ເລກລຳດັບທີ: 2378
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນສະໂພ
Sa Phro
Balakata baccata (Roxb.) H.-J.Esser
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ລາວ: ຕົ້ນລັບແລ, ຕົ້ນພະໂພ.ຊື່ໄທ: ໂພບາຍ, ກະດາດ, ຂ້າວເຢັນ, ເຄືອເປາະ, ມະດີຄວາຍ, ມະມ່ະ, ມະມຸ່, ມັກໝັກ, ມາມະ, ໝ້ຽງນົກຄໍ້, ແມແມະ, ສະລີດົງ, ສະລີນົກ ແລະ ເຍື່ອຈົງ.Chineses: 浆果乌桕 jiang guo wu jiu
ອະນຸກົມວິຖານ
ຊື່ສະກຸນ
Euphorbiaceae
ຊື່ພ້ອງ
Carumbium baccatum (Roxb.) Kurz
Excoecaria affinis Griff.
Excoecaria baccata (Roxb.) Müll.Arg.
Sapium baccatum Roxb.
Sapium dacdece Buch.-Ham. ex Wall.
Sapium hexandrum Wall.
Sapium populifolium Wall. ex Wight
Stillingia baccata (Roxb.) Baill.
Stillingia paniculata Miq.
ບັນຍາຍລັກສະນະທາງພືດສາດ
ຕົ້ນສະໂພຈັດເປັນໄມ້ຢືນຕົ້ນ. ລຳຕົ້ນກົມ, ສູງປະມານ 25 ມ, ພາກສ່ວນແກ່ສີເທົາ ຫຼື ສີນ້ຳຕານ. ໃບດ່ຽວ, ອອກວຽນອອກກິ່ງ, ຮູບຮີ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກ້ວາງ 4-6 ຊມ, ຍາວ 8-20 ຊມ, ກົກໃບບ້ຽວ ຫຼື ມົນ, ຂອບໃບເປັນຄື້ນ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ ຫຼື ສີເທົາ, ມີປຸ່ມກະຈາຍຢູ່ທົ່ວ. ມີຫູໃບຮູບຫຼິ່ມ, ຍາວປະມານ 1.5 ມມ, ຫຼົ່ນງ່າຍ. ຊໍ່ດອກແບບກະຈຸກແຍກຂະແໜງ, ກ້ານດອກຍາວປະມານ 1 ມມ. ດອກແຍກເພດໃນຕົ້ນດ່ຽວກັນ, ກາບດອກແຍກອອກເປັນ 2 ແສກ, ບໍ່ມີກີບດອກ. ດອກເພດຜູ້ອອກແບບກະຈຸກ, ມີ 5-6 ດອກ, ເກສອນເພດຜູ້ມີ 2 ອັນ. ດອກແມ່ເປັນດອກດ່ຽວ, ຈັບໃຕ້ດອກເພດຜູ້, ມີ 3-13 ດອກ, ຍາວປະມານ 1 ມມ, ເຕົ້າໄຂ່ມີ 2 ຫອ້ງ, ແຕ່ລະຫ້ອງມີ 1 ເມັດໄຂ່, ຄໍເຕົ້າໄຂ່ສັ້ນ, ປາຍຮວງຮັບແຍກອອກເປັນ 2 ແສກ, ຍາວ 1-2 ມມ. ໝາກຮູບກົມ ຫຼື ຮູບໄຂ່, ມີເສັ້ນຜ່າສູນກາງຍາວປະມານ 0.8-1 ຊມ, ໝາກສຸກສີແດງ ຫຼື ສີດຳ. ແກ່ນມີ 2-3 ແກ່ນ, ຂະໜາດປະມານ 5 ມມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ເປັນອາຫານ: ໝາກສຸກກິນໄດ້, ບາງຄັ້ງໃຊ້ປຸ່ງອາຫານ.

ສັບພະຄຸນ: ໃບ ແລະ ຮາກ ໃຊ້ເປັນຢາຂັບປັດສະວະ, ແກ້ອາການໝາກໄຂ່ຫຼັງອັກເສບ, ແກ້ອາການບວມ ແລະ ຊ່ວຍຂັບພິດ.

ພືດປະດັບ: ສາມາດນຳມາປູເປັນພືດປະດັບຕາມສວນສາທາລະນາລັດ. ນອກຈາກນີ້ແລ້ວຍັງປູກເປັນໄມ້ບຸກເບີກເພື່ອຟື້ນຟູປ່າ,

ໃຫ້ພະລັງງານ: ເນື້ອໄມ້ສາມມາດນຳມາເປັນຟື່ນເພຶ່ອເຮັດເປັນເຊື້ອເພືອງໄດ້, ແກ່ນຍັງສາມາດນຳມາກໍໄຟໄດ້ອີກ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,