ເລກລຳດັບທີ: 2386
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໂພອາໃສ
Parasitic Mussaenda
Neohymenopogon parasiticus (Wall.) Bennet
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ໂພວາໄຫສະດີ, ໂພອາໃສ, ວິຣຸນຈຳບັງ.ຊື່ຈີນ: Shí dīngxiāng, 石丁香.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Gentianales
ຊື່ສະກຸນ
Rubiaceae
ສະກຸນ
Neohymenopogon
ຊະນິດ
Neohymenopogon parasiticus
ຊື່ພ້ອງ
Hymenopogon parasiticus Wall.
Hymenopogon parasiticus var. longiflorus F.C.How ex W.C.Chen
Mussaenda cuneifolia D.Don
ບັນຍາຍລັກສະນະທາງພືດສາດ
ພືດອີງອາໃສ, ຈັດເປັນໄມ້ຟຸ່ມ. ລຳຕົ້ນສູງປະມານ 2 ມ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບໄຂ່ ຫຼື ຮູບໄຂ່ປີ້ນ ຫຼື ຮູບຂອບຂະໜານ, ກ້ວາງ 4-7 ຊມ, ຍາວ 8-20 ຊມ, ໂຄນໃບຮຽວແຫຼມ, ຂອງລຽບ, ປາຍແຫຼມ ຫຼື ຕິ່ງໜາມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວ, ຜິວໃບດ້ານລຸ່ມສີເທົາ ຫຼື ສີຂຽວອ່ອນ, ມີຂົນອ່ອນສັ້ນກະຈາຍທົ່ວຜິວໃບ. ກ້ານໃບກົມ, ຍາວ 0.5-2 ຊມ. ຫູໃບຮູບ 3 ຫຼ່ຽມ, ອອກກົງກັນຂ້າມກັບການຈັບຂອງກ້ານໃບ, ຍາວ 0.5-1 ຊມ, ຫຼົ່ນພ້ອມໃບ. ຊໍ່ດອກລວມແບບດິວຄັນຮົ່ມ, ອອກຕາມປາຍກິ່ງ ຫຼື ປາຍຍອດ, ຊໍ່ດອກຍ່ອຍເປັນຊໍ່ແບບກະຈຸແໜ້ນ, ມີໃບປະດັບຊໍ່ດອກຂະໜາດໃຫຍ່, ຮູບໄຂ່ ຫຼື ຮູບຫອກປີ້ນ, ຍາວ 6-7.5 ຊມ, ສີຂາວຄີມ. ດອກຍ່ອຍມີ 2-5 ດອກ, ຮູບດອກເຂັມ, ມີຂົນຍາວກະຈາຍຢູ່ທົ່ວດອກ. ກາບດອກມີ 5 ກີບ, ຮູບແຖບ, ຍາວ 0.8-1.5 ຊມ, ຕິດທົນ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 3-5.5 ຊມ, ປາຍແຍກເປັນ 5 ແສກ, ຮູບໄຂ່, ຍາວ 0.5-1 ຊມ. ເຕົ້າໄຂ່ຮູບຈານ, ປາຍຮວງຮັບແຍກອອກເປັນ 2 ແສກ. ໝາກແຫ້ງແລ້ວແຕກ, ຮູບຫົວໃຈປີ້ນ, ຍາວ 1.5-2 ຊມ, ດ້ານເທິງມີຝາເປີດສອງຝາ. ແກ່ນມີຈຳນວນຫຼາຍ, ຮູບແຖບ, ຍາວ 5-7 ມມ, ມີປີກ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້

ສັບພະຄຸນ: ທັງຕົ້ນຊ່ວຍຫຼຸດອາການໄຂ້. ຊ່ວຍແກ້ອາການປວດຫົວ. ສາມາດພັດທະນາເປັນພືດປະດັບ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,