ຕົ້ນບີຄວາຍ
Medicinal Kopsia
Kopsia arborea Blume
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ພຸດດົງ, ໝາກດີຄວາຍ.ຊື່ສາມັນ: Medicinal Kopsia, Penang Sloe, Shrub Vinca.ຊື່ຈີນ: 蕊木
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Gentianales
- ຊື່ສະກຸນ
- Apocynaceae
- ສະກຸນ
- Kopsia
- ຊະນິດ
- Kopsia arborea
ຊື່ພ້ອງ
Kopsia jasminiflora Pit.
Kopsia lancibracteolata Merr.
Kopsia laxinervia Merr.
Kopsia longiflora Merr.
Kopsia officinalis Tsiang & P.T.Li
Kopsia pitardii Merr.
opsia pruniformis Rchb.f. & Zoll. ex Bakh.f
Kopsia scortechinii King & Gamble

ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງໄດ້ປະມານ 15 ມ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ ຫຼື ຮູບຫອກ, ກ້ວາງ 3-8 ຊມ, ຍາວປະມານ 25 ຊມ, ໂຄນໃບຮູບຫຼິ້ມ ຫຼື ແຫຼມ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ກ້ຽງທັງສອງດ້ານ. ກ້ານໃບກົມ, ຍາວ 0.3-1 ຊມ. ຊໍ່ດອກແບບກະຈຸກ, ຜິວກ້ຽງ ຫຼື ມີຂົນອ່ອນນຸ້ມ. ກ້ານດອກຍາວ 2-6 ມມ. ດອກຍ່ອຍມີ 5-10 ດອກ. ກາບດອກມີ 5 ກາບ, ຮູບໄຂ່ ຫຼື ຮູບຂອບຂະໜານ, ຍາວ 2-6 ມມ, ສີຂຽວ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 2-3.5 ຊມ, ປາຍແຍກອອກເປັນ 5 ແສກ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບຫອກ, ຍາວ 0.7-2 ມມ, ສີຂາວ, ປາຍຫຼອດກີບດອກສີບົວ. ເກສອນເພດຜູ້ຈັບກາງຫຼອດກີບດອກ, ຖົງລະອອງຈັບປາຍ, ຍາວ 1.2-1.7 ມມ. ເຕົ້າໄຂ່ຈັບເທິງ, ມີຂົນໜານຸ້ມຈັບຢ່າງໜາແໜ້ນ, ຄໍ່ເຕົ້ົົົົົົົາໄຂ່ຍາວ 2-2.5 ຊມ, ປາຍແຍກອອກເປັນ 2 ແສກ. ໝາກກຸ່ມ, ຮູບຮີບ້ຽວ, ຍາວ 1.5-4 ຊມ, ໝາກອ່ອນສີຂຽວ, ໝາກແກ່ສີດຳ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ
ສັບພະຄຸນ: ຮາກ ຊົງນ້ຳດື່ມແກ້ອາການຖອກທ້ອງ, ແກ້ເມື່ອຍຕາມຮ່າງກາຍ. ເປືອກໃຊ້ເປັນຢາສວນທະວານໜັກ. ໃບ ແລະ ໝາກໃຊ້ຮັກສາອາການເຈັບຄໍ ແລະ ຮັກສາຕ່ອມອາບີດານອັກເສບ. ໝາກ: ໃຊ້ປະສົມກັບພິກໄທ, ກິ່ງສະພານຄວາຍ, ເປືອກໝີດົງ ແລະ ຢາດຳໃຊ້ດອງກັບເຫຼົ້າຂາວດື່ມ ຊ່ວຍຈະເລີນອາຫານ, ແກ້ອາການປວດເມື່ອຍຕາມຕົນໂຕ.
ພືດປະດັບ: ເນື່ອງຈາກພຸດດົງເປັນພືດທີ່ມີດອກງາມ, ມີກີ່ນຫອມ ແລະ ປູກງ່າຍຈຶ່ງຖືກນິຍົມນຳມາປູກເປັນພືດປະດັບ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Middleton, D.J. (2004). The KOPSIA Revolution (APOCYNACEAE: RAUVOLFIOIDEAE). Harvard Papers in Botany, Vol. 9, No. 1, 2004, pp. 89–142.
Phumthum, M., Kantasrila, R., Kaewsangsai, S., Balslev, H. and
Inta, A. (2017). Ethnomedicinal plant knowledge of the Karen in Thailand. Plants 2020, 9(7), 813; https://doi.org/10.3390/plants9070813
Middleton, D.J. (2009). An update on the Apocynaceae in Thailand. Royal Botanic Garden Edinburgh, 20A Inverleith Row, Edinburgh, EH3 5LR, Scotland, U.K.
Rasyad, S.M., Wulandari, A. S. and Istikorini, Y . (2019). Growth Response of Kopsia (Kopsia arborea Blume) Plants to Applied Endophytic Fungi. IOP Conference Series: Earth and Environmental Science 394 012021

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,