ເລກລຳດັບທີ: 2242
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນໄຮສົ້ມ
Assamese Fig
Ficus geniculata Kurz
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ຕົ້ນລຽບ, ຕົ້ນເຮີດ ແລະ ຕົ້ນເຮີຍດ曲枝榕 qu zhi rong
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Rosales
ຊື່ສະກຸນ
Moraceae
ສະກຸນ
Ficus
ຊະນິດ
Ficus geniculata
ຊື່ພ້ອງ
Ficus geniculata var. abnormalis Kurz
Ficus tenii H.Lév.
ບັນຍາຍລັກສະນະທາງພືດສາດ
ຕົ້ົ້ນໄຮສົ້ມຈັດເປັນໄມ້ຢືນຕົ້ນ. ລຳຕົ້ນສູງ 8-15 ມ, ເນື້ອໄມ້ແຂງ, ລຳຕົ້ນເປັນສີເທົາ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 6-7 ຊມ, ຍາວ 7- 15 ຊມ, ກົກໃບມົນ ຫຼື ແຫຼມ,ຂອບລຽບ, ປາຍແຫຼມ ຫຼື ຕິ່ງໜາມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບລຽບທັງສອງດ້ານ, ໃບອ່ອນມີສີຊົມພູປົນຂຽວ ແລະ ມີປອກຫຸ້ມໃບອ່ອນໄວ້ເມື່ຶອໃບຂະຫຍາຍໃຫຍ່ຂຶ້ນປອກຈະຫຼຸດລົງ, ໃບແກ່ມີສີຂຽວເຂັ້ມ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ຫຼື ປາຍຍອດ, ກ້ານຊໍ່ດອກສັ້ນຫຼາຍ. ດອກຍ່ອຍມີ 2-3 ດອກຕໍ່ຊໍ່, ດອກແຍກເພດໃນຕົ້ນດ່ຽວກັນ. ດອກຜູ້ມີກາບດອກມີ 4 ກີບ, 2 ກີບນ້ອຍ, 2 ກີບໃຫຍ່, ຮູບໄຂ່, ຂອບລຽບ, ປາຍແຫຼມ. ກີບດອກມີ 4 ກີບແຍກກັນອິດສະຫຼະ, ຮູບບ່ວງ, ສີຂາວ, ເກສອນເພດຜູ້ຈັບຢູ່ຖານກີບດອກ, ຖົງລະອອງຮູບໝາກໄຂ່ຫຼັງ. ດອກເພດແມ່ມີເຕົ້າໄຂ່ຮູບກົມ. ໝາກດ່ຽວ, ຮູບກົມ, ຈັບຕາມກິ່ງກ້ານ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີສົມພູ, ສີມ່ວງ, ສີແດງ ຫຼື ສີດຳ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ເປັນອາຫານ: ໃບ ແລະ ຍອດອ່ອນນຳໄປແກງ, ຕົ້ມກັບຊີ້ນໝູ, ຊີ້ນໄກ່, ນຳໄປລວກກັບແຈ່ວ ຫຼື ນຳມາເຮັດຍຳ.

ສັບພະຄຸນທາງດ້ານການຢາ: ເປືອກ ແລະ ລຳຕົ້ນຕົ້ມກິນແກ້ອາການປວດທ້ອງ. ນອກຈາກນີ້ແລັວປະຊາຊົນຍັງນຳໃຊ້ໃນພິທີກຳຕາມສາດສະໜາເພື່ອເປັນສິລິມຸງຄຸນ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,