ເລກລຳດັບທີ: 2315
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຜັກກະໂສມນ້ຳ
Swamp leaf
Limnophila rugosa (Roth) Merr.
ພືດ
ພືດລົ້ມລຸກ
ພືດນ້ຳເປັນທີ່ເປັນພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ລາວ: ຜັກໂສມນ້ຳຊຶ່ໄທ: ຜັກກະໂສມ, ຜັກກະໂຊມ ແລະ ອ້ມກົບ.ຊື່ສາມັນ: Wrinkled Marshweed
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Lamiales
ຊື່ສະກຸນ
Plantaginaceae
ສະກຸນ
Limnophila
ຊະນິດ
Limnophila rugosa
ຊື່ພ້ອງ
Didissandra ophiorrhizoides K.Schum.
Herpestis rugosa Roth
Terebinthina rugosa (Roth) Kuntze
ບັນຍາຍລັກສະນະທາງພືດສາດ
ກະໂສມນ້ຳຈັດເປັນພືດລົ້ມລຸກອາຍຸປີດຽວ. ລຳຕົ້ນມີການແຕກແໜງ, ສູງ 20- 35 ຊມ, ຕົ້ນພາກສ່ວນອ່ອນມີຂົນອ່ອນນຸ້ມປົກຄຸມຢ່າງໜາແໜ້ນ, ພາກສ່ວນແກ່ຜິວລຽບ. ໃບດ່ຽວ, ອອກກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 2-3 ຊມ, ຍາວ 4-8 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວເລື່ອຍ, ປາຍມົນ, ຜິວໃບດ້ານເທິງສີຂຽວເຂັ້ມ, ມີຮ້ອຍຍັບ, ມີຂົນສັນປົກຄຸມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຕ່ອມຂະໜາດນ້ອຍຈຳນວນຫຼາຍ, ກ້ານໃບສັ້ນ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ຫຼື ປາຍຍອດ. ດອກຍ່ອຍມີຂະໜາດນ້ອຍ. ກາບດອກມີ 5 ກາບ, ສີຂຽວ. ກີບດອກໂຄນເຊື່ອມຕິດກັນເປັນຫຼອດສັນ, ຮູບຊົງກະບອກ, ຍາວປະມານ 8 ມມ, ປາຍແຍກເປັນ 5 ແສກ, ຍາວ 5-6 ມມ, ລັກສະນະຂອງດອກລັກສະນະຄ້າຍປາກ, ເຊິ່ງປາກລຸ່ມຈະແຍກອອກເປັນ 3 ກີບ ແລະ ປາກເທິງຈະແຍກເປັນ 2 ກີບ, ບໍລິເວນດ້ານໃນດອກມີສີເຫຼືອງກະຈາຍຢູ່ຢ່າງໜາແໜ້ນ, ກີບດອກສີນ້ຳເງິນ ຫຼື ສີມ່ວງ. ເກສອນເພດຜູ້ມີ 4 ອັນ. ເກສອນເພດແມ່ມີ 1 ອັນ. ບໍ່ມີກ້ານດອກ. ໝາກແຫ້ງ, ຮູບໄຂ່ແປ, ກ້ວາງປະມານ 3 ມມ, ຍາວ 5-6 ມມ, ສີນ້ຳຕານ. ແກ່ນມີຂະໜາດປະມານ 1-2 ມມ, ສີນ້ຳຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ເປັນອາຫານ: ໃບ ຫຼື ຍອດອ່ອນ ມີກິ່ນຫອມນິຍົມນຳມາເປັນເຄື່ອງຄຽງຮັບປະທານສົດກັບລາບ, ກ້ອຍ ຫຼື ແຈ່ວ, ນຳມາປະກອບອາຫານເພື່ອແຕ່ງກິ່ນ.

ສັບພະຄຸນ: ໃບ ແລະ ຕົ້ນຫອມ, ມີລົດເຢັນຊ່ວຍຂັບພິດ ອີ່ສຸກອີ່ໃສ, ດຳງແດງ, ຝີດ້ານ ແລະ ຊ່ວຍລະງັບຄວາມຮ້ອນເຊັ່ນ: ປະສົມໃນຢາຂຽວຂັບຂີ້ກະເທີ, ແກ້ອາການແໜ້ນໜ້າເອິກ, ແກ້ໄອ, ແກ້ອາການແໜ້ນທ້ອງ, ເຈັບທ້ອງ, ຫຼຸດອາການບວມນ້ຳ, ຈະເລີນອາຫານ, ຂັບປັດສະວະ ແລະ ຕຳພອກຮັກສາບາດແຜ. ນອກຈາກນີ້ແລ້ວຖ້ານຳມາໃຊ້ຮ່ວມກັບຢາຂຽວແລ້ວຍັງມີສັບພະຄຸນຮັກສາໄຂ້ ແລະ ບັນເທົາອາການຮ້ອນໃນຂາດນ້ຳ.

ນ້ຳມັນຫອມ: ເນື່ອງຈາກຕົ້ນກະໂສມນ້ຳມີກິ່ນຫອມຈື່ງສາມາດນຳໄປສະກັດເປັນນ້ຳຫອມເພື່ອເປັນຢາໄດ້ດີ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,