ເລກລຳດັບທີ: 2267
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນແກມອົ້ນ
Lao Hollies
Ilex umbellulata (Wall.) Loes.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ໃນເນົ່າ, ຫວ້າຂາວ, ຕານຂະໂມຍ ແລະ ແກມອົ້ນໃບໃຫຍ່.ຊື່ລາວ: ຕົ້ົົນແກ້ມອົ້ນAssamese: Hatikerepa, Kotoki and Boga-Kulia.Chinese:Sӑn xủ dōngqīng and Duōhé dōngqīng.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Aquifoliales
ຊື່ສະກຸນ
Aquifoliaceae
ສະກຸນ
Ilex
ຊະນິດ
Ilex umbellulata
ຊື່ພ້ອງ
Ilex sulcata Wall. ex Hook.f.
Ehretia umbellulata Wall.
ບັນຍາຍລັກສະນະທາງພືດສາດ
ຕົ້ນແກມອົ້ນຈັດເປັນໄມ້ຢືນຕົ້ນຂະໜາດກາງ. ລຳຕົ້ນຕັ້ງຊື່, ມີເນື້ອໄມ້, ສູງ 10-20 ມ, ພາກສ່ວນອ່ອນເປັນສີຂຽວ, ພາກສ່ວນແກ່່ເປັນສີເທົ່າ ຫຼື ສີຂາວ, ເປືອກທາງດ້ານໃນເປັນສີແດງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ກ້ວາງ 2-5 ຊມ, ຍາວ 4.5-10 ຊມ, ໂຄນໃບບ້ຽວ ຫຼື ຮຽວແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວກ້ຽງທັງສອງດ້ານ. ຊໍ່ດອກລວມແບບກະຈະ, ຍາວ 8-15 ຊມ. ຊໍ່ດອກຍ່ອຍຮູບກົມ, ກ້ານຊໍ່ດອກຍາວປະມານ 2 ຊມ. ດອກຍ່ອຍຈັບແບບກະຈຸກົມ, ມີຈຳນວນຫຼາຍ, ມີຂະໜາດ 1-3 ມມ. ກາບດອກມີ 4 ກາບ, ຮູບສາມຫຼ່ຽມ, ສີຂຽວ. ກີບດອກມີ 4 ກີບ, ຮູບໄຂ່, ສີເຫຼືອງອົມຂາວ. ເກສອນຜູ້ມີ 4 ອັນ, ກ້ານຊູຖົງລະອອງສີຂາວ, ຍາວ 3-5 ມມ, ຖົງລະອອງຮູບໝາກໄຂ່ຫຼັງ, ສີເຫຼືອງ. ເຕົ້າໄຂ່ຮູບກົມ ຫຼື ຮູບໄຂ່, ປາຍຮວງຮັບແຫຼມ, ສີເຫຼືອງ. ໝາກດ່ຽວ, ຮູບກົມ, ຜິວລຽບມັນ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີແດງ ຫຼື ສີດຳ. ແກ່ນຮູບກົມ, ສີດຳ ຫຼື ສີນ້ຳຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນທາງດ້ານການຢາ: ເປືອກນຳມາຕົ້ມດື່ມແກ້ອາການເຈັບຫົວ, ເຈັບເສັ້ນປະສາດ, ຮັກສາໝາກໄຂ່ຫຼັງອັກເສບ ແລະ ເປັນບວມ.

ໃຫ້ພະລັງ: ເປັນພະລັງງານເຊື້ອເພີງ

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,