ເລກລຳດັບທີ: 2426
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2025-04-19

ນົກກະທາ
Common Quail

Coturnix coturnix (Linnaeus, 1758)


ສັດ
ສັດປີກ

1 / 1
Image 1


ຊື່ທ້ອງຖີ່ນ:
Chinese: 鹌鹑 Khmer: សត្វក្រួច Thai: นกกระทา Viet: Chim cút

ຊື່ພ້ອງ :

ຊື່ສະກຸນ:
Phasianidae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ນົກກະທາເປັນພວກນົກຍ້າຍຖິ່ນ ມີການລ້ຽງຢູ່ທົ່ວໄປໃນ ອາຊີ, ສະຫະລັດອາເມລິກາ, ເອີຣົບ ແລະ ອາຟຼີກກາ, ພັນນົກກະທາ ທີ່ສຳຄັນ ແລະ ເປັນທີ່ຮູ້ຈັກກັນແພ່ຫລາຍທົ່ວໂລກໄດ້ແກ່:
1.    ນົກກະທາຍີ່ປຸ່ນ Japanese quail (Coturnix coturnix japonica)
2.    ນົກກະທາເວີຈິເນັຍ Bobwhite quail (Colinus virginianus).
3.    ນົກກະທາແຄລິຟໍເນັຍ California quail (Lophortyx California).
4.    ນົກກະທາເອີຣົບ European quail (Coturnix coturnix coturnix).
ນົກກະທາທີ່ນິຍົມລ້ຽງສ່ວນຫລາຍຄືນົກກະທາຍີ່ປຸ່ນ (Japanese Quail) ຫລື ມີຊື່ທາງວິທະຍາສາດວ່າ: Coturnix  coturnix  japonica ເປັນນົກທີ່ທົນທານຕໍ່ສະພາບແວດລ້ອມ ແລະ ລ້ຽງງ່າຍ, ເຊິ່ງມີ 3 ສີຄື: ສີລາຍດຳປົນຂາວ, ສີທອງ ແລະ ສີຂາວ, ແຕ່ນົກທຸກຊະນິດຈະໃຫ້ໄຂ່ທີ່ມີເປືອກສີຄືກັນເປັນລາຍດ່າງລັກສະນະປະຈຳພັນສັດ: ທັງເພດຜູ້ ແລະ ເພດແມ່ ມີຂົນສີນໍ້າຕານເທົາ, ປາກສີເຫລືອງປົນດຳ, ແຄ່ງຂາວເຖິງເຫລືອງ, ເພດແມ່ເມື່ອອາຍຸ 42 ວັນນໍ້າໜັກສະເລ່ຍ 108 ກລາມ, ອາຍຸເມື່ອໃຫ້ໄຂ່ທຳອິດ 45 ວັນ, ຈາກນັ້ນອີກ 2 ອາທິດກໍ່ສາມາດຜະລິດໄຂ່ໄດ້ເຖິງ 50 % ຂອງຝູງ, ນໍ້າໜັກໄຂ່ສະເລ່ຍໜ່ວຍລະ 8.1 ກລາມ, ອາຍຸການຟັກໄຂ່ 16-19 ວັນ, ນໍ້າໜັກແລກເກີດ 6.8 ກລາມ, ເມື່ອໃຫ່ຍເຕັມທີປະມານ 140 ກລາມ (ອາຍຸປະມານ 50 ວັນ), ໃຫ້ໄຂ່ດົກປະມານ 300 ໜ່ວຍຕໍ່ປີ.
Japanese quail
Bobwhite quail
European quail
California quail

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ

ບັນຍາຍການນຳໃຊ້:

ນົກກະທາເປັນສັດປີກຊະນິດໜື່ງທີ່ນິຍົມລ້ຽງກັນຢ່າງແພ່ຫລາຍ ເຖິງວ່າຈຳນວນປະຊາກອນຂອງນົກກະທາບໍ່ຫລາຍເທົ່າເປັດ ແລະ ໄກ່ກໍ່ຕາມ ແຕ່ການລ້ຽງເປັນອາຊີບ ແລະ ເຄີ່ງອາຊີບເລີ່ມແພ່ຂະຫຍາຍຫລາຍຂື້ນ ເນື່ອງຈາກການລົງທຶນຕໍ່າ ແຕ່ຜົນຕອບແທນກັບຄືນໄວ,ປະຈຸບັນນົກກະທາຖືກລ້ຽງເປັນສັດເສດຖະກິດ ໂດຍການນຳເອົາຊີ້ນ ແລະ ໄຂ່ ມາບໍລິໂພກ,ແປຮູບເປັນໄຂ່ນົກກະທາກະປ໋ອງສົ່ງອອກໄປຈຳໜ່າຍຕ່າງປະເທດເປັນຈຳນວນຫລາຍ,ອີກທັງຂີ້ຂອງນົກກະທາຍັງເປັນທີ່ສົນໃຈ ແລະ ຕ້ອງການຂອງຊາວກະສິກອນ ເພື່ອນຳມາເປັນປຸຍໃສ່ພືດຜັກ,ນົກກະທາຈຶ່ງໄດ້ຮັບຄວາມນິຍົມໃນການລ້ຽງເປັນສັດເສດຖະກິດ.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
ສຳນັກງານພັດທະນາພັນສັດ, ກົມລ້ຽງສັດ. (2021). ຄູ່ມືການລ້ຽງນົກກະທາບາງປະກົງ. ກຸ່ມວິໄຈ ແລະ ພັດທະນາສັດປິກ, ສຳນັກງານພັດທະນາພັນສັດ, ກົມລ້ຽງສັດ.
ສາກົນ ສຣີນາ (2559). ການລ້ຽງນົກກະທາ (Japanese quail). ໂຄງການສູນຄວາມຮູ້ກິນໄດ້, ສຳນັກງານບໍລິການ ແລະ ພັດທະນາອົງຄວາມຮູ້. http://www.okmd.or.th/upload/pdf/2560/KC/quail.pdf
Chang, G.B.; Liu X.P.; Chang H.; Chen G.H.; Zhao W.M.; Ji D.J.; Chen R.; Qin Y.R.; Shi X.K.; Hu G.S. (2009). Behavioral differentiation between wild Japanese quail, domestic quail, and their first filial generation. Poultry Science. 88 (6): 1137–1142.


Schmid, I and Wechsler, B. (1997). The behaviour of Japanese quail (Coturnix japonica) kept in semi-natural aviaries. Applied Animal Behaviour Science 55 (1-2): 103-112
Cheng, K.M.; Bennett, D.C. and Mills A.D. (2010). The Japanese quail. https://doi.org/10.1002/9781444318777.ch42

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: