່ອນແອ, ມັກຈະມີບັນຫາເລື່ອງຂາອ່ອນ ຂາບໍ່ແຂງແຮງ, ແກ້ໄຂໂດຍຕ້ອງລ້ຽງດ້ວຍອາຫານທີ່ມີຄຸນນະພາບດີ, ພັນນີ້ເໝາະສົມທີ່ຈະໃຊ້ເປັນສາຍແມ່ພັນ.
ພັນແລນເລດ (Landrace) ຮູບພາບຈາກ http://mmintncld.blogspot.com  3. ພັນດູຣັອກເຈີຊີ (Doroc Jerse)
ມີຖິ່ນກຳເນີດຈາກປະເທດອາເມລິກາ ມີສີແດງ, ມີຫູປົກເປັນສ່ວນຫຼາຍ, ລຳໂຕສັ້ນກວ່າແລນເລດ ແລະ ລາຣໄວທ໌, ລຳໂຕໜາ, ຫຼັງໂຄ້ງ, ໃຫຍ່ເຕັມທີ່ນໍ້າໜັກປະມານ 200-250 ກິໂລກຼາມ,ເປັນໝູທີ່ໃຫ້ລູກບໍ່ດົກ ສະເລ່ຍ 8-9 ໂຕ, ລ້ຽງລູກບໍ່ເກັ່ງ, ເຊົານົມສະເລ່ຍ 6-7 ໂຕ, ລູກໝູຫຼັງຈາກ 2 ເດືອນໄປແລ້ວຈະເລີນເຕີບໃຫຍ່ໄວ ມີຄວາມແຂງແຮງ ທົນທານຕໍ່ສະພາບອາກາດທຸກຊະນິດ ນິຍົມໃຊ້ເປັນສາຍພໍ່ພັນເພື່ອຜະລິດລູກປະສົມ ຈະໄດ້ລູກປະສົມທີ່ສວຍງາມ ແຜ່ນຫຼັງກວ້າງ ຈະເລີນເຕີບໃຫຍ່ໄວ.
ພັນດູຣັອກເຈີຊີ (Doroc Jerse) ຮູບພາບຈາກ www.britannica.com  4. ພັນເປີຍແຕຣງ (Pietrain Pig)
ມີຖິ່ນກຳເນີດຈາກປະເທດເບວຢ້ຽມ ມີສີດຳຂາວເຫຼືອງ ລາຍສະຫຼັບ, ເປັນໝູທີ່ມີຮູບຮ່າງງາມ, ມີກ້າມຊີ້ນເປັນມັດໆ, ແຜ່ນຫຼັງກວ້າງເປັນປີກໆ, ກົ້ນເຫັນຊັດເຈນ, ໃຫຍ່ເຕັມທີນໍ້າໜັກປະມານ 150-200 ກິໂລກຼາມ, ມີເປີເຊັນຊີ້ນແດງສູງຫຼາຍ, ມີຂໍ້ເສຍຄື ຕື່່ນຕົກໃຈຊັອກຕາຍງ່າຍ ແລະ ໃຫ່ຍຊ້າ, ປະຈຸບັນນິຍົມໃຊ້ປະສົມຂ້າມພັນ ເປັນພໍ່ພັນໃນການຜະລິດໝູຂຸນ.
ພັນເປີຍແຕຣງ (Pietrain Pig) ຮູບພາບຈາກ moopakchong  5. ພັນພື້ນເມືອງ (native variety)
ລັກສະນະໂດຍທົ່ວໄປຈະມີຂົນສີດຳ, ທ້ອງຍານ, ຫຼັງແອນ, ຈະເລີນເຕີບໃຫຍ່ຊ້າ, ໃຫ້ລູກດົກ ແລະ ລ້ຽງລູກເກັ່ງ ຈະມີຊື່ເອີ້ນຕ່າງກັນໄປຕາມທ້ອງຖິ່ນເຊັ່ນ: ໝູພັນໄຫຫຼໍາ, ພັນຄວາຍ, ພັນລາດ, ພັນພວງ, ແລະ ໝູປ່າ ເປັນຕົ້ນ.  •  ໝູພັນໄຫຫຼໍາ ພາກເໜືອ ແລະ ພາກກາງ, ມີສີດຳປົນຂາວ, ຕາມລຳໂຕຈະມີສີດຳ ທ້ອງມັກຈະມີສີຂາວ, ດັງຍາວ ແລະ ແອ່ນໜ້ອຍໜື່ງ, ຄາງຍ້ອຍ, ບ່າກ້ວາງ, ຫັຼງແອນ, ກົ້ນນ້ອຍ ມີອັດຕາການຈະເລີນເຕີບໃຫ່ຍ ແລະ ການສຶບພັນໄດ້ດີກວ່າໝູພັນພື້ນເມືອງອື່ນໆ, ແມ່ໝູໃຫຍ່ເຕັມທີ່ ປະມານ 100-120 ກິໂລກຼາມ.
ໝູນພັນພື້ນເມືອງ ຮູບຈາກ: ຂາຍເປັດ ຫຼວງພະບາງ  •  ໝູພັນລາດ ຫຼື ພັນພວງ, ມີຂົນສີດຳຕະຫຼອດໂຕ ມີສີຂາວປົນແຊມໜ້ອຍໜື່ງ, ດັງຍາວ, ລຳໂຕສັ້ນປ້ອມ, ຫັຼງແອນ, ໃບຫູຕັ້ງນ້ອຍ, ຜິວໜັງຫຍາບ, ແມ່ໝູໃຫ່ຍເຕັມທີ່ ປະມານ 80-100 ກິໂລກຼາມ.
ໝູລາດ ຫຼື ພັນພວງ ຮູບຈາກ: ຂາຍເປັດ ຫມູລາດ  •  ໝູພັນຄວາຍ ມີລັກສະນະຄ້າຍພັນໄຫຫຼໍາ ແຕກຕ່າງກັນທີ່ພັນຄວາຍຈະມີສີດຳ, ມີຫູໃຫ່ຍປົກໜ້ອຍໜື່ງ, ມີຮອຍຍົ່ນຕາມລຳໂຕ, ເປັນໝູທີ່ມີຂະໜາດໃຫຍ່ກວ່າພັນພື້ນເມືອງອື່ນໆ, ແມ່ໝູໃຫຍ່ເຕັມທີ່ ປະມານ 100-125 ກິໂລກຼາມ.

  •  ໝູປ່າ ມີຂົນຫຍາບແຂງ ສີນໍ້າຕານເຂັ້ມ ຫຼື ສີດຳເຂັ້ມ ຫຼື ສີດອກເລົາ, ໜັງໜາ, ໜ້າຍາວ, ດັງຍາວ ແລະ ແຫຼມກວ່າໝູພື້ນເມືອງ, ຂານ້ອຍ ແລະ ຈ່ອຍ, ເບິ່ງວ່ອງໄວ, ທີ່ພົບມີຢູ່ 2 ພັນຄື: ພັນໜ້າຍາວ ແລະ ພັນໜ້າສັ້ນ, ແມ່ໝູໃຫ່ຍເຕັມທີ່ ປະມານ 80 ກິໂລກຼາມ.
ໝູປ່າຮູບຈາກ: zoothailand

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ

ບັນຍາຍການນຳໃຊ້:

ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: