ເລກລຳດັບທີ: 2313
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-10-08
ຜັກຍົນເຫາະ
Ebolo
Crassocephalum crepidioides (Benth.) S.Moore
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຜັກເປັດນ້ຳ, ເຮືອເຫາະ (Redflower ragleaf, Thickhead, Fireweed, red-flower ragleaf and thickhead.)
ອະນຸກົມວິຖານ
ຊື່ສະກຸນ
Asteraceae
ຊື່ພ້ອງ
Crassocephalum crepidioides f. luteum (Steenis) Belcher
Crassocephalum crepidioides subsp. crepidioides
Crassocephalum crepidioides subsp. lutea Steen.
Crassocephalum crepidioides subsp. luteum (Steen.) Belcher
Crassocephalum crepidioides var. crepidioides
Crassocephalum crepidioides var. luteum Steenis
Crassocephalum diversifolium (A.Rich.) Hiern
Crassocephalum diversifolium var. crepidioides (Benth.) Hiern
Crassocephalum diversifolium var. polycephalum (Benth.) Hiern
Gynura crepidioides Benth.
Gynura crepidioides subsp. crepidioides
Gynura crepidioides subsp. lutea
Gynura crepidioides var. crepidioides
Gynura crepidioides var. lutea 1939
Gynura diversifolia (A.Rich.) Sch.Bip.
Gynura diversifolia (A.Rich.) Sch.Bip. ex Asch.
Gynura microcephala Vatke
Gynura polycephala Benth.
Senecio crepidioides (Benth.) Asch.
Senecio diversifolius A.Rich.
ບັນຍາຍລັກສະນະທາງພືດສາດ
ພືດຊະນິດນີ້ຂະຫຍາຍຕົວໄດ້ດີ, ລຳຕົ້ນຕັ້ງຊື່ ສູງຮອດ 20 ຫາ 120 ຊມ, ລຳຕົ້ນລຽບ, ບໍ່ມີຂົນ ແລະ ມີເສັ້ນແນວຕັ້ງລະອຽດ.
ກ້ານໃບສັ້ນ (ຍາວ 2 ຫາ 2,5 ຊມ). ໃບຮູບຮີ ຫຼື ຮູບຮີຍາວ ໂດຍມີຄວາມຍາວ 7 ຫາ 12 ຊມ ແລະ ກວ້າງ 4 ຫາ 5 ຊມ, ຜິວໃບບາງ ແລະ ກ້ຽງທັງສອງດ້ານ ລື ເກືອບກ້ຽງ, ໂຄນໃບຄ່ອຍໆຮຽວລົງ, ຂອບໃບເປັນແສກບໍ່ສະໝຳສະເໝີ ຫຼື ເປັນແສກສອງຊັ້ນ ແລະ ບາງຄັ້ງບໍລິເວນໂຄນໃບມີແສກຂະໜາດນ້ອຍ, ປາຍແຫຼມ.
ຊໍ່ດອກຂະໜາດນ້ອຍ (ເສັ້ນຜ່າສູນກາງ 3 ຫາ 5 ມມ) ອອກເປັນກະຈຸກບໍລິເວນປາຍຍອດ, ແຕ່ລະຊໍ່ດອກມີຖານຮອງເປັນຮູບກະບອກ (ຍາວ 1 ຫາ 1.2 ຊມ) ພ້ອມດ້ວຍໃບປະດັບຊໍ່ດອກຂະໜາດນ້ອຍ ແລະ ແຄບຈຳນວນໜຶ່ງ. ດອກຍ່ອຍມີລັກສະນະເປັນທໍ່, ເປັນດອກສົມບູນເພດ. ກີບດອກມີສີນ້ຳຕານແດງ, ສົ້ມ ຫຼື ບາງຄັ້ງອາດເປັນສີເຫຼືອງ, ຍາວ 8 ຫາ 10 ມມ, ແຍກອອກເປັນແສກຍ່ອຍ 5 ແສກ (ແຕ່ລະແສກຍາວປະມານ 1 ມມ). ຄໍເຕົ້າໄຂ່ (ເປັນໂຄງສ້າງໜຶ່ງຂອງອະໄວຍະວະສືບພັນ) ປາຍແຫຼມ ແລະ ເນື້ອສຳພັດທີ່ຍາບ.
ແກ່ນ (achenes) ມີລັກສະນະແຄບ, ມີຮ່ອງ ແລະ ມີຂະໜາດຍາວ 1.8 ຫາ 2.3 ມມ ແລະ ມີຂົນຂະໜາດນ້ອຍປົກຄຸມ ນອກຈາກນີ້ຍັງມີຂົນຫາງຍາວ ( pappus ເຊິ່ງເປັນໂຄງສ້າງຂະໜາດນ້ອຍທີ່ຊ່ວຍໃນການກະຈາຍແກ່ນ) ເຊິ່ງມີຄວາມຍາວ 7 ຫາ 13 ມມ ແລະ ຈະຫຼົ່ນໃນຊ່ວງຕົ້ນລະດູ.
ແຫຼ່ງຂໍ້ມູນ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Angola, Benin, Cameroon, Cape Provinces, Central African Republic, Congo, DR Congo, Eswatini, Ethiopia, Gabon, Ghana, Guinea, Gulf of Guinea Is., Ivory Coast, KwaZulu-Natal, Liberia, Madagascar, Mozambique, Nigeria, Northern Provinces, Senegal, Sierra Leone, Sudan-South Sudan, Togo, Zambia, Zimbabwe. [2]

Global distribution of Crassocephalum crepidioides between 1850 to 2025. Source: [3]
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ພູພຽງບໍລິເວນ
ຈາກການບັນທຶກຂໍ້ມູນໃນບັນຊີພືດຂອງ ສປປ ລາວ ແລະ ລາຍຊື່ພືດມີທໍ່ລຳລຽງໃນ ສປປ ລາວ ໄດ້ບັນທຶກເຂດກະຈາຍພັນຂອງພືດຊະນິດໃນ ແຂວງ ຫຼວງພະບາງ, [4], [5]. ຂໍ້ມູນຈາກ GBIF ໄດ້ບັນທຶກເຂດກະຈາຍພັນຂອງພືດຊະນິດໃນຫຼວງພະບາງ, ນະຄອນຫຼວງວຽງຈັນ, ຜົງສາລີ ແລະ ຈຳປາສັກ. [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແຄມຝັ່ງນໍ້າ, ເຂດຜະລິດພືດຜົນເນີນສູງ, ປ່າເຫຼົ່າອ່ອນ, ປ່າເຫຼົ່າແກ່, ທົ່ງນາ, ທົ່ງຫຍ້າ, ອື່ນໆ, ສວນຄົວ
ພົບໄດ້ໃນພື້ນທີ່ກະສິກຳ, ແຄມຝັ່ງນ້ຳ ແລະ ແຄມທາງ, ໄຮ່ສວນ ໂດຍສະເພາະໃນພື້ນທີ່ຊຸ່ມ ແລະ ພື້ນທົີ່ທົ່ງນາທີ່ລາບສູງ, [6]. ທີລະດັບຄວາມສູງເໜືອໜ້ານ້ຳທະເລ 300 ຫາ 1800 ມ. [1]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ຕ່າງຖິ່ນ
ເປັນຊະນິພັນນ້ຳເຂົ້າໃນ Andaman Is., Assam, Bangladesh, Cambodia, Car-oline Is., China South-Central, China Southeast, Christmas I., Costa Rica, Dominican Republic, East Himalaya, Fiji, Florida, Guatemala, Hawaii, Honduras, India, Jamaica, Japan, Jawa, Korea, Laos, Malaya, Marianas, Marquesas, Mauritius, Myanmar, Nepal, New Guinea, New South Wales, Nicobar Is., Niue, Norfolk Is., Philippines, Puerto Rico, Queensland, Sa-moa, Society Is., Sri Lanka, Thailand, Tibet, Tonga, Türkiye, Vanuatu, Vi-etnam, Yemen. [2]
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ກິດຈະກຳການກະເສດ, ອາຫານ, ພືດເປັນຢາ
ອາຫານ: ໃນລາວ ແລະ ຫຼຍພື້ນທີ່ຂອງອັຟຣິກາ ມີການບໍລິພວກເປັນປະຈຳ, [7]. ໃບອ່ອນສາມາດກິນໄດ້ ແລະ ໃຊ້ເປັນຜັກ, [1]. ສາມາດກິນສົດ ຫຼື ນຶ້ງເປັນຜັກໄດ້. [6]
ສະໝຸນໄພ: ໄດ້ຮັບການຍົກຍ້ອງວ່າເປັນພືດສະໝຸນໄພທີ່ໃຊ້ຮັກສາອາການເຈັບທ້ອງ, ໂຣກຕັບ, ແກ້ຫວັດ, ຮັກສາແຜໄຟໄໝ້ ແລະ ເຍື້ອຕາອັກເສບຕາມພູມປັນຍາພື້ນບ້ານ, ນອກຈາກນີ້ຍັງຖືວ່າເປັນຢາແກ້ພິດຫຼາຍຊະນິດ, [7]. ນອກຈາກນີ້ແລ້ວຍັງໃຊ້ໃນພູມປັນຍາພື້ນບ້ານເພື່ອບຳລຸງມ້າມ ແລະ ບັນເທົາອາການອາຫານບໍ່ຍ່ອຍ. [1]
ກະສິກຳໃນຟາມ: ໃນລາວພືດຊະນິດບໍ່ໄດ້ຖືດເບິ່ງຂ້າມ ເນື່ອງຈາກນິຍົມໃຊ້ເປັນອາຫານສຳຫຼັບໝູ. [7]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ມັງກອນ, ກຸມພາ, ມີນາ, ເມສາ, ພຶກສະພາ, ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ, ຕຸລາ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A sodium 18.71 ppm, potassium 41.87ppm, calcium 25.77ppm, magnesium 20.34ppm, iron 0.28ppm, manganese 0.13ppm and zinc 0.36ppm.
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae KEONOy
ຜູ້ກວດສອບ Factsheet
,