ເລກລຳດັບທີ: 2381
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໂພທະເລ
Sandbox tree
Hura crepitans L.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ໂພທະເລ, ໂພຝຣັ່ງ, ທອງຫຼວງຝຣັ່ງ, ໂພສີ.ຊື່ສາມັນ: Monkeys’ dinner bell, Portia tree, Sandbox tree.
ອະນຸກົມວິຖານ
ຊື່ສະກຸນ
Euphorbiaceae
ຊື່ພ້ອງ
Hura brasiliensis Willd.
Hura crepitans var. membranacea Müll.Arg.
Hura crepitans f. oblongifolia Müll.Arg.
Hura crepitans var. oblongifolia Müll.Arg.
Hura crepitans f. orbicularis Müll.Arg.
Hura crepitans var. orbicularis Müll.Arg.
Hura crepitans f. ovata Müll.Arg.
Hura crepitans var. ovata Müll.Arg.
Hura crepitans var. senegalensis (Baill.) Boiss.
Hura crepitans var. strepens Müll.Arg.
Hura senegalensis Baill.
Hura strepens Willd.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢືນຕົ້ນ. ລຳຕົ້ນສູງໄດ້ເຖິງ 45 ມ, ມີໜາມກະຈາຍຢູ່ທົ່ວລຳຕົ້ນ ຫຼື ກິ່ງກ້ານ. ໃບດ່ຽວ, ອອກວຽນຮອບກິ່ງກ້ານ, ຮູບຫົວໃຈ ຫຼື ຮູບໄຂ່ກ້ວາງ, ກ້ວາງ 3-8 ຊມ, ຍາວ 7-21 ຊມ, ໂຄນໃບຮູບຫົວໃຈ, ຂອບແສກແຂ້ວເລື່ອຍຫ່າງໆ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ກ້ຽງ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນຈັບຢູ່ຕາມເສັ້ນກ່າງກາງໃບ. ກ້ານໃບຮູບກົມ, ຍາວ 6-22 ຊມ. ມີຫູໃບຮູບຫອກ, ຍາວ 0.7-1.5 ຊມ, ຫຼົ່ນງ່າຍ. ດອກແຍກເພດໃນຕົ້ນດຽວກັນ. ຊໍ່ດອກເພດຜູ້ເປັນຊໍ່ແບບຫາງກະຫອກ, ຍາວ 1.5-4.5 ຊມ, ໂຄນຊໍ່ດອກເປັນສີແດງ, ກ້ານຊໍ່ດອກໜາ, ຍາວ 1.2-8 ຊມ. ມີໃບປະດັບຊໍ່ດອກເປັນແຜ່ນຄ້າຍກາບຫຸ້ມ, ກ້ານດອກຍາວປະມານ 2 ມມ, ເກສອນເພດຜູ້ມີ 10-20 ອັນຮຽງກັນເປັນ 2-3 ວົງ, ກ້ານຊູຖົງລະອອງເຊື່ອມຕິດກັນ. ດອກແມ່ເປັນດອກດ່ຽວ, ກ້ານດອກຍາວປະມານ 1.2 ຊມ. ກາບດອກຮູບຖ້ວຍ, ຍາວ 5-8 ມມ. ເຕົ້າໄຂ່ມີ 5-20 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່, ຄໍເຕົ້າໄຂ່ຍາວ 2-3.5 ຊມ, ປາຍຮວງຮັບແຍກອອກເປັນຫຼາຍແສກແຜ່ອອກ, ເສັ້ນຜ່າສູນກາງມີ 1.4-2.6 ຊມ. ໝາກແຫ້ງແລ້ວແຕກເປັນແສກ, ຮູບກົມແປ້ນ, ມີເສັ້ນຜ່າສູນກາງປະມານ 8 ຊມ, ສູງ 3-5 ຊມ, ເປືອກແຂງ. ແກ່ນແປ, ຂະໜາດປະມານ 2 ຊມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ: ເປືອກ, ຢາງ ແລະ ແກ່ນເປັນຢາຖ່າຍອອກລິດແຮງ ຫຼື ເຮັດໃຫ້ມີອາການປວດຮາກ. ຢາງໃຊ້ຮັກສາພະຍາດຕີນຊ້າງ.

ເນື້ອໄມ້: ສາມາດເຮັດເປັນໄມ້ຟືນ ແລະ ເຄື່ອງເຟີນິເຈີ. ນອກນັ້ນຍັງປູກເປັນພືດປະດັບ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,