ເລກລຳດັບທີ: 2409
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2025-04-19
ໄກ່ລາດ
Chickens
Gallus gallus domesticus
ສັດ
ສັດປີກ
×
ຊື່ທ້ອງຖີ່ນ:
Khmer: មាន់
Chinese: 鸡
Thai: ไก่
Viet: những con gà
ຊື່ພ້ອງ
:
ຊື່ສະກຸນ:
Phasianidae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ລັກສະນະຂອງສາຍພັນໄກ່ມີດັ່ງນີ້:
1. ໄກ່ອູ່: ອາຍຸໃຫ້ກຳເນີດໄຂ່ທຳອິດ 183 ວັນ, ຜົນຜະລິດໄຂ່ 135 ໜ່ວຍ/ແມ່/ປີ. ນ້ຳໜັກຂອງໄຂ່ໜ່ວຍທຳອິດ 2.035 ກຣາມ ແລະ ນ້ຳໜັກໂຕ ອາຍຸປະມານ 16 ອາທິດ ປະມານ 1,621 ກຣາມ. ລັກສະນະທົ່ວໄປຂອງໄກ່ ສາຍພັນນີ້ຄື ປາກມັກຈະເປັນສີດຳ, ຈະງອຍປາກໃຫຍ່ ໂດຍປາກໃຫຍ່ຄ້າຍ ປາກນົກແກ້ວ, ຈະງອຍປາກ ດ້ານເທິງຈະມີຮ່ອງນ້ຳທັ້ງສອງຂ້າງລະຫວ່າງຮ່ອງນ້ຳຈະເປັນສັນ. ຕາສີແດງຊ້ຳ ຫຼື ຕາສີແດງ. ຫອນເປັນ ຕຸ່ມຂະໜາດໃຫຍ່. ກ້ອງຄາງສີແດງເປັນສ້ອຍຄໍຍາວຮອດເອິກ. ປີກໃຫຍ່ຍາວ, ຂົນຕາມລຳຕົວເປັນສີດຳ, ທາງດ້ານຫຼັງ ແລະ ຄໍມັກເປັນສີແດງ, ຂົນປີກ ແລະ ຫາງກໍ່ເປັນສີດຳ. ກົກຂົນໃຫຍ່, ໜ້າເອິກກວ້າງ ແລະ ກ້າມຊິ້ນແໜ້ນ. ແຄ່ງ, ເລັບ ແລະ ເດືອຍເປັນສີດຳ. ໂຕແມ່ເປັນສີດຽວກັບໂຕຜູ້.
ໄກ່ອູ່2.ໄກ່ໂຢກ: ອາຍຸໃຫ້ກຳເນີດໄຂ່ທຳອິດ 189 ວັນ. ຜົນຜະລິດໄຂ່ 113 ໜ່ວຍ/ແມ່/ປີ. ນ້ຳໜັກໂຕຕອນເກີດໄຂ່ທຳອິດ 1.937 ກຼາມ ແລະ ນ້ຳໜັກໂຕອາຍຸ 16 ອາທິດ 1,530 ກຼາມ. ລັກສະນະທົ່ວໄປຂອງໄກ່ສາຍພັນນີ້ຄື ປາກເປັນສີຂາວອົມເຫຼືອງ ຫຼື ສີງາຊ້າງ, ປາກສັ້ນອວບໃຫຍ່ຄ້າຍປາກນົກແກ້ວ ແລະ ມີຮ່ອງນ້ຳຊັດເຈນ, ກາງປາກເປັນສັນຂ້າງໆເປັນຮ່ອງ. ຕາເປັນຄ້າຍຕາແຫຼວ, ຫົວຕາແຫຼມ, ຕາດຳຄໍ້າ, ຕານ້ອຍຮູບຮີ, ຮອບໆຕາດຳສີຂາວອົມເຫຼືອງ, ຫອນຫິນ ດ້ານເທິງຂອງຫອນບາງລຽບ, ປາຍຫອນຍາວກາຍຕາ, ກົກຫອນໂຄ້ງຕິດກັບຫົວ, ຕຸ່ມສີແດງກັບຫອນນ້ອຍບໍ່ຢ່ອນຍານຮັດກັບໃບໜ້າ. ໜຽງນ້ອຍຕິດກັບເອິກ, ຮູບໃບໜ້າແຫຼມຍາວມີກ້າມຊິ້ນແໜ້ນ, ຜິວໜ້າລຽບເປັນມັນ. ກະໂຫຼກຫົວໜ້າຍາວ. ລັກສະນະເອິກແໜ້ນກົມມີຊິ້ນເຕັມ, ກະດູກເອິກຍາວຊື້. ຫຼັງເປັນແຜ່ນກວ້າງ ມີກ້າມຊິ້ນແໜ້ນ, ຫຼັງລຽບ. ບ່າໄລ່ກວ້າງຍົກຕັ້ງຊື່, ຄໍໃຫຍ່, ກະດູກຄໍຖີ່, ກົກຂາໃຫຍ່ກ້າມຊິິ້ນແໜ້ນ, ແຂງແຮງ. ຜິວໜັງຂາວອົມເຫຼືອງ, ຂາວອົມແດງ, ສີຂົນລຳໂຕດຳຈະມີຂາວແຊກຂ້າງທີ່ຫົວ, ກົກປີກ, ຂໍ້ຂາ, ສ້ອຍຄໍສີເຫຼືອງຊັດເຈັນ, ຍາວເຖິງໜ້າເອິກ. ຂົນຫາງສີຂາວ, ແຂ້ງ ແລະ ເດືອຍຂາວອົມເຫຼືອງຄ້າຍຄືກັບປາກ, ເກັດແຂງແໜ້ນ, ໜາ ແລະ ລຽບ. ເດືອຍໃຫຍ່ແຂງແຮງ, ນິ້ວຍາວ, ເລັບສີຂາວອົມເຫຼືອງທຸກເລັບ ແລະ ບໍ່ມີສີດຳປົນ. ໂຕແມ່ລຳຕົວສີດຳ, ປາກ, ແຄ່ງ, ຫອນ ແລະ ໃບໜ້າສີດຽວກັບໂຕຜູ້.
3. ໄກ່ໂຢກແດງ: ອາຍຸເກີດໄຂ່ໜ່ວຍທຳອິດ 192 ວັນ. ຜົນລະລິດໄຂ່ 109 ໜ່ວຍ/ແມ່/ປີ. ນໍ້ຳໜັກໂຕເມື່ອໃຫ້ໄຂ່ໜ່ວຍທຳອິດ 1,843 ກຼາມ ແລະ ນໍ້າໜັກຕົວອາຍຸ 16 ອາທິດ 1,507 ກຼາມ. ລັກສະນະປະຈຳພັນ ມີຂົນລຳຕົວ, ໜ້າເອິກ, ສ້ອຍຄໍ, ຫຼັງສີແດງ, ຂົນຫາງສີແດງດຳແຊກຂາວ, ປາກ-ແຂງສີເຫຼືອງຫອນຖົ່ວ, ເປືອກໄຂ່ສີຂາວນວນ.
ໄກ່ຕີແດງຫາງດຳ4. ໄກ່ໂຢກຂາວ: ອາຍຸເກີດໄຂ່ໜ່ວຍທຳອິດ 224 ວັນ. ຜົນຜະລິດໄຂ່ 116 ໜ່ວຍ/ແມ່/ປີ. ນ້ຳໜັກຕົວໃຫ້ໄຂ່ໜ່ວຍທຳອິດ 1,706 ແລະ ນ້ຳໜັກຕົວອາຍຸ 16 ອາທິດ 1,507 ກຼາມ. ໂຕແມ່ລັກສະນະໂດຍທົ່ວໄປຄ້າຍໂຕຜູ້, ຂົນລຳໂຕ, ຂົນຄໍ ແລະ ຂົນຫາງສີຂາວ, ຂົນປິດຫູສີຂາວ, ໜ້າສີແດງ, ຕາສີເຫຼືອງ, ປາກ ແລະ ແຂ້ງສີເຫຼືອງ ຫຼື ຂາວອົມເຫຼືອງ, ຜິວໜັງສີຂາວອົມເຫຼືອງ, ຫອນຖົ່ວ ຫຼື ຫອນຫິນ. ໂຕຜູ້ ຮູບຮ່າງສູງ, ເອິກກວ້າງ, ວ່ອງໄວ, ຂົນລຳຕົວ, ສ້ອຍຄໍ, ສ້ອຍຫຼັງ ແລະ ຂົນຫາງເປັນສີຂາວ. ຂົນປິດຫູຄືໂຕແມ່, ໜ້າແດງ, ຕາສີເຫຼືອງ, ປາກ ແລະ ແຄ່ງສີເຫຼືອງ ຫຼື ຂາວອົມເຫຼືອງ.
ໄກ່ໂຢກຂາວ5. ໄກ່ດຳ: ໂຕຜູ້ນ້ຳໜັກໂຕເຕັມໄວສະເລ່ຍ 2.5-3 ກິໂລ, ມີຄວາມສົມບູນພັນແຂງແຮງທົນທານ ຕໍ່ສະພາບແວດລ້ອມ. ໂຕແມ່ນ້ຳໜັກຕົວເຕັມໄວ 1.5-2 ກິໂລ. ຈະເລີ່ມໄຂ່ເມື່ອອາຍຸ 21-22 ອາທິດ, ໃຫ້ໄຂ່ 3-4 ຊຸດ/ປີ, ຊຸດລະ 15 ໜ່ວຍ, ເປືອກໄຂ່ສີນ້ຳຕານ, ມີຄວາມທົນທານຕໍ່ພະຍາດລະບາດ, ສາມາດຟັກໄຂ່ ແລະ ລ້ຽງລູກໄດ້ເອງ. ລັກສະນະທົ່ວໄປ. ໂຕຜູ້ ແລະ ໂຕແມ່ຈະເປັນສີດຳທົ່ວລຳໂຕ.
ໄກ່ດຳ6. ໄກ່ເຫຼືອງເບຕົງ: ເປັນສາຍພັນຕ່າງປະເທດ, ນ້ຳໜັກໂຕເມື່ອເກີດໄຂ່ໜ່ວຍທຳອິດ 1,690 ກຣາມ, ນ້ຳໜັກໂຕເມື່ອອາຍຸ 16 ອາທິດ 1,610 ກຼາມ, ນ້ຳໜັກເມື່ອໂຕເຕັມໄວ, ໂຕຜູ້ 2,500 ກຼາມ, ໂຕແມ່ 2,000 ກຼາມ. ຜົນຜະລິດໄຂ່ 63 ໜ່ວຍ/ແມ່/ປີ. ຊີິ້ນໜຽວນຸ່ມ, ລົດຊາດດີ, ນິຍົມເຮັດເປັນໄກ່ສັບ, ໄກ່ໜີ້ງ, ໄກ່ຕົ້ມປະສົມສະໜູນໄພ. ລັກສະນະທົ່ວໄປ: ມີຂົນລຳໂຕສີເຫຼືອງອ່ອນທັ້ງສີເຫຼືອງຄຳ, ທັ້ງໂຕຜູ້ ແລະ ໂຕແມ່, ປາກ ແລະ ແຄ່ງສີເຫຼືອງ, ຜິວໜັງສີຂາວ, ຫອນເປັນແຜ່ນຕັ້ງຊື້, ຂອບເທີງເປັນແບບແຂ້ວເລື່ອຍ.
ໄກ່ເຫຼືອງເບຕົງ7. ໄກ່ແຈ້: ລັກສະນະທົ່ວໄປຂອງໄກ່ພັນນີ້ຄ້າຍກັບໄກ່ປ່າ ຄາດວ່າເປັນໄກ່ປ່າທີ່ນຳມາລ້ຽງ, ເກີດໄຂ່ໜ່ວຍທຳອິດເມື່ອອາຍຸ 159 ວັນ ຈະມີນ້ຳໜັກໂຕ ປະມານ 918 ກຼາມ, ນ້ຳໜັກຕົວເມື່ອອາຍຸ 20 ອາທິດ 986.41 ກຼາມ, ຜົນຜະລິດໄຂ່ 81 ໄຂ່/ແມ່/ປີ. ລັກສະນະທົ່ວໄປ: ໂຕຜູ້ ມີຂົນຄໍ ແລະ ຫຼັງສີເຫລືອງເຂັ້ມ, ຂົນລຳໂຕ ແລະ ຫາງມີສີດຳ, ມີຂົນຝອຍສີກົກຫາງ, ຫອກເປັນແຂ້ວເລື່ອຍ, ໜ້າແດງ, ແຄ່ງ ແລະ ປາກມີສີດຳ ຫຼື ເທົາ, ມີຂົນຕຸ້ມຫູສີເຫຼືອງ, ຜິວໜັງຂາວອົມແດງ. ໂຕແມ່ມີຂົນລຳຕົວສີນ້ຳຕານເຫຼືອງ ຫຼື ສີນ້ຳຕານລາຍປ່າທັງຕົວ. ຫອນແຂ້ວເລື່ອຍ, ໃບໜ້າແດງ, ປາກ ແລະ ແຄ່ງສີດຳ , ສີເທົາ ຫຼື ສີນ້ຳຕານ, ມີຂົນຕຸ້ມຫູສີເຫຼືອງ, ຜິວໜັງຂາວອົມແດງ.
ໄກ່ແຈ້ແດງ ຫຼື ໄກ່ປ່າພະຍາລໍ (C)pinterest8. ໄກ່ແຈ້ຂາວ: ລັກສະນະຂອງໜ້າ, ຫອນ, ໜຽງ, ຕີ່ງຫູຈະເປັນສີແດງສົດ, ໃບຫອນມີຕຸ່ມເປັນເມັດໆກະຈ່າຍທົ່ວ ຫຼື ແບບກຳມະຍີ, ຕາສີແດງ ຫຼື ສີສົ້ມປົນແດງໃນບໍລິເວນຮອບດວງຕາ. ຈະງອຍປາກສີເຫຼືອງ, ຂົນ ແລະ ກົກຂົນທັງຕົວຕ້ອງມີສີຂາວບໍລິສຸດ. ບໍ່ມີສີອື່ນປົນຢູ່ເລີຍ. ແຄ່ງ, ນິ້ວ, ເປັນສີເຫຼືອງ, ເລັບສີຂາວ.
ໄກ່ແຈ້ຂາວເມືອງໂຂງ (c) ໄກ່ແຈ້ ສປປ ລາວ9. ໄກ່ດຳຫອນຈຸ: ເປັນສາຍພັນພື້ນເມືອງທີ່ອ້າຍນ້ອງຊາວມົ້ງລ້ຽງມາແຕ່ດົນນານ. ອາຍຸເມື່ອເກີດໄຂ່ໜ່ວຍທຳອິດ 178 ວັນ, ນ້ຳໜັກໂຕປະມານ 1,526 ກຼາມ, ນ້ຳໜັກໂຕເມື່ອອາຍຸ 16 ອາທິດຈະມີນ້ຳໜັກປະມານ 1,086 ກຼາມ, ຜົນຜະລິດໄຂ່ 84 ໜ່ວຍ/ແມ່/ປີ. ລັກສະນະທົ່ວໄປ ໂຕຜູ້ ມີຂົນສ້ອຍຄໍ ແລະ ຫຼັງສີເຫຼືອງອ່ອນ, ຂົນລຳຕົວ ແລະ ຫາງມີສີດຳ, ຫອນເປັນແບບແຂ້ວເລື່ອຍ, ຂອບຕາ, ປາກ, ແຄ່ງ, ຜິວໜັງ ແລະ ຊີ້ນມີສີດຳ. ໂຕແມ່ ມີຂົນລຳໂຕ ແລະ ຫາງສີດຳ, ມີຂົນສ້ອຍຄໍສີເຫຼືອງອ່ອນ, ຫອນແບບແຂ້ວເລື່ອຍ, ຂອບຕາ, ປາກ, ແຄ່ງ, ຜິວໜັງ ແລະ ຊີ້ນມີສີດຳ.
ໄກ່ດຳຫອນຈຸ10. ໄກ່ກະດູກດຳ: ເປັນໄກ່ພື້ນເມືອງທີ່ລ້ຽງມາແຕ່ດົນນານ, ເມື່ອອາຍຸເກີດໄຂ່ໜ່ວຍທຳອິດເມື່ອອາຍຸ 178 ວັນ, ນ້ຳໜັກໂຕ 1,526 ກຼາມ, ນ້ຳໜັກໂຕເມື່ອອາຍຸ 16 ອາທິດ, ຈະມີນ້ຳໜັກ 1,114 ກຼາມ. ຜົນຜະລິດໄຂ່ 93 ໜ່ວຍ/ແມ່/ປີ. ລັກສະນະທົ່ວໄປ ໂຕຜູ້: ມີຂົນສ້ອຍຄໍ ແລະ ຫຼັງສີເຫຼືອງເຂັ້ມ ຫຼື ສີນ້ຳຕານ, ຂົນລຳໂຕ ແລະ ຫາງມີສີດຳ, ຫອນແບບແຂ້ວເລື່ອຍ, ຂອບຕາ, ປາກ, ແຂ້ງ, ຜິງໜັງ ແລະ ຊິ້ນມີສີດຳ. ໂຕແມ່:ມີຂົນລຳໂຕ ແລະ ຫາງສີດຳ, ມີຂົນສ້ອຍຄໍສີເຫຼືອງເຂັ້ມ ຫຼື ສີນ້ຳຕານແດງ, ຫອນເປັນແບບແຂ້ວເລີ່ອຍ, ຂອບຕາ, ປາກ, ແຄ່ງ, ຊິ້ນ ແລະ ຜິວໜັງມີສີດຳ.
ໄກ່ກະດູກດຳ

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ເຂດພູສູງພາກເໜືອຂອງລາວ
ລຽບແມ່ນ້ຳຂອງພາກເໜືອ
ລຽບແມ່ນ້ຳຂອງພາກເໜືອ

ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
N/A
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ບັນຍາຍການນຳໃຊ້:
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: