ເລກລຳດັບທີ: 2403
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນແຕ້ຄ່າ
Black rosewood
Afzelia xylocarpa (Kurz) Craib
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ລາວ: ໝາກຄ່າຫົວດຳ, ໝາກຄ່າຫົວຄຳ.ຊື່ໄທ: ໝາກຄ່າໂມງ, ໝາກຄ່າໃຫຍ່ດ ໝາກຄ່າຫຼວງ, ໝາກຄ່າຫົວຄຳ, ຊື່ສາມັນ: Black rosewood, Pod mahoganyຊື່ຈີນ: 缅茄.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Afzelia
ຊະນິດ
Afzelia xylocarpa
ຊື່ພ້ອງ
Afzelia cochinchinensis (Pierre) Leonard
Afzelia cochinchinensis (Pierre) J. Léonard
Afzelia siamica Craib
Pahudia cochinchinensis Pierre
Pahudia xylocarpa Kurz
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢື່ນຕົ້ນ. ລຳຕົ້ນສູງປະມານ 30 ມ, ພາກສ່ວນແກ່ສີເທົາ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄູ່, ອອກຮຽງສະຫຼັບ. ໃບຍ່ອຍມີ 3-5 ຄູ່, ຮູບໄຂ່, ກ້ວາງ 3-5 ຊມ, ຍາວ 5-9 ຊມ, ໂຄນໃບມົນ ຫຼື ຕັດ, ຂອບລຽບ, ປາຍໃບມົນ ຫຼື ວ້ຳຕື້ນ, ກ້ານໃບຍ່ອຍຍາວ 3-5 ມມ. ຊໍ່ດອກແບບຊໍ່ແຕກແໜ່ງ, ຍາວ 5-15 ຊມ. ໃບປະດັບຊໍ່ດອກຮູບໄຂ່, ຍາວ 6-9 ມມ, ມີໃບປະດັບຍ່ອຍ. ດອກຍ່ອຍມີຈຳນວນຫຼາຍ, ກ້ານດອກຍາວ 0.7-1 ຊມ. ກາບດອກມີ 2 ຄູ່, ຮູບຮີ, ຍາວ 0.7-1 ຊມ, ກີບຄູ່ນອກມີຂະໜາດນ້ອຍກ່ວາຄູ່ໃນເລັກນ້ອຍ. ກີບດອກມີ 1 ກີບ, ຮູບຂອບຂະໜານ ຫຼື ຮູບບ່ວງ, ຍາວ 1.2-2 ຊມ, ໂຄນຮຽວແຄບເປັນກ້ານກີບ, ປາຍວ້ຳຕື່ນ. ເກສອນເພດຜູ້ທີ່ສົມບູນມີ 7 ອັນ, ກ້ານຊູຖົງລະອອງຍາວ 2-3 ຊມ, ເກສອນເພດຜູ້ເປັນໝັນມີ 3 ອັນ, ຮູບເສັ້ນດ້າຍ. ເຕົ້າໄຂ່ສັ້ນ, ຄໍເຕົ້າໄຂ່ຍາວ 2-2.5 ຊມ, ປາຍຮວງຮັບຂະໜາດນ້ອຍ. ໝາກເປັນຝັກແປ, ຮູບຂອບຂະໜານ, ຍາວ 15-20 ຊມ, ເປືອກໜາ. ແກ່ນຮູບຮີ, ຍາວ 2.5-3 ຊມ, ມີແຜ່ຈຸລັງລະຫວ່າງຄວັ້ນແກ່ນ, ສີເຫຼືອງປົນສີສົ້ມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ສູນພັນ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
ບັນຊີ I (ຫາຍາກ / ໃກ້ສູນພັນ / ໄດ້ຮັບການຄຸ້ມຄອງ)
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ, ສິ່ງປູກສ້າງ

ເປັນອາຫານ: ແກ່ນອ່ອນກິນສົດ ຫຼື ຕົ້ມກິນໄດ້, ແກ່ນນຳມາຕົ້ມແກະເປືອກອອກແລ້ວແຊ່ນ້ຳໃຫ້ອ່ອນແລ້ວສາມາດກິນໄດ້.

ສັບພະຄຸນ: ຮາກ ໃຊ້ຮັກສາພະຍາດຜິວໜັງ. ເປືອກ: ຈະມີລົດຊາດຟາດໃຊ້ຟອກໜັງ, ເປັນຢາຖ່າຍພິດ, ຮັກສາລິດຊີດວງ, ແກ້ອາການຖອກທ້ອງ, ເຈັບທ້ອງບິດ, ຮັກສາພະຍາດຕີນຊ້າງ, ແກ້ອາການລີ້ນເປັນຝ້າຂາວ, ຕົ້ມປະສົມກັບເປືອກຕົ້ນໝາກຄ່າແຕ້ໃຊ້ເປັນຢາແກ້ຟົກຊໍ້າ, ເຈັບບວມ, ຕົ້ມປະສົມກັບຮາກໃບໜາດ ເປັນຢາຮັກສາແຜ ຫຼື ຕົ້ມປະສົມກັບເປືອກຕົ້ນໝາກກອກ, ເປືອກຕົ້ນກະທັນ, ເປືອກຕົ້ນຢາງ ແລະ ຮາກຖົ່ວແປບນຳມາດື່ມເປັນຢາຮັກສາພະຍາດອີສຸກອີໃສ. ປຸ່ມເປືອກລຳຕົ້ນ: ເປັນຢາຖ່າຍພະຍາດພິດ, ຮັກສາພະຍາດຜິວໜັງ ຫຼື ຕົ້ມຮົມເພື່ອຮັກສາລິດຊີດວງທະວານໜັກໃຫ້ແຫ້ງລົງ ແລະ ຊ່ວຍຮັກສາແຜ. ແກ່ນ: ຊ່ວຍຮັກສາລິດຊີດວງ.

ສິ່ງປຸກສ້າງ: ເນື້ອໄມ້ສາມາດນຳມາເຮັດເສົາບ້ານ, ປະດິດເປັນເຄື່ອງໃຊ້ຂອງສອຍ, ເປັນໝອນຮອງລົດໄຟ ຫຼື ເຄື່ອງເຟີນິເຈີຕ່າງໆ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,