ເລກລຳດັບທີ: 2253
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນຂີ້ໜອນ
Cowa Mangosteen
Garcinia cowa Roxb.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ຊະມ່ວງ, ສົ້ມປອ້ງ, ມະປ່ອງ, ໝາກໂໝກ, ມ່ວງສົ້ມ, ກະມວງ, ມວງ, ສົ້ມມວງ, ການິ, ຕຣະມູງ, ຍອດມວງ, ສົ້ມມ່ວງ, ສົ້ມໂມງ ແລະ ສົ້ມປ່ອງ.ຊື່ອັງກິດ: Cowa
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Malpighiales
ຊື່ສະກຸນ
Clusiaceae
ສະກຸນ
Garcinia
ຊະນິດ
Garcinia cowa
ຊື່ພ້ອງ
Cambogia crassifolia Blanco
Garcinia cambogia Roxb.
Garcinia cornea Roxb. ex Sm.
Garcinia dioica Sm.
Garcinia roxburghii Wight
Garcinia umbellifera Wall.
Garcinia wallichii Choisy
Oxycarpus gangetica Buch.-Ham.
ບັນຍາຍລັກສະນະທາງພືດສາດ
ຕົ້ນຂີ້ໜອນຈັດເປັນໄມ້ຍືນຕົ້ນຂາດນ້ອຍຫາປານກາງ. ລຳຕົ້ນສູງປະມານ 5-10 ມ, ເປັນໄມ້ເນື້ອແຂງ, ມີການແຕກກິ່ງກ້ານຢູ່ສ່ວນເທິງຂອງລຳຕົ້ນ, ຜິວລຽບ, ເປືອກລຳຕົ້ນຄຸຄັງ, ແຕກເປັນເກັດ, ສີດຳ ຫຼື ສີນ້ຳຕານ, ເປືອກດ້ານໃນສີສົມພູປົນສີແດງ, ມີນ້ຳຢາງສີເຫຼືອງໄລ່ອອກຈາກເປືອກ. ໃບດ່ຽວ, ອອກແບບກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຂອບຂະໜານ, ຮູບຮີ ຫຼື ຮູບຫອກ, ກ້ວາງ 2.5-5 ຊມ, ຍາວ 8-13 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວລຽບທັງສອງດ້ານ, ໃບອ່ອນມີສີຂຽວອົມແດງ, ໃບແກ່ມີສີຂຽວເຂັ້ມ. ກ້ານໃບຮູບກົມ, ຍາວ 0.5-1 ຊມ, ສີສີຂຽວອົມແດງ. ດອກແຍກເພດຕ່າງຕົ້ນ, ອອກຕາມງ່າມໃບ ແລະ ປາຍຍອດ. ດອກຜູ້ເປັນຊໍ່ແບບກະຈຸກ, ມີດອກຍ່ອຍ 3-4 ດອກ, ກ້ວາງ 2-2.5 ຊມ. ກາບດອກມີ 4 ກາບ, ຮູບຮີ ຫຼື ຮູບຂອບຂະໜານ. ກີບດອກໂຄນເຊື່ອມຕິກັນ, ປາຍແຍກອອກເປັນ 4 ແສກ, ຮູບໄຂ່, ເນື້ອໜາ, ແຂງ, ສີເຫຼືອງອົມສົ້ມ. ມີເກສອນເພດຜູ້ມີຈຳນວນຫຼາຍ, ຈັບຮຽງກັນເປັນຮູບ 4 ຫຼ່ຽມ. ດອກເພດແມ່ເປັນດອກດ່ຽວ, ອອກຕາມປາຍກິ່ງ, ດອກມີເກສອນເພດຜູ້ທຽມຮຽງຢູ່ທົ່ວເຕົ້າໄຂ່, ມີກ້ານເກສອນຕິດກັນເປັນກຸ່ມ. ເຕົ້າໄຂ່ຮູບໄຂ່, ປາຍຮວງຮັບມີຕ່ອມ 1 ຕ່ອມ, ສີແດງ. ໝາກດ່ຽວ, ຮູບກົມ, ມີເນື້ອ, ຂະໜາດ 2.5-6 ຊມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີເຫຼືອງ ຫຼື ສີສົ້ມ ແລະ ມີຮ່ອງຕາມລວງຍາວປະມານ 5-8 ຮ່ອງ. ແກ່ນມີຂະໜາດໃຫຍ່, ມີຈຳນວນ 4-6 ເມັດ, ຮູບຮີ, ສີເທົາ ຫຼື ສີນ້ຳຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ເປັນອາຫານ: ໃຊ້ເປັນເຄື່ອງຄຽງກິນກັບລາບ, ແຈ່ວ ແລະ ຊຸບຜັກ. ໝາກສຸກຮັບປະທານເປັນໝາກໄມ້ໄດ້.

ສັບພະຄຸນທາງດ້ານການຢາ: ຮາກ ເປັນຢາແກ້ໄຂ້ຕົວຮ້ອນ, ຊ່ວຍຖອນພິດໄຂ້, ແກ້ອາການຮ້ອນໃນ ແລະ ແກ້ອາການທ້ອງບິດ. ໃບ: ຊ່ວຍຂັບເລືອດປະຈຳເດືອນຂອງຜູ້ຍິງ ແລະ ໃຊ້ປຸ່ງເປັນຢາຂັບເລືອດເສຍ. ດອກ: ຊ່ວຍແກ້ດີພິການ ແລະ ຊ່ວຍໃນການຍ່ອຍອາຫານ. ໝາກອ່ອນ ແລະ ໃບ: ຊ່ວຍຟອກເລືອດ, ຊ່ວຍແກ້ອາການຂາດນ້ຳ ແລະ ແກ້ໄອ. ໝາກ, ໃບ ແລະ ດອກຊ່ວຍຮັກສາທາດພິການ ແລະ ເປັນຢາລະບາຍທ້ອງ. ແກ່ນໃຊ້ຝົນ ຫຼື ແຊ່ນ້ຳດື່ມແກ້ອາການເນັບຊາ.

ນອກຈາກນີ້ແລ້ວເພິ່ນໄດ້ຄົ້ນພົບສານຊະນິດໃຫມ່ຈາກໃບຂີ້ໜອນໂດຍໃສ່ຊື່ວ່າ: Chamuangone ເຊິ່ງສານດັງກ່າວມີປະສິດທິພາບໃນການຕ້ານມະເຣັງໄດ້ດີ, ຊ່ວຍຕ້ານເຊື້ອແບັກທິເຣຍ, ທີ່ກໍພະຍາດທາງເດີນອາຫານ, ຊ່ວຍຍັບຍັ້ງເຊື້ອ Leishmania major ທີ່ເປັນພະຍາດລະບາດໄດ້ເປັນຢ່າງດີ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,