ເລກລຳດັບທີ: 2257
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ງ້ວນໃບໃຫຍ່
Cowslip creeper
Telosma cordata (Burm. fil.) Merr.
ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ສະລິດ, ຂະຈໍ, ຜັກສະລິດ, ກະຈອນ, ຂະຈອນ, ສະລິດປ່າ, ຄາເຣົາ ແລະ ຜັກຂິກຊື່ສາມັນ: Cowslip creeper
ອະນຸກົມວິຖານ
ຊື່ສະກຸນ
Asclepiadaceae
ຊື່ພ້ອງ
Asclepias cordata Burm.f.
Cynanchum odoratissimum Lour.
Oxystelma ovatum P.T. Li & S.Z. Huang
Pergularia minor Andrews
Telosma minor (Andrews) Craib
Telosma odoratissima (Lour.) Coville
ບັນຍາຍລັກສະນະທາງພືດສາດ
ລຳຕົ້ນເປັນລຳເລືອ ພັນຕາມຕົ້ນໄມ້ໃຫຍ່, ຮູບກົມ, ພາກສ່ວນອ່ອນສີຂຽວປົນແດງ, ພາກສ່ວນແກ່ສີນ້ຳຕານ. ໃບດ່ຽວ, ຈັບຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຫົວໃຈ, ກ້ວາງ 4-8 ຊມ, ຍາວ 6-10 ຊມ, ໂຄນໃບຮູບຫົວໃຈ, ຂອບລຽບ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວມີຂົນສັ້ັັັນກະຈາຍຢູ່ທົ່ວແຜ່ນໃບ. ກ້ານໃບກົມ, ຍາວ 1-2 ຊມ, ສີຂຽວ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ. ດອກຍ່ອຍມີ 8-20 ດອກ, ຮູບລຳໂພງ. ກາບດອກມີ 5 ກາບ, ຮູບໄຂ່, ຂອບລຽບ, ປາບແຫຼມ, ສີຂຽວ, ມີຂົນປົກຄຸມຢ່າງໜາແໜ້ນ. ກີບດອກເຊື່ອມຕິດກັນເປັນຫຼອດ, ຮູບທໍ່ກົມ, ພາຍໃນກີບດອກມີຂົນຢ່າງອ່ອນນຸ້ມຈັບຢູ່ຢ່າງໜາແໜ້ນ, ປາຍແຍກອອກເປັນ 5 ແສກ, ຮູບໄຂ່, ຮູບຫອກ ຫຼື ຮູບຮີ, ກ້ວາງ 0.3-0.5 ຊມ, ຍາວ 0.8-1 ຊມ, ສີເຫຼືອງປົນສີສົ້ມ. ເກສອນຜູ້ມີ 2 ອັນ, ຮູບແກ່ນຖົ່ວ, ສີຂາວ. ເຕົ້າໄຂ່ຮູບໄຂ່, ຄໍເຕົ້າໄຂ່ຍາວປະມານ 3 ມມ, ຮວງຮັບນູນຂຶ້ນເລັກນ້ອຍ. ໝາກເປັນຝັກ, ຮູບຮີ, ຍາວ 5-8 ຊມ, ໝາກແຫ້ງແລ້ວແຕກ. ແກ່ນມີເສັ້ນໄຍສີຂາວ, ມີຂະໜາດນ້ອຍ, ສີນ້ຳຕານ ຫຼື ສີດຳ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ເປັນອາຫານ: ຍອດ ຫຼື ໃບອ່ອນນຳໄປໃສ່ແກງແຄ, ຫຼວກກັບແຈ່ວ. ໝາກອ່ອນໃຊ້ເປັນເຄື່ອງຄຽງກິນສົດ ຫຼື ຫຼວກກັບແຈ່ວ. ດອກສາມາດກິນສົດ, ຫຼວກກັບແຈ່ວ ແລະ ຍັງນຳມາປຸ່ງແຕ່ງອາຫານໄດ້ຫຼາຍເມນູ.

ສັບພະຄຸນທາງດ້ານການຢາ: ແກ້ອາການເຈັບຫົວ, ວຽນຫົວ, ປວດຮາກ, ຊ່ວຍບຳລຸງສາຍຕາ, ແກ້ຕາອັກເສບ, ແກ້ຫວັດ, ແກ້ໄຂ້, ຊ່ວຍຂັບສຽມຫະ, ບຳລຸງເລືອດ, ຮັກສາເລືອດເປັນພິດ, ບຳລຸງຫົວໃຈ, ປອດ, ຕັບ, ໄຕ່, ບຳລຸງທາດ, ຊ່ວຍຖອນພິດ, ຂັບສານພິດ, ຊ່ວຍແກ້ທ້ອງອືດທ້ອງເຟີ້, ຊ່ວຍລະບົບຂັບຖ່າຍ ແລະ ຊ່ວຍເພີ່ມພູມຕ້ານທານໃຫ້ກັບຮ່າງກາຍ.

ນອກຈາກນີ້ແລ້ວດອກຍັງສາມາດນຳໄປເຮັດພວງມະໄລຂາຍອີກດ້ວຍ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,