ເລກລຳດັບທີ: 2276
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2025-11-24
ແບ້
Goat
Capra hircus subsp. aegagrus Erxleben, 1777)
ສັດ
ສັດລ້ຽງລູກດ້ວຍນົມ
×
ຊື່ທ້ອງຖີ່ນ:
ຊື່ພ້ອງ
:
Capra domestic
ຊື່ສະກຸນ:
Bovidae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ແບ້ໂຕເຕັມໄວຈະມີຄວາມສູງປະມານ 80 ຊັງຕິແມັດ, ຄວາມຍາວ ປະມານ 100 ຊັງຕິແມັດ. ແຕ່ຂະໜາດອາດຈະແຕກຕ່າງກັນໄປແຕ່ລະສາຍພັນ. ນ້ຳໜັກສູງສຸດປະມານ 140 ກິໂລ. ເຂົາ 1 ຄູ່, ຈະພັດທະນາໄດ້ດີໃນແບ້ເພດຜູ້. ແບ້ເປັນສັດຄ້ຽວເອື້ອງ ພວກມັນຈະມີກະເພາະອາຫານ 4 ຊ່ວງຄືກັບສັດຄ້ຽວເອື້ອງຊະນິດອື່ນ. ຕາມັກຈະເປັນສີນ້ຳຕານ, ມີຮູມ່ານຕາຢູ່ທາງນອນ. ກ້ອງຄາງຈະມີເຄົາຍາວເຫັນໄດ້ຊັດເຈນໃນເພດຜູ້. ເພດແມ່ຈະມີເຕົ້ານ້ຳນົມ.
ສາຍພັນແບ້1. ພັນໂບເອິ (Boer): ເປັນພັນຊີ້ນ ມີລຳຕົວສີຂາວ ຫົວ ແລະ ຄໍຈະມີສີແດງ, ໃບຫູຍາວປົກ, ນ້ຳໜັກເກີດໃໝ່ 4 ກິໂລ. ໂຕເຕັມໄວເພດຜູ້ 65-90 ກິໂລ, ເພດແມ່ 55-70 ກິໂລ. ຜົນຜະລິດນໍ້ານົມສະເລ່ຍ 1.3-1.8 ລິດ. ໄລຍະການໃຫ້ນໍ້ານົມປະມານ 120 ວັນ.
ແບ້ສາຍພັນໂພເອີ (Boer Goat) © Boer Goat Farming2. ພັນແບ້ດຳບັງກໍ (Black bengal): ເປັນແບ້ພັນຊີ້ນ ມີຂົນສັ້ນສີດຳ ຫຼື ສີນ້ຳຕານເຂັ້ມ ໃບຫູນ້ອຍຊີ້ຕັ້ງ, ມັກຈະຕົກລູກແຝດ, ສາມາດປະສົມພັນໄດ້ທັ້ງປີ ສ່ວນຊີ້ນມີຄຸນນະພາບດີ ແລະ ລົດຊາດແຊບ, ໜັງມີຄຸນນະພາບ ແລະ ລາຄາສູງ. ນ້ຳໜັກເກີດໃໝ່ 0.7-0.9 ກິໂລ, ໂຕເຕັມໄວເພດຜູ້ 25-30 ກິໂລ, ເພດແມ່ 20-25 ກິໂລ, ຜົນຜະລິດນໍ້ານົມ 0.21-0.29 ລິດຕໍ່ວັນ, ໄລຍະການໃຫ້ນໍ້ານົມປະມານ 105 ວັນ.
ພັນແບ້ດຳບັງກໍ (Black bengal) © farmingmethod3. ພັນພື້ນເມືອງ (Native): ໂຕຂະໜາດນ້ອຍມີຫຼາກຫຼາຍສີ, ໃບຫູນ້ອຍຕັ້ງຊື່, ສາມາດປະສົມພັນໄດ້ຕະຫຼອດປີ, ອອກລູກປີລະ 2 ຄັ້ງ. ມີຄວາມທົນທານຕໍ່ສະພາບແວດລ້ອມໄດ້ດີ, ກິນອາຫານພວກພືດໄດ້ຫຼາຍຊະນິດ. ນ້ຳໜັກເກີດໃໝ່ 1-1.5 ກິໂລ, ໂຕເຕັມໄວ ເພດຜູ້ໜັກ 25 ກິໂລ, ເພດແມ່ 20 ກິໂລ. ຜົນຜະລິດນໍ້ານົມສະເລ່ຍ 0.2-0.3 ລິດຕໍ່ວັນ, ໄລຍະການໃຫ້ນໍ້ານົມປະມານ 120 ວັນ.
ພັນພື້ນເມືອງ (Native) © Yula4. ພັນຊາເນນ (Saanen): ມີຂົນສັ້ນ, ສີຂາວຄຣິມ ຫຼື ນ້ຳຕານອ່ອນ, ໃບຫູນ້ອຍຊີ້ຕັ້ງໄປຂ້າງໜ້າ, ສ່ວນຫຼາຍບໍ່ມີເຂົາທັ້ງໂຕແມ່ ແລະ ໂຕຜູ້. ນໍ້າໜັກເກີດໃໝ່ 3.3 ກິໂລ, ໂຕເຕັມໄວ ເພດຜູ້ໜັກ 70-80 ກິໂລ, ເພດແມ່ 50-55 ກິໂລ, ຜົນຜະລິດນໍ້ານົມສະເລ່ຍ 2.2 ລິດຕໍ່ວັນ, ໄລຍະການໃຫ້ນໍ້ານົມປະມານ 240-300 ວັນ.
ພັນຊາເນນ (Saanen) © 4 FOR U5. ພັນແອງໂກນູບຽນ (Anglo Nubian): ເປັນແບ້ສາຍພັນເຄີ່ງຊີ້ນ ແລະ ນົມ. ມີສີດຽວໃນຕົວ ຫຼື ມີສີດ່າງປົນ, ສັນດັງມີລັກສະນະເປັນເສັ້ນໂຄ້ງ, ໃບຫູຍາວປົກລົງ. ນ້ຳໜັກເກີດໃໝ່ 2.5 ກິໂລ, ໂຕເຕັມໄວ ເພດແມ່ 60-70 ກິໂລ, ເພດແມ່ 50-60 ກິໂລ. ຜົນຜະລິດນໍ້ານົມສະເລ່ຍ 1.5 ລິດຕໍ່ວັນ, ໄລຍະການໃຫ້ນໍ້ານົມປະມານ 165-200 ວັນ.
ພັນແອງໂກນູບຽນ (Anglo Nubian) © marylandzoo6. ພັນຫຼາວຊານ (Laoshan): ເປັນສາຍພັນແບ້ນົມ, ມີຂົນສີຂາວຍາວເລັກນ້ອຍ, ແຕ່ຈະຍາວເກີນແກ້ມ, ຫູສັ້ນຊີ້ຕັ້ງຂຶ້ນ, ນ້ຳໜັກເກີດໃໝ່ 1-1.5 ກິໂລ, ໂຕເຕັມໄວເພດຜູ້ 80 ກິໂລ, ເພດແມ່ 60 ກິໂລ, ຜົນຜະລິດນໍ້ານົມສະເລ່ຍ 2.2 ລິດຕໍ່ວັນ, ໄລຍະການໃຫ້ນໍ້ານົມປະມານ 200 ວັນ.
ພັນຫຼາວຊານ (Laoshan) © Farmer Animals and agriculture7. ພັນຈຳມູນາປາຣິ (Jamunapari): ເປັນແບ້ສາຍພັນຊີ້ນ ແລະ ນົມ, ລັກສະນະດັງໂຄ້ງງຸ້ມ, ມີຂົນສັ້ນ, ໃບຫູຍາວປົກລົງ, ມີເຂົາທັ້ງເພດຜູ້ ແລະ ເພດແມ່, ເປັນແບ້ທີ່ກິນອາຫານເກັ່ງ, ໃຫຍ່ໄວ, ເໝາະສົມສຳລັບປ່ອຍຫາກິນເອງ ຕາມທຳມະຊາດ ແລະ ໃຊ້ປັບປຸງແບ້ພື້ນເມືອງໃຫ້ມີຂະໜາດໃຫຍ່ຂຶ້ນ. ນ້ຳໜັກເກີດໃໝ່ 3.5-4 ກິໂລ, ໂຕເຕັມໄວເພດຜູ້ໜັກ 68-91 ກິໂລ, ເພດແມ່ 46-63 ກິໂລ. ສາມາດຜະລິດນໍ້ານົມສະເລ່ຍ 1 ລິດຕໍ່ວັນ. ໄລຍະການໃຫ້ນໍ້ານົມປະມານ 210-240 ວັນ.
ພັນຈຳມູນາປາຣິ (Jamunapari) © ukatheya8. ພັນຊາມີ ຫຼື ດາມັສກັສ (Shami/Damuscus): ໃຫ້ນົມສູງ, ມີຂົນຍາວສີນໍ້າແດງ,
ພັນຊາມີ ຫຼື ດາມັສກັສ (Shami/Damuscus) © littlefarmdailyບາງຄັ້ງພົບຈຸດສີຂາວບໍລິເວນໜ້າ, ແນວສັນຫຼັງ ແລະ ຂາໜ້າ, ໃບຫູຍາວ ແລະ ຫ້ອຍປົກລົງມາ, ມີເຂົາທັ້ງເພດຜູ້ ແລະ ເພດແມ່, ເປັນແບ້ທີ່ປັບຕົວງ່າຍໃນສະພາບພູມີອາກາດທີ່ແຕກຕ່າງກັນ, ຈື່ງສາມາດພັດທະນາສາຍພັນໃຫ້ເໝາະສົມກັບສະພາບການຜະລິດຂອງບ້ານເຮົາ. ນ້ຳໜັກເກິດໃໝ່ 3.5-5.5 ກິໂລ, ໂຕເຕັມທີ່ ເພດຜູ້ໜັກ 75 ກິໂລ, ເພດແມ່ 65 ກິໂລ, ຜົນຜະລິດນໍ້ານົມສະເລ່ຍ 3-4 ລິດຕໍ່ວັນ, ໄລຍະການໃຫ້ນໍ້ານົມປະມານ 305 ວັນ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Global distribution between 1575 to 2025. Native to Southwest Asia and Eastern Europe. Source: [4]
ເຂດກະຈາຍພັນໃນລາວ
:
ເຂດກະຈາຍພັນຕາມພູມສັນຖານ
:
ຖ້ຳ
ທົ່ງຫຍ້າ
ອື່ນໆ
ທົ່ງຫຍ້າ
ອື່ນໆ
ສະເພາະຖິ່ນໃນລາວ:
ຕ່າງຖິ່ນ
ຮຸກຮານ
:
ບໍ່ຮຸກຮານ
ສະຖານະພາບການອະນູຮັກ IUCN
:
ບໍ່ມີຄວາມສ່ຽງ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
ບໍ່ຖືກລະບຸໃນບັນຊີປະເພດໃດ
ການນຳໃຊ້
ປະເພດການນຳໃຊ້:
ການຄົມມະນາຄົມ
ກິດຈະກຳການກະເສດ
ອາຫານ
ກິດຈະກຳການກະເສດ
ອາຫານ
ບັນຍາຍການນຳໃຊ້:
ແບ້ເປັນສັດລ້ຽງທີ່ມີຄວາມສຳຄັນທາງດ້ານເສດຖະກິດ, ເປັນສັດທີ່ລ້ຽງງ່າຍ ແລະ ຂະຫຍາຍພັນໄດ້ໄວ.
- ແບ້ເປັນສັດທີ່ໃຫ້ຜົນຜະລິດທັ້ງຊີ້ນ ແລະ ນົມ, ເປັນສັດຂະໜາດນ້ອຍ ຜູ້ຍິງ ແລະ ເດັກນ້ອຍສາມາດລ້ຽງໄດ້.
- ແບ້ເປັນສັດທີ່ຫາອາຫານກິນເອງເກັ່ງ, ກິນອາຫານໄດ້ຫຼາກຫຼາຍ.
- ແບ້ເປັນສັດທີ່ຈະເລີນເຕິບໂຕໄດ້ໄວສາມາດຂາຍໄດ້ພຽງອາຍຸ 8 ເດືອນ.
- ແບ້ເປັນສັດທີ່ສາມາດລ້ຽງໄດ້ໃນທົ່ງພຽງ ແລະ ເນີນສູງ
- ແບ້ເປັນສັດທີ່ປັບເຂົ້າກັບສະພາບແວດລ້ອມໄດ້ດີ
- ຊີ້ນແບ້ສາມາດຮັບປະທານໄດ້ເກືອບທຸກສາສະໜາໃນໂລກ.
ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ
ລະດູການເກັບກູ້:
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Uploaded on 24 March 2023 by Ch. T. Reynolds. Available: https://www.gbif.org/occurrence/4599974521. [Accessed: January 9, 2025]
[2] Photodune [Online]. Uploaded by D. Gograndi. Available: https://photodune.net/item/domestic-goat-with-horns-capra-hircus/49768231. [Accessed: January 9, 2025]
[3] iNaturalist [Online]. Uploaded on 04 January 2024 by Z. Daniel. Avail-able: https://www.gbif.org/occurrence/4519123522. [Accessed: Janu-ary 9, 2025]

ອ້າງອິງ:
[1] M. M. R. Lafleur, L. Litalema, N. Utshudienyema, L. Dino, M. Kapiteni, M. Justin, M. Lucien, M. Ndolandola and A. Alio, “Brief Theoretical Over-view of the Goat (Capra hircus L. 1758) Indigenous of Ituri in the Demo-cratic Republic of Congo and of Africa,” American Scientific Research Journal for Engineering, Technology, and Sciences, Volume 44, No 1, pp 209-230, 2018 [Online]. Available: https://core.ac.uk/reader/235050630.
[2] Animal Diversity Web, “Capra hircus,” [Online]. Available: https://animaldiversity.org/accounts/Capra_hircus/. [Accessed: January 9, 2025]
[3] Global Invasive Species Database, “Capra hircus,” [Online]. Available: https://www.iucngisd.org/gisd/species.php?sc=40. [Accessed January 9, 2025]
[4] Global distribution Information Facility, “Capra hircus Linnaeus, 1758,” [Online]. Available: https://www.gbif.org/species/2441056. [Ac-cessed: January 9, 2025]
[5] IUCN. (2006, May 19). IUCN red list. Retrieved from IUCN red list web site: https://www.iucnredlist.org/species/136383/4283792#assessment-information.
[6] Livestock Conservancy, “A Brief History of Goat Domestication,” [Online]. Available: https://livestockconservancy.org/2022/10/11/a-brief-history-of-goat-domestication/. [Accessed: January 10, 2025]
[7] Aslam, G. Jain, Ng. J. Singh, P. S. Chakrabortty and k. Shukla, “An Overview of Goat Farming and Its Importance,” Volume 3 Issue 1. 2023 [Online]. Available: https://www.researchgate.net/publication/376798745_An_Overview_of_Goat_Farming_and_Its_Importance

ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet:
,