ເລກລຳດັບທີ: 2355
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ດອກພຸດ
Crape jasmine
Tabernaemontana divaricata (L.) R.Br. ex Roem. & Schult.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ດອກພຸດຈີບ, ພຸດປ່າ, ພຸດລາ, ພຸດສາ, ພຸດສ່ວນ, ພຸດຊ້ອນ.ຊື່ອັງກິດ: Crepe jasmine, Clavel De La India, East Indian rosebay, Pinwheel flower
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Gentianales
ຊື່ສະກຸນ
Apocynaceae
ສະກຸນ
Tabernaemontana
ຊະນິດ
Tabernaemontana divaricata
ຊື່ພ້ອງ
Ervatamia coronaria (Jacq.) Stapf
Ervatamia divaricata (L.) Burkill
Ervatamia divaricata var. plena (Roxb. ex Voigt) M.R.Almeida
Ervatamia flabelliformis Tsiang
Ervatamia recurva (Lindl.) Lace
Ervatamia siamensis (Warb. ex Pit.) Kerr
Kopsia cochinchinensis Kuntze
Nerium coronarium Jacq.
Nerium divaricatum L.
Reichardia grandiflora Dennst.
Reichardia jasminoides Dennst.
Taberna discolor (Sw.) Miers
Tabernaemontana citrifolia Lunan
Tabernaemontana coronaria (Jacq.) Willd.
Tabernaemontana discolor Sw.
Tabernaemontana flabelliformis (Tsiang) P.T.Li
Tabernaemontana gratissima Lindl.
Tabernaemontana lurida Van Heurck & Müll.Arg.
Tabernaemontana recurva Lindl.
Tabernaemontana siamensis Warb. ex Pit.
Testudipes recurva (Lindl.) Markgr.
Vinca alba Noronha
Jasminum zeylanicum Burm.f.
Nyctanthes acuminata Burm.f.
ບັນຍາຍລັກສະນະທາງພືດສາດ
ດອກພຸດເປັນໄມ້ຟຸ່ມ. ລຳຕົ້ນສູງປະມານ 3 ມ, ຜິວກ້ຽງ. ໃບດ່ຽວ, ອອກກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ, ກ້ວາງ 2-4 ຊມ, ຍາວ 4-10 ຊມ, ໂຄນໃບແຫຼມ ຫຼື ຮຽວແຫຼມ, ຂອບລຽບ, ປາຍຍາວເປັນຫາງ. ກ້ານໃບກົມ, ຍາວປະມານ 1 ຊມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ຫຼື ປາຍຍອດ, ຍາວ 6-10 ຊມ. ດອກຍ່ອຍມີ 6-20 ດອກ. ກາບດອກຮູບໄຂ່, ສ່ວນໃຫຍ່ປາຍມົນ, ແຫຼມ ຫຼື ຮຽວແຫຼມ, ຍາວ 2-7 ມມ, ບາງຄັ້ງມີຂົນສີຂາວຍາວ. ກີບດອກເຊື່ອມຕິກັນເປັນຫຼອດ, ຍາວ 1.4-2.4 ຊມ, ບິດວຽນເລັກນ້ອຍ, ປາຍແຍກເປັນ 5 ແສກ, ຮູບໄຂ່ກ້ວາງ, ຍາວ 0.8-2.6 ຊມ, ສີຂາວ, ດ້ານໃນມີຂົນ. ເກສອນເພດຜູ້ຈັບຢູ່ຫຼອດກີບດອກ, ຖົງລະອອງຈັບປາຍ, ຍາວປະມານ 3 ມມ. ເຕົ້ົ້ົ້ົ້ົ້າໄຂ່ຈັບເທິງ, ຄໍເຕົ້າໄຂ່ຍາວ 0.4-1.4 ຊມ, ປາຍຮ່ວງຮັບແຍກອອກເປັນ 2 ແສກ. ໝາກກຸ່ມ, ຮູບຮີ, ຍາວ 2.2-4.5 ຊມ, ໝາກແຫ້ງແລ້ວແຕກ, ໝາກອ່ອນສີຂຽວເຂັ້ມ, ໝາກແກ່ສີເຫຼືອງ. ແກ່ນມີ 2-10 ມ, ຮູບຮີບ້ຽວ, ຍາວ 0.7-0.1 ຊມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ: ຮາກ ເປັນຢາບຳລຸງຮ່າງກາຍ, ນຳມາຄຽວແກ້ອາການເຈັບແຂ້ວ, ແກ້ອາການຖອກທ້ອງ, ເຈັບທ້ອງ, ຝົນເປັນຢາຮັກສາຕຸ່ມ, ເປັນຢາຂັບຖ່າຍ ແລະ ຂັບທາດພິດ. ເນື້ອໄມ້ ຫຼື ກິ່ງໄມ້: ຕົ້ມດື່ມຊ່ວຍຫຼຸດຄວາມດັນເລືອດ, ຊ່ວຍຂັບພະຍາດພິດ, ໃຊ້ເປັນຢາແກ້ໄຂ້ ແລະ ຖອນພິດໄຂ້. ໃບ: ນຳມາຕໍາໃສ່ກັບນ້ຳຕານກິນແກ້ອາການໄອ. ດອກ: ຄັ້ນໃສ່ນ້ຳທາຮັກສາພະຍາດຜິວໜັງ. ນອກຈາກນີ້ແລ້ວທັງຕົ້ນຍັງມີປະສິດທິພາບສາມາດຕ້ານເຊື້ອແບັກທິເຣຍ, ເຊື້ອຣາ, ແກ້ອາການປວດ, ຢັບຢັ້ງການຫົວຕົວຂອງມົດລູກ ແລະ ລຳໄສ້, ສານສະກັດຈາກຕົ້ນດອກພຸດສາມາດຢັບຢັ້ງການເຮັດວຽກເອັນໄຊມ໌ Acetylcholine esterase ໄດ້ສູງ ເຊິ່ງສາມາດຮັກສາຜູ້ປ່ວຍຄວາມຈຳເຊື່ອມໄລຍະເລີ່ມຕົ້ນຫາໄລຍະກາງໄດ້.

ເປັນພືດປະດັບ: ເນື່ອງຈາກດອກພຸດມີຄວາມສວຍງາມປະຊາຊົນຈຶ່ງນິຍົມນຳໄປປູກເປັນພືດປະດັບຕາມໜ້າບ້ານ ຫຼື ວັນວາອາຮາມຕ່າງໆ. ເນື້ອຂອງໝາກສຸກຍັງສາມາດນຳໄປຍ້ອມສີຜ້າໄດ້, ນອກຈາກນີ້ແລ້ວດອກພຸດຍັງຖືກນິຍົມນຳໄປເຮັດເປັນພວງມາໄລເພື່ອໄວ້ພະ ຫຼື ນຳໄປເຮັດພິທີທາງສາສະໜາຕ່າງ.

ນ້ຳມັນຫອມລະເຫີຍ: ດອກນຳມາສະກັດເປັນຫົວນ້ຳຫອມໄດ້. ເນື້ອໄມ້ສາມາດນຳໄປເຮັດທູບ

ເປັນສິນຄ້າ: ດອກນຳມາຫ້ອຍເປັນພວງມາໄລຂາຍ, ຫົວນ້ຳຫອມທີ່ໄດ້ຈາກການສະກັດຈາກດອກພຸດ ແລະ ທູບທີ່ໄດ້ຈາເນື້ອໄມ້ຖືກສົ່ງອອກຂາຍຕາມທ້ອງຕະຫຼາດ, ດ້ວຍເຫດນີ້ດອກພຸດຈຶ່ງຖືກນິຍົມມາປູກເພື່ອຂາຍເປັນສິນຄ້າ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,