ເລກລຳດັບທີ: 2349
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ປໍຫົວເສືອ
Por Houa Seua
Hibiscus grewiifolius Hassk.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ລາວ: ປໍຕອມ, ປໍຫົວເສືອຊື່ໄທ: ພັນຕາວັນ, ຈົງເພີຍນ, ງາຊ້າງ.ຊື່ຈີນ: 樟叶槿
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Malvales
ຊື່ສະກຸນ
Malvaceae
ສະກຸນ
Hibiscus
ຊະນິດ
Hibiscus grewiifolius
ຊື່ພ້ອງ
Hibiscus bantamensis Miq.
Hibiscus cinnamomifolius Chun & Tsiang
Hibiscus gravifolius Kuntze
Hibiscus grewiifolius Hassk.
Hibiscus praeclarus Gagnep.
ບັນຍາຍລັກສະນະທາງພືດສາດ
ປໍຫົວເສືອເປັນໄມ້ຢືນຕົ້ນ. ລຳຕົ້ນສູງປະມານ 10 ມ, ມີຂົນຮູບດາວກະຈາຍຢູ່ທົ່ວກິ່ງອ່ອນ, ກ້ານໃບ, ກ້ານດອກ, ດິ້ວປະດັບ ແລະ ກາບດອກດ້ານນອກ. ມີຫູໃບຮູບເຂັມ, ຫຼົ່ນງ່າຍ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຂອບຂະໜານ, ຮູບຫອກ ຫຼື ຮູບໄຂ່, ກ້ວາງ 4-6 ຊມ, ຍາວ 6-15 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ ຫຼື ມົນ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ກ້ຽງ ຫຼື ມີຂົນຮູບດາວກະຈາຍຫ່າງໆ. ກ້ານໃບກົມ, ຍາວ 0.5-1.5 ຊມ. ດອກດ່ຽວ, ອອກຕາມງ່າມໃບ, ກ້ານດອກຍາວ 1-3 ຊມ. ດິວປະດັບດອກມີ 7-9 ອັນ, ຮູບຫຼິ່ມແຄບ ຫຼື ຮູບຫອກ, ຍາວ 0.7-1.2 ຊມ. ກາບດອກເຊື່ອມຕິດກັນຮູບຖ້ວຍ, ຍາວ 1-1.5 ຊມ, ປາຍແຍກເປັນ 5 ແສກ, ຮູບສາມຫຼ່ຽມປົນຮູບຂອບຂະໜານ, ຍາວ 1.5-2 ຊມ, ຍາວ 1.5-2 ຊມ, ປາຍຮຽວແຫຼມ, ດ້ານໃນມີຂົນ, ສີນ້ຳຕານແດງ. ກີບດອກຮູບໄຂ່ປີ້ນ, ຍາວ 6-10 ຊມ, ສີເຫຼືອງ. ເກສອນເພດຜູ້ຈັບຢູເສົາເກສອນຢ່າງໜາແໜ້ນ, ເສົາເກສອນຍາວ 2-3.5 ຊມ. ເຕົ້າໄຂ່ຈັບເທິງ, ປາຍຮວງຮັບແຍກເປັນ 5 ແສກ. ໝາກຮູບຮີກ້ວາງ ຫຼື ຮູບເກືອບກົມ, ຍາວ 2-3 ຊມ, ໝາກແຫ້ງແລ້ວແຕກອອກເປັນ 5 ແສກ, ມີກາບຕິດຢູ່ຈົນເປັນໝາກ, ມີຂະໜາດຍາວກ່ວາໝາກ. ແກ່ນມີ 4-5 ແກ່ນຕໍ່ແສກ, ຮູບໝາກໄຂ່ຫຼັງ, ຍາວປະມານ 5 ມມ, ມີຂົນຍາວກະຈາຍຢ່າງໜາແໜ້ນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້

ດອກມີຄວາມສວຍງາມສາມາດນຳມາປູກເປັນພືດປະດັບຕາມສວນສາທາລະນະ. ເກສອນນ້ຳຫວານເປັນແຫຼ່ງອາຫານຂອງແມງໄມ້ ແລະ ສັດປ່າ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,