ເລກລຳດັບທີ: 2367
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນຫາງຫົງ
Hang hong
Hibiscus schizopetalus (Dyer) Hook.fil.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ລາວ: ດອກສະບາຫ້ອຍ, ດອກສະບາຫາງຫົງ.ຊື່ໄທ: ຊຸມບາຫ້ອຍ, ພູຣະຫົງ, ພູເຮືອຫົງ, ຫາງຫົງ, ພູຣະໂຫງ.ຊື່ສາມັນ: Fringed hibiscus, Coral Hibiscus, Japanese Lantern, Spider gumamela.ຊື່ມາເຣຍເຊຍ: Bunga Raya.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Malvales
ຊື່ສະກຸນ
Malvaceae
ສະກຸນ
Hibiscus
ຊະນິດ
Hibiscus schizopetalus
ຊື່ພ້ອງ
Hibiscus rosa-sinensis var. schizopetalus (Mast.) Dyer
Hibiscus rosa-sinensis f. schizopetalus Mast.
ບັນຍາຍລັກສະນະທາງພືດສາດ
ຕົ້ນຫາງຫົງຈັດເປັນໄມ້ຟຸ່ມ. ລຳຕົ້ນມີການແຕກກິ່ງກ້ານສາຂາ ແລະ ມັກຫ້ອຍລົງດິນ, ສູງປະມານ 4 ມ, ເປືອກສີເຫຼືອງ, ກິ່ງອ່ອນສີຂຽວ, ມີຢ່າງໜຽວທົ່ວລຳຕົ້ນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 4-6 ຊມ, ຍາວ 6-12 ຊມ, ກົກໃບມົນ ຫຼື ຕັດ, ຂອບແສກແຂ້ວເລື່ອຍ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມມັນ. ຫູໃບຮູບຫຼີ່ມແຄບ, ຂະໜາດນ້ອຍ, ຫຼົ່ນງ່າຍ. ກ້ານໃບກົມ, ຍາວ 0.5-2 ຊມ, ມີຂົນຮູບດາວ. ດອກດ່ຽວ, ອອກຕາມງ່າມໃບ ຫຼື ປາຍຍອດຫ້ວຍລົງ. ກ້ານດອກຍາວ 8-15 ຊມ, ມີຂໍ້ຢູ່ຈຸດເຄິ່ງກາງກ້ານ. ດິ້ວປະດັບດອກມີ 5-8 ອັນ, ຮູບໃບຫອກ, ຍາວ 1-2 ມມ, ຂອບມີຂົນ. ກາບດອກເຊື່ອມຕິດກັນເປັນຫຼອດ, ຍາວ 1-1.5 ຊມ, ມີແສກລົງດ້ານດຽວ, ມີຂົນຮູບດາວກະຈາຍຢູ່ທົ່ວກາບ. ກີບດອກມີ 5 ກາບ, ຍາວ 4-6 ຊມ, ຂອບເປັນຄື້ນເລິກ ແລະ ໂຄ້ງກັບຄ້າຍຂົນນົກ, ສີແດງ. ເກສອນເພດຜູ້ຈັບຢູ່ເສົາເກສອນດຽວກັນຢ່າງໜາແໜ້ນ, ຍາວ 8-10 ຊມ, ມີຖົງລະອອງຈັບປາຍກ້ານຊູຖົງລະອອງ, ສີສົ້ມ. ເກສອນເພດແມ່ຢູ່ໃນເສົາເກສອນ, ຍາວປະມານ 8 ຊມ, ປາຍຮວງຮັບແຍກເປັນ 5 ແສກ, ຢື່ນພົ້ນເສົາເກສອນເພດຜູ້. ໝາກແຫ້ງ, ຮູບຂອບຂະໜານ, ຍາວ 3-4 ຊມ, ຜິວກ້ຽງ, ໝາກແກ່ແລ້ວແຕກ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ: ຮາກ ນຳມາເຜົາໄຟໃຊ້ໃນການເຮັດເຫຼົ້າ. ໃບ ແລະ ຮາກ: ຊ່ວຍແກ້ອາການໄຂ້ສຳລັບເດັກນ້ອຍ, ແກ້ເຈັບຄໍ ແລະ ໄອ. ດອກ: ນຳມາຕຳປະສົມກັບດອກອັນຊັນສະຜົມເຮັດໃຫ້ຜົມບໍ່ຫຼົ່ນ ແລະ ດົກດຳ,

ພືດປະດັບ: ເນື່ອງຈາກປູກງ່າຍ ແລະ ດອກມີຄວາມສວຍງາມຈຶ່ງນິຍົມນຳມາປູກເປັນພືດປະດັບ. ນອກຈາກນີ້ແລ້ວປະຊາຊົນຍັງນິຍົມປູກເພາະເຊື່ອກັນວ່າດອກຫາງຫົງເປັນດອກໄມ້ມຸງຄູນ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,