ເລກລຳດັບທີ: 2342
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນກຸງ
Ton Koung
Dipterocarpus tuberculatus Roxb.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ລາວ: ຕົ້ນກຸງ, ຕົ້ນຢາງກຸງ.ຊື່ໄທ: ພະລວງ, ກຸງ, ສະເຕິ່ງ, ຄຣົງ, ຄວງ, ຄຸ້ມ, ໂຄ້ງ, ຕະລາອໍຂາວ, ຕືງ, ລາເທືອ, ພຣອງ, ແລເທົ້າ, ສາລະອອງ, ຢາງຫຼວງ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Malvales
ຊື່ສະກຸນ
Dipterocarpaceae
ສະກຸນ
Dipterocarpus
ຊະນິດ
Dipterocarpus tuberculatus
ຊື່ພ້ອງ
Dipterocarpus cordatus Wall. ex A.DC.
Dipterocarpus grandifolius Teijsm. ex Miq.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢືນຕົ້ນຂະໜາດໃຫຍ່. ລຳຕົ້ນສູງປະມານ 40 ມ, ເນື້ອໄມ້ແຂງ, ເປືອກແຕກເປັນເກັດ, ທຸກພາກສ່ວນຂອງລຳຕົ້ນມີຢາງ. ໃບດ່ຽວ, ອອກຮຽງສະຫຼັບເປັນວົງວຽນ, ຮູບຮີກ້ວາງ ຫຼື ຮູບໄຂ່, ກ້ວາງປະມານ 13 ຊມ, ຍາວ 14-36 ຊມ, ໂຄນໃບຮູບຫົວໃຈ, ຂອບເປັນຄື້ນ ຫຼື ແສກແຂ້ວ, ປາຍແຫຼມ ຫຼື ມົນ, ແຜ່ນໃບໜາຄ້າຍຄືໜັງ, ແຜ່ນໃບດ້ານເທິງສີຂຽວເຂັ້ມ, ຜິວກ້ຽງມັນ, ແຜ່ນໃບດ້ານລຸ່ມສີຂຽວອ່ອນ, ມີຂົນອ່ອນນຸ່ມກະຈາຍຢ່າງໜາແໜ້ນ. ກ້ານໃບກົມ, ຍາວ 3.5-10 ຊມ, ມີຫູໃບ. ຊໍ່ດອກອອກເປັນແຕກແໜງ, ຍາວ 5-15 ຊມ. ດອກຍ່ອຍອອກຮຽງກັນ, ມີ 5-7 ດອກ. ໃບປະດັບດອກຍາວປະມານ 2 ຊມ. ກາບດອກຍາວ 1.5-3 ມມ, ສີຂຽວ. ກີບດອກຮູບຫອກມີ 5 ກີບ, ຮູບຫອກ ຫຼື ຮູບຂອບຂະໜານ, ຍາວ 2.5-3 ຊມ, ສີສົມພູ, ດ້ານນອກມີຂົນຮູບດາວກະຈາຍຢູ່ທົ່ວ. ເກສອນເພດຜູ້ມີປະມານ 30 ອັນ, ກ້ານຊູຖົງລະອອງສັ້ນ, ຖົງລະອອງເກສອນຍາວ 4-5 ມມ. ເຕົ້າໄຂ່ຈັບລຸ່ມ. ໝາກມີກາບດອກຫໍໄວ້, ມີສັນດ້ານເທິງ, ພາກສ່ວນປາຍມີປິກຍາວ 2 ອັນ, ກ້ວາງ 2.5-4 ຊມ, ຍາວ 5-15 ຊມ ແລະ ປີກສັ້ນ 3 ອັນ, ຍາວ 1.5-2 ຊມ, ພັບງໍກັບ, ບົວອົມຂຽວ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ຖືກຄຸກຄາມ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
ບັນຊີ III (ຍືນຍົງ / ທົ່ວໄປ)
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ, ສິ່ງປູກສ້າງ

ສັບພະຄຸນ: ຮາກ ແກ້ຕັບອັກເສບ, ຕົ້ນໃຊ້ຮັກສາແຜ່, ໃບຊ່ວຍຮັກສາອາການທ້ອງບິດ, ຖ່າຍເປັນເລືອດ.

ສິງປຸກສ້າງ: ຕົ້ນ ຫຼື ເນື້ອໄມ້ສາມາດນຳມາປຸກສ້າງບ້ານເຮືອນ ຫຼື ປະດິດເປັນເຄື່ອງໃຊ້ສອຍພາຍໃນເຮືອນຄົວ.

ນ້ຳມັນຂອງຈາກຕົ້ນກຸງສາມາດນຳໃຊ້ເປັນເຊື້ອໄຟໄດ້. ບາງຄັ້ງມີກ້ອນຢາງຂີ້ຊີສາມາດເກັບມາຂາຍ ຫຼື ຈອດເຮືອໄດ້ດີ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,