ເລກລຳດັບທີ: 2240
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຜັກແພວນ້ຳ
Chinese knotweed
Persicaria chinensis (L.) H. Gross
ພືດ
ພືດລົ້ມລຸກ
ພືດນ້ຳເປັນທີ່ເປັນພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ລາວ: ສົ້ມໂກຍ, ຜັກແພວແດງ.ຊື່ໄທ: ພະຍາດົງ, ເອື້ອງເພັດມ້າ, ຜັກບັງໃບ, ໜໍ່ກະອື, ມີສ້ອຍ, ລຳຖ້ອຍ, ປຣ້າງເຈັງບົວ, ໂພ່ງລິນ, ຜັກໄຜ່ນ້ຳຍອດແດງ, ຜັກບຸ້ງທ້ອງແດງ ແລະ ຜັກລິ້ນໄຟ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Caryophyllales
ຊື່ສະກຸນ
Polygonaceae
ສະກຸນ
Persicaria
ຊະນິດ
Persicaria chinensis
ຊື່ພ້ອງ
Polygonum chinense L.
Persicaria chinensis var. ovalifolia (Meisn.) H. Hara
Persicaria chinensis var. siamensis H. Lév.
ບັນຍາຍລັກສະນະທາງພືດສາດ
ຜັກແຜ່ວນ້ຳຈັດເປັນພືດລົ້ມລຸກ. ລຳຕົ້ນເປັນລຳເລືອ, ຍາວໄດ້ເຖິງ 4 ມ, ກົມ, ສີແດງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຂອບຂະໜານ ຫຼຶ ຮູບໄຂ່, ກ້ວາງ 1-5 ຊມ, ຍາວ 3-10 ຊມ, ໂຄນໃບບ້ຽວ, ຂອບໃບແສກແຂ້ວ, ປາຍຮຽວແຫຼມ, ຮູບແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບລຽບ ຫຼື ມີຂົນເລັກນ້ອຍ, ໃບອ່ອນເປັນສີແດງປົນສີຂຽວ, ໃບປານກາງຫາແກ່ເປັນສີຂຽວ. ມີຫູໃບເປັນປອກຫຸ້ມລຳຕົ້ນໄວ້. ຊໍ່ດອກແບບກະຈ່າງ, ອອກຕາມງ່າມໃບ ຫຼື ປາຍຍອດ. ດອກຍ່ອຍມີ 4-8 ດອກ, ເປັນດອກສົມບູນເພດ. ກາບດອກແຍກອອກເປັນ 5 ແສກ, ຮູບສາມຫຼ່ຽມ, ຂອບລຽບ, ປາຍແຫຼມ. ກີບດອກມີ 5 ກີບ, ຮູບໄຂ່, ຂອບລຽບ, ປາຍແຫຼມ, ສີຂາວ. ເກສອນເພດຜູ້ມີ 8 ອັນ, ຈັບຢູ່ໂຄນກີບດອກ, ກ້ານຊູ່ຖົງລະອອງສີຂາວ, ຍາວ 4-5 ມມ, ຖົງລະອອງຮູບແກ່ນຖົ່ວ, ສີມ່ວງ ຫຼື ສີນ້ຳເງິນເຂັ້ັມ. ເຕົ້າໄຂ່ຮູບກົມ, ຄໍເຕົ້າໄຂ່ຍາວ 2-3 ມມ, ຮວງຮັບແຍກອອກເປັນ 3 ແສກ, ປາຍນູນຂຶ້ນເລັກນ້ອຍ, ສີຂາວ. ໝາກດ່ຽວ, ຮູບເກືອບກົມ, ໝາກອ່ອນມີສີຂຽວ, ໝາກແກ່ສີນ້ຳເງິນເຂັ້ມ ຫຼື ສີດຳ. ແກ່ນຮູບກົມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ພູພຽງບໍລິເວນ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ໃຊ້ເປັນອາຫານ: ຍອດອ່ອນນຳມາຫຼວກກັບແຈ່ວ, ນຳມາແກງແຄ, ໃຊ້ເປັນຜັກກັບລາບ ຫຼື ສັບໃຫ້ລະອຽດໃສ່ລາບ. ໝາກມີລົດຊາດສົ້ມປົນຫວານສາມາດກິນໄດ້.

ສັບພະຄຸນທາງການຢາ: ຮາກ ນຳມາຕົ້ມກັບຮາກຕົ້ນສາກເຫຼັກ, ຮາກຫຍ້າຍຸບ ແລະ ຮາກຕົ້ນປົວຊຸຍແກ້ຕົ້ນກິນເປັນຢາແກ້ອາການປວດທ້ອງນ້ອຍ, ຮາກໃຊ້ຕົ້ມປະສົມກັບຕົ້ນຂີ້ຄອກ ແກ້ພະຍາດໜອງໃນ. ທັງຕົ້ນ: ຕົ້ມດື່ມກັບນ້ຳແກ້ທາດພິດ, ແກ້ນິ້ວ ແລະ ນຳມາທຸບຫໍຜ້າໝົກໄຟປະຄົບແກ້ອາການເຈັບທ້ອງໄສ້ຕິ່ງ (ອາການເບົາ). ໃບ: ນຳມາຕົ້ມກັບນ້ຳແກ້ປັດສະວະຂັດ, ເປັນຢາຍຸດປະຈຳເດືອນ (ສະເພາະຜູ້ຍິງສູງອາຍຸ, ສຳລັບໄວໜຸ່ມ ຫຼື ຜູ້ຍິງຖືພາຫ້າມກິນເດັດຂາດ), ໃຊ້ໃບ ຫຼື ຍອດປະສົມກັບຮາກສົ້ມກຸ້ງຮັກສາພະຍາດໜອງໃນ, ໃຊ້ຕຳຜອກຫ້າມເລືອດ, ຮັກສາແຜສົດ, ແຜເປືອຍ, ແຜໄຟໄໝ້ ແລະ ນ້ຳຮ້ອນຫຼວກ ຫຼື ຄັ້ນເອົານ້ຳທາ, ພອກຂ້າແບັກທິເຣຍ, ຮັກສາພະຍາດຜິວໜັງ, ຜື່ນຄັນ, ຂີ້ກະຕອດ, ຝີ ຫຼື ໜອງ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,