ເລກລຳດັບທີ: 2246
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນກະຈຽບ
Okra
Abelmoschus esculentus (L.) Moench
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ໝາກເຂືອໝື່ນ, ໝາກກະຈຽບຂາວ, ກຣະຕາດ, ກະຈຽບມ່ອນ, ໝາກເຂືອ, ໝາກເຂືອມ່ອນ, ໝາກເຂືອພະມ້າ, ໝາກເຂືອລະໂວະ, ໝາກເຂືອຂື່ນ ແລະ ຖົ່ວເລະ.ຊື່ສາມັນ: Okra, Lady’s finger, Gombo, Gumbo, Bendee and Quimbamto.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Malvales
ຊື່ສະກຸນ
Malvaceae
ສະກຸນ
Abelmoschus
ຊະນິດ
Abelmoschus esculentus
ຊື່ພ້ອງ
Abelmoschus bammia Webb
Abelmoschus longifolius (Willd.) Kostel.
Abelmoschus officinalis (DC.) Endl.
Abelmoschus praecox Sickenb.
Abelmoschus tuberculatus Pal & Singh
Abelmoschus tuberculatus var. deltoidefolius T.K.Paul & M.P.Nayar
Hibiscus esculentus L.
ບັນຍາຍລັກສະນະທາງພືດສາດ
ຕົ້ນກະຈຽບຈັດເປັນພືດລົ້ມລຸກອາຍຸ 1 ປີ. ຮາກເປັນລະບົບຮາກແກ້ວ ແລະ ຮາກຝອຍ. ລຳຕົ້ນຕັ້ງຊື່, ສູງ 0.8-1.5 ມ, ເປັນໄມ້ເນື້ອອ່ອນ, ແຕກກິ່ງກ້ານ, ເປືອກບາງ, ສີຂາວອົມຂຽວ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຝາມື, ເສັ້ນຜ່າສູນກາງ 5-30 ຊມ, ໂຄນໃບຮູບຫົວໃຈ, ຂອບແສກແຂ້ວ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວໃບສາກຊາທັງສອງດ້ານ. ກ້ານໃບຮູບກົມ, ຍາວ 7-30 ຊມ. ດອກດ່ຽວ, ອອກຕາມງ່າມໃບ ຫຼື ປາຍຍອດ, ດອກສົມບູນເພດ, ເມື່ອບານເຕັມທີ່ຈະມີເສັ້ນຜ່າສູນກາງ 5-7 ຊມ. ດິ້ວປະດັບມີ 7-12 ອັນ, ຮູບແຖບ ຫຼື ຮູບຫຼິ້ມ, ຍາວ 0.5-1.8 ຊມ, ກາບດອກຍາວ 2-3 ຊມ, ມີຂົ້ນອ່ອນນຸ້ມຈາຍຢ່າງໜາແໜ້ນ, ຮູບດາວ. ກີບດອກມີ 5 ກີບ, ຈັບຊ້ອນເລື່ອມກັນ, ຮູບໄຂ່ກ້ວາງ, ຍາວ 3.5-5 ຊມ, ຂອບລຽບ, ປາຍແຫຼມ ຫຼື ມົນ, ສີເຫຼືອງ, ບໍລິເວນກາງກີບດອກມີສີມ່ວງເຂັ້ມ. ເສົາເກສອນເພດຜູ້ຮູບຊົງກະບອກ, ຍາວ 2-2.5 ຊມ, ເກສອນເພດຜູ້ຈັບຢູເທິງເສົາຢ່າງໜາແໜ້ນ. ເຕົ້າໄຂ່ຈັບຢູ່ຖານກີບດອກ, ຮູບໄຂ່ ຫຼື ຮູບຫອກ, ມີຂົນປົກຄຸມຢ່າງໜາແໜ້ນ, ປາຍຮ່ວງຮັບຮູບຫົວໃຈ. ໝາກເປັນຝັກ, ຮູບຊົງກະບອກ, ຍາວ 4-20 ຊມ, ມີຮ່ອງ ຫຼື ຫຼ່ຽມຕາມແນວຍາວ, ມີ 9 ຫຼ່ຽມ, ໂດຍທົ່ວໄປພົບ 8 ຫຼ່ຽມ, ປາຍແຫຼມ. ແກ່ນຮູບກົມ, ຈັບຮຽງເປັນແຖວຕາມແນວຍາວຂອງຝັກ, ໝາກອ່ອນເປັນສີຂາວ ຫຼື ເຫຼືອງ, ແກ່ນແກ່ຈະມີສີດຳເຫຼື່ອມ ຫຼື ສີດຳປົນສີນ້ຳຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ທົ່ງພຽງວຽງຈັນ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ໃຊ້ເປັນອາຫານ: ຮາກ: ນຳມາຮັບປະທານໄດ້ ແຕ່ຂ້ອນຂ້າງໜຽວ ແລະ ບໍ່ນິຍົມ. ໃບ: ຕາກແຫ້ງນຳມາປົ່ນເປັນຜົງໃຊ້ໂຮຍອາຫານ ຫຼື ປັບແຕ່ງຣົດຊາດອາຫານ. ດອກອ່ອນ ແລະ ຕາດອກສາມາດຮັບປະທານໄດ້. ໝາກອ່ອນ: ໃຊ້ຫຼວກກິນກັບແຈ່ວ, ນຳມາແກງ ຫຼື ເຮັດເມນູອາຫານຕ່າງໆໄດ້ຫຼາກຫຼາຍຢ່າງ, ໝາກກະຈຽບນຳເອົາມາປະສົມອາຫານເພື່ອເພີ່ມປະລິມານ ແລະ ປັບປຸງອາຫານ ແລະ ເຂົ້າໜົມໃຫ້ດີຂື້ນ, ແປຮູບເປັນກະຈຽບແຫ້ງ, ກະຈຽບຜົງສາມາດນຳມາເປັນຊາຊົງດື່ມໄດ້. ແກ່ນກະຈຽບນຳມາຂົ້ວແລ້ວບົດສາມາດນຳມາໃຊ້ແທນເມັດກາເຟ ຫຼື ນຳໃຊ້ໃນການແຕ່ງກິ່ນກາເຟ, ແປ້ງທີ່ນຳມາບົດສາມາດນຳມາເຮັດເຂົ້າໜົມ ຫຼື ເຕົ້າເຮັດນ້ຳເຕົ້າຮູ້ ແລະ ນຳມາປະສົມກັບແປງສາລີເຮັດເຂົ້າໜົມປັງ.

ສັບພະຄຸນທາງການຢາ: ຮາກ ນຳມາຕົ້ມດື່ມຮັກສາພະຍາດໄຊຟີລິດ (Syphilis). ໃບ: ຊ່ວຍຂັບເຫື່ອ ແລະ ຮັກສາພະຍາດປາກນົກກະຈອກ. ເສັ້ນໄຍຈາກກະຈຽບຊ່ວຍກຳຈັດໄຂມັນປະລິມານສູງໃນຖົງນ້ຳດີ ເຊິ່ງຊ່ວຍລົດໄຂມັນ ແລະ ຄໍເຣັດສເຕີໂຣໄດ້ດີ. ດອກ: ນຳມາຕຳຮັກສາຝີໄດ້. ໝາກ: ສາມາດລົດນ້ຳຕານໃນເລືອດ, ປ້ອງກັນພະຍາດເບົາຫວານ, ປ້ອງກັນພະຍາດຫຼອດເລືອດຕີບ, ພະຍາດເບົາຫວານ, ບຳລຸງສະໝອງ, ຮັກສາຄວາມດັນເລືອດໃຫ້ຄົງທີ, ແກ້ຫວັດ, ໃຊ້ເປັນຢາລະບາຍ, ແກ້ອາການເຈັບທ້ອງບິດ, ປ້ອງກັນ ແລະ ຮັກສາແຜໃນກະເພາະອາຫານລວມເຖິງແຜໃນລຳໄສ້, ຊ່ວຍບຳລຸງຕັບ, ກຳຈັດສານພິດອອກຈາກຮ່າງກາຍ ແລະ ລົດຄໍເຣັດສເຕີໂຣ.

ເປັນສິນຄ້າ: ໝາກ ແລະ ເມືອກໝາກກະຈຽບໃຊ້ເປັນສ່ວນປະສົມຂອງຢາຖ່າຍພະຍາດຂີ້ກະຕືກ, ເມືອກ: ໃຊ້ຜະລິດແຄັບຊູນບັນຈຸຢາ ຫຼື ໃຊ້ເຄືອບຕົວຢາ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,