ເລກລຳດັບທີ: 2375
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: N/A
ໜໍ່ເພັກ
Peck Bamboo
Vietnamosasa pusilla (A.Chev. & A.Camus) T.Q.Nguyen
ພືດ
ໄມ້ຢືນຕົ້ນ
ໄມ້ປ່ອງ
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄມ້ເພັກ, ໄຜ່ເພັກ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Poales
ຊື່ສະກຸນ
Poaceae
ສະກຸນ
Vietnamosasa
ຊະນິດ
Vietnamosasa pusilla
ຊື່ພ້ອງ
Arundinaria pusilla A.Chev. & A.Camus
Chimonobambusa pumila Nakai
Chimonobambusa pusilla (A.Chev. & A.Camus) Nakai
Neomicrocalamus pusillus (A.Chev. & A.Camus) Demoly
ບັນຍາຍລັກສະນະທາງພືດສາດ
ເປັນໄຜ່ຂະໜາດນ້ອຍທີ່ເຕີບໂຕຈາກລຳຕົ້ນໃຕ້ດິນທີ່ທີແຕກກິ່ງກ້ານ ເອີ້ນວ່າ rhizome. ລໍາໄຜ່ (ເອີ້ນວ່າ culms) ສູງ 50 ຫາ 150 ຊມ ແລະ ຂ້ອນຂ້າງຮຽຍາວ, ມີເສັ້ນຜ່າກາງບໍ່ເກີນ 1 ຊມ. ແຕກກິ່ງກ້ານຈຳນວນຫຼາຍ ແຕ່ບໍ່ມີໜາມ. ລຳໄຜ່ຖືກປົກຄຸມດ້ວຍກາບຮູບສາມຫຼ່ຽມ, ຍາວ 3 ຫາ 5 ຊມ, ຂອບ ແລະ ສ່ວນນ້ອຍຄ້າຍລີ້ນ ເອີ້ນວ່າ lingual ມີຂົນອ່ອນ.
ໃບແຄບ ຮູບຫອກ ຫຼື ເປັນເສັ້ນບາງໆ, ຍາວ 8 ຫາ 14 ຊມ ແຜ່ນໃບແຂງ ແລະ ມີປາຍແຫຼມ, ໂຄນໃບມີລັກສະນະຄ້າຍກັບກ້ານໃບ (petiole) ແລະຄ່ອຍໆແຄບລົງບໍລິເວນທີ່ຕິດກັບກາບໃບ, ຜິວໃບທັງສອງດ້ານມີຂົນສັ້ນອ່ອນ ແລະ ມີຂອບໃບຫຍາບເລັກນ້ອຍ.
ຊໍ່ດອກອອກແບບກະຈຸກບໍລິເວນກິ່ງກ້ານ ເອີ້ນວ່າ panicle ຊໍ່ດອກເຫຼົ່ານີ້ຈະອອກເປັນກຸ່ມໃນຕົ້ນທີ່ໃບຫຼົ່ນແລ້ວ, ຊໍ່ດອກຮູບຫອກ ແລະ ມີກາບຫຸ້ມບໍລິເວນໂຄນ. ກ້ານດອກຫຼັກຂອງຊໍ່ດອກຈະມີຂົນສັ້ນອອ່ນນຸ້ມ. ໝາກແຫ້ງ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia, Laos, Thailand, Vietnam. [2]
ຊະນິດພັນພື້ນໃນກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ. [2]

Global distribution of Vietnamosasa pusilla between 1975 to 2022. Source: [3]
ເຂດກະຈາຍພັນທົ່ວໂລກຂອງໄມ້ເພັກລະຫວ່າງປີ 1975 ຫາ 2022. ແຫຼ່ງທີ່ມາ: [2]
ເຂດກະຈາຍພັນໃນລາວ
ພືດຊະນິດນີ້ຖືກບັນທຶກໄວ້ໃນປື້ມ ລາຍການສຳຫຼວດພືດໃນ ສປປ ລາວ ແລະ ການສຳຫຼວດທີ່ມີທໍ່ລຳລຽງຂອງ ສປປ ລາວ (ສະບັບທີ່ 1 ແລະ 2) ແຕ່ບໍ່ມີຂໍ້ເຂດກະຈາຍພັນຢ່າງລະອຽດ, [4], [5], [6]. ຈາການປະເມີນອາຫານປ່າພົບການກະຈາຍພັນຂອງພືດຊະນິດນີ້ໃນອັດຕະປື (ມ. ສານໄຊ ແລະ ສະໜາມໄຊ), ສາລະວັນ (ມ. ຕະໂອຍ ແລະ ສະມ້ວຍ), ເຊກອງ (ມ. ລະມາມ), ອຸດົມໄຊ (ມ. ງາ) ແລະ ຜົງສາລີ (ມ.ຂວາ). [7]
ເຂດກະຈາຍພັນຕາມພູມສັນຖານ
ປ່າປະສົມປ່ຽນໃບ, ປ່າໂຄກ, ແຄມຝັ່ງນໍ້າ, ສວນຄົວ
ພືດຊະນິດນີ້ເຕີບໂຕຢ່າງໜາແໜ້ນໃນພື້ນທີ່ເປີດໂລ່ງ ໂດຍສະເພາະແມ່ນປ່າໂຄກທີ່ແຫ້ງແລ້ງ ແລະ ດິນປົນຊາຍ ໃນລະດັບຄວາມສູງຕ່ຳ, ມີຄວາມທົນທານຕໍ່ສະພາບແຫ້ງແລ້ງ, [8]. ຈາກການປະເມີນອາຫານປ່າພົບພືດຊະນິດນີ້ໃນປ່າໂຄກແຫ້ງ, ແຄມນ້ຳ ແລະ ສ່ວນຄົວ. [7]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ໂດຍທົ່ວໄປໜໍ່ຈະນຳມາຕົ້ນ ແລະ ໃຊ້ໃນການປຸງອາຫານ ຫຼື ໃສ່ໃນອາຫານຕ່າງໆ ເພື່ອກິນໄດ້. [9]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ, ຕຸລາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ການກະຈາຍພັນໄດ້ດີຂອງພືດຊະນິດນີ້ ເຮັດໃຫ້ມີການນຳພືດຊະນິດນີ້ໄປໃຊ້ໃນການຄວບຄຸມການພັງທະລາຍຂອງດິນ. [10]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,