ເລກລຳດັບທີ: 2244
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຫວດມ້ອນ
Pink Lime-Berry
Clausena excavata Burm.fil.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ລາວ: ຕົ້ນສະມັດຊື່ໄທ: ເພ້ຍຟານ, ສັນໂສກ, ລະຍໍ, ເສ່ເນີຊີ້, ຂີ້ຮອກ, ເຕ໊ງລະ, ເໝີດໝົ່ນ, ເຮີດມ່ອນ, ຫັດຄຸນເທດ, ສະມັດນ້ອຍ, ສະມັດຂາວ.ຊື່ອັງກິດ: Pink Lime-Berry, Cama and Cemama.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Sapindales
ຊື່ສະກຸນ
Rutaceae
ສະກຸນ
Clausena
ຊະນິດ
Clausena excavata
ຊື່ພ້ອງ
Clausena excavata var. lunulata (Hayata) Tanaka
Clausena excavata var. villosa Hook.f.
ບັນຍາຍລັກສະນະທາງພືດສາດ
ຕົ້ນຫວດມ້ອນຈັດເປັນໄມ້ພຸ່ມຂະໜາດນ້ອຍ. ລຳຕົ້ນສູງ 2-4 ມ, ບາງຕົ້ນສູງເຖິງ 15 ມ, ແຕກກິ່ງກ້ານສາຂາບໍ່ເປັນລະບຽບ. ໃບປະສົມຂັ້ນສອງແບບຂົນນົກປາຍຄີກ, ອອກແບບຮຽງສະຫຼັບ, ຍາວ 15-50 ຊມ. ໃບຍ່ອຍມີ 15-31 ໃບ, ແຜ່ນໃບຮູບໄຂ່ ຫຼື ຮູບຫອກ, ກ້ວາງ 1-7 ຊມ, ຍາວ 2-20 ຊມ, ໂຄນໃບບ້ຽວ, ຂອບໃບລຽບ ຫຼື ເປັນວັກ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ກ້ຽງ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນອ່ອນນຸ້ມກະຈາຍຫ່າງໆ. ກ້ານໃບຮູບກົມ, ກ້ານໃບປາຍຍາວກວ່າກ້ານໃບດ້ານຂ້າງ, ສີຂຽວ. ຊໍ່ດອກແບບກະຈະ, ຍາວ 15-25 ຊມ. ດອກຍ່ອຍມີຈຳນວນຫຼາຍ, ດອກສົມບູນເພດ, ກ້ານດອກຍ່ອຍຍາວ 0.5-2 ຊມ. ກາບດອກມີຂະໜາດນ້ອຍຫຼາຍ, ສີຂຽວ. ກີບດອກມີ 4 ກີບ, ຮູບໄຂ່ ຫຼື ຮູບຂອບຂະໜານ, ຂອບລຽບ, ປາຍແຫຼມ, ສີຂຽວອ່ອນ ຫຼື ສີຂາວອົມເຫຼືອງ. ເກສອນເພດຜູ້ມີ 8 ອັນ, ກ້ານຊູຖົງລະອອງຍາວ 1.5-3.5 ມມ, ຖົງລະອອງຈັບປາຍຮູບໝາກໄຂ່ຫຼັງ, ແຕກຕາມລວງຍາວ, ສີເຫຼືອງ. ເຕົ້າໄຂ່ຮູບໄຂ່, ຄໍເຕົ້າໄຂ່ຍາວປະມານ 1.8 ມມ, ປາຍຮວງຮັບຮູບຈາຍ. ໝາກມີເນື້ອ, ຮູບໄຂ່, ຍາວ 1-2 ຊມ, ໝາກອ່ອນສີຂຽວ, ໝາກແກ່ສີສົມພູປົນສີແດງ. ແກ່ນມີຂະໜາດໃຫຍ່, ຮູບໄຂ່, ສີນ້ຳຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ, ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ໃຊ້ເປັນອາຫານ: ໃບ ແລະ ຍອດອ່ອນນຳມາເປັນຜັກກິນກັບລາບ, ຊູບໜໍ່ໄມ້ ຫຼື ນຳມາກິນກັບແຈ່ວ.

ສັບພະຄຸນທາງດ້ານການຢາ: ທັງຕົ້ນຕົ້ມອາບແກ້ຜື່ນຄັນ, ເປືອກຕົ້ນພົບສານທີ່ມີປະສິດຕິພາບໃນການກຳຈັດທາດພິດທີ່ທຳລາຍຕັບ, ແກ້ອາການປວດ ແລະ ຕັບອັກເສບ. ຕົ້ນ ແລະ ໃບຕົ້ມດື່ມເປັນຢາແກ້ສານພິດ, ກິ່ງ ແລະ ໃບຕົ້ມອາບ ຫຼື ອົບແກ້ໄຂ້. ໃບອ່ອນໃຊ້ກິນແກ້ອາການຖອກທ້ອງ, ແກ້ອາການໄຂ້ມາລາເຣຍ, ວັນນະໂຣກ, ຮັກສາພະຍາດຜິວໜັງ, ຫ້າມເລືອດ ແລະ ຂ້າເຊື້ອ.

ນອກຈາກນີ້ແລ້ວຊາວບ້ານຍັງນິຍົມເອົາໃບໄປໃສ່ຮັງໄຂ່ເພື່ອໄລ່ໄຮ ຫຼື ນຳມາຕົ້ມອາບໝາ, ໄກ່ເພື່ອຂ້າເຫັບ ຫຼື ໄຮ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,