ເລກລຳດັບທີ: 2397
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາກກອກດ່ອນ
Mokha
Schrebera swietenioides Roxb.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊໍື່ໄທ: ໝາກກອກດອກ, ໝາກກອກດອນ, ໝາກກອກໂຄກ, ໝາກກອກເຜືອກ, ໝາກກັກປ່າ.ຊື່ສາກົນ: Mushka, Mokshakaka, ghunti, shikhari, Mokhdi, moka, banpalas, mokha, Bula, gante, mogalingamara, Manimaram, mokadi, nakti, golidha, ghantapatali, kastapatola, mogalingam, pasari, mogalinga, makalinka.ຊື່ຫວຽດ: Sơn biên, Quả gỗ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Lamiales
ຊື່ສະກຸນ
Oleaceae
ສະກຸນ
Schrebera
ຊະນິດ
Schrebera swietenioides
ຊື່ພ້ອງ
Nathusia swietenioides (Roxb.) Kuntze
Schrebera pubescens Kurz
Schrebera swietenioides var. pubescens (Kurz) Kurz
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢືນຕົ້ນ, ລຳຕົ້ນສູງ 15-25 ມ. ໃບປະສົມແບບຂົນນົກປາຍຄີກ, ອອກກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ກ້ານໃບຍາວ 6.5-9 ຊມ. ໃບຍ່ອຍມີ 2-3 ຄູ່, ຮູບໄຂ່ປົນຮູບຮີ, ກ້ວາງປະມານ 3.5 ຊມ, ຍາວປະມານ 6.5 ຊມ, ໂຄນໃບມົນ ຫຼື ບ້ຽວ, ຂອບລຽບ, ປາຍແຫຼມ, ເສັ້ນກາງໃບໂນນຂຶ້ນທາງຜິວໃບດ້ານລຸ່ມຢ່າງໜາແໜ້ນ, ກ້ານໃນຍາວ 5-6 ມມ. ຊໍ່ດອກແບບກະຈຸກ, ອອກຕາມປາຍກິ່ງ ຫຼື ປາຍຍອດ, ຍາວປະມານ 10 ຊມ, ກ້ານຊໍ່ດອກຍາວ 1-2 ຊມ. ດອກຍ່ອຍມີຈຳນວນຫຼາຍ, ກ້ານດອກຍາວ 1-5 ມມ. ກາບດອກເຊຶ່ອມຕິດກັນຮູບຖ້ວຍ, ຍາວປະມານ 2.5 ມມ, ປາຍແຍກອອກເປັນ 2-3 ແສກ, ຮູບກົມ, ຍາວປະມານ 1 ມມ, ສີຂຽວອ່ອນ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 0.8-1 ຊມ, ປາຍແຍກອອກເປັນ 5-6 ແສກ, ຮູບຫອກ ຫຼື ຮູບໄຂ່ປີ້ນ, ຍາວ 6-7 ມມ, ດ້ານນອກເປັນສີຂາວອົມຂຽວ, ກ້ຽງ, ດ້ານໃນເປັນສີຂາວ, ມີຂົນສີນ້ຳຕານກະຈາຍຢູ່ຢ່າງໜາແໜ້ນ. ເກສອນເພດຜູ້ມີ 2 ອັນຕິດຢູ່ປາຍຫຼອດກີບດອກ, ຍາວປະມານ 6.5 ມມ, ຖົງລະອອງຮູບຮີ. ເຕົ້າໄຂ່ຈັບເຖິງ, ຮູບເຄິ່ງວົງກົມ, ມີເສັ້ນຜ່າສູນກາງປະມານ 2 ມມ, ປາຍຮວງຮັບສີນ້ຳຕານເຂັ້ມ. ໝາກຮູບຫອກປີ້ນ, ແຫ້ງແລ້ວແຕກອອກເປັນ 2 ແສກ. ແກ່ນຮູບໄຂ່ແປ, ມີປີກ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ເປັນອາຫານ: ໃບ ຫຼື ຍອດອ່ອນໃຊ່ປຸງແຕງອາຫານ, ຕົ້ມ ຫຼື ລວກກິນກັບເກືອ, ແຈ່ວໄດ້.

ສັບພະຄຸນ: ຮາກ, ເປືອກ ແລະ ໃບ ຊ່ວຍຈະເລີນອາຫານ, ຊ່ວຍໃນການຍ່ອຍອາຫານ, ຮັກສາກະເພາະ, ແກ້ອາການຖອກທ້ອງ, ຊ່ວຍຂັບປັດສະວະ, ໃຊ້ພອກເພື່ອຮັກສາແຜ່ທັງໃນຄົນ ແລະ ສັດລ້ຽງ. ຮາກ: ຊ່ວຍຮັກສາພະຍາດເຮື້ອນ, ຊ່ວຍຕ້ານອານຸມູນອິດສະຫຼະ, ຕ້ານການອັກເສບ ແລະ ຊ່ວຍຫຼຸດໄຂມັນ. ເປືອກ: ຮັກສາອາການເຈັບຄໍ, ເລືອດຈາງ ແລະ ພະຍາດເບົາຫວານ. ໝາກ: ຊ່ວຍຮັກສາອາການ Hydrocele (ອາການບວມໃນຖົງອັນທະຂອງເດັກ), ແກ້ອາການອາຫານບໍຍ່ອຍ, ພະຍາດຜິວໜັງ, ພະຍາດເຮື້ອນ, ພະຍາດເລືອດຈ່າງ, ຊ່ວຍແກ້ອາການຜິດປົກກະຕິຂອງທະວານໜັກ, ຮັກສາຝີ ແລະ ແຜໄຟໄໝ້.

ພືດປະດັບ: ບາງຄັ້ງຍັງຖືກນຳມາປູກເປັນພືດປະດັບຕາມແຄມຮົ້ວບ້ານ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,