ເລກລຳດັບທີ: 2236
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຜັກບົວລະພາໃຫຍ່
Tree basil
Ocimum gratissimum L.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ລາວ: ຜັກຫອມຈັນ, ຜັກກະເພາະໃຫຍ່.ຊື່ໄທ: ຜັກຍີ່ຣ່າ, ກະເພາະຫວານ, ຈັນທໍຫອມ, ຜັກເນີຍມ, ຈັນທໍຂີ້ໄກ່, ເນີຍມຕົ້ນ, ສະຫຼີ່ດີ, ຫຼ່າ, ຫອມປ້ອມ, ໂຫຼະພາຊ້າ ແລະ ກະເພາະຄວາຍ. ຊື່ອາຟິກກາ: African basil, Kummel.ຊື່ປະເທດບຼາຊິວ: Shrubby basil, Wild basil.ຊື່ອັງກິດ: Kawawya, Caraway friut, Caraway seed, Kummel, Caraway
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Lamiales
ຊື່ສະກຸນ
Lamiaceae
ສະກຸນ
Ocimum
ຊະນິດ
Ocimum gratissimum
ຊະນິດຍ່ອຍ
Ocimum gratissimum gratissimum
Ocimum gratissimum iringense
ຊື່ພ້ອງ
Ocimum gratissimum Forssk. [Illegitimate]
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ລົ້ມລຸກອາຍຸຫຼາຍປີ. ລຳຕົ້ນສູງປະມານ 50-80 ຊມ, ແຕກກິ່ງກ້ານຫຼາຍ, ພາກສ່ວນອ່ອນມີສີຂຽວ, ພາກສ່ວນແກ່ມີສີນ້ຳຕານອ່ອນ. ໃບດ່ຽວ ອອກກົງກັນຂ້າມສອງແຜ່ນພຽງຕັ້ງສາກສະຫຼັບກັນຕາມຂໍ້, ຮູບຮີ ຫຼື ຮູບໄຂ່, ໂຄນໃບຮູບຫຼິ້ມ, ຂອບໃບແສກແຂ້ວເລື່ອຍ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ມີຂົນປົກຄຸມຜິວທັງສອງດ້ານ. ຊໍ່ດອກແບບກະຈະ, ອອກຕາມປາຍຍອດ, ຍາວ 10-16 ຊມ, ມີດອກຍ່ອຍປະມານ 50-100 ດອກ. ດອກຍ່ອຍມີຂະໜາດນ້ອຍ. ກາບດອກສີຂຽວ, ມີຂົນຂາວປົກຄຸມຢ່າງໜາແໜ້ນ. ກີບດອກມີ 2 ກີບ, ກີບເທິງຮູບໄຂ່ກວ້າງ, ກີບລຸ່ມຮູບບ່ວງ, ສີຂາວ. ເກສອນເພດຜູ້ມີ 4 ອັນ, ຖົງເມັດລະອອງສີຂາວ. ເຕົ້າໄຂ່ຮູບກົມ, ຮວງຮັບມີປາຍແຍກອອກເປັນສອງແສກຮູບອັກສອນທີ. ໝາກຮູບກົມ ຫຼື ຮູບຮີ, ມີຂະໜາດປະມານ 1 ມມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີນ້ຳຕານອ່ອນ ຫຼື ເປັນສີດຳ. ແກ່ນມີຂະໜາດນ້ອຍຫຼາຍ, ສີດຳ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ໃຊ້ເປັນອາຫານ: ໃບໃຊ້ເປັນເຄື່ອງເທດສຳລັບຂົ້ວ ຫຼື ແກງ, ເພີ່ມກິ່ນຫ້ອມ ແລະ ດັບກິ່ນຄາວ. ນອກນີ້ແລ້ວຍັງໃຊ້ຍອດ ຫຼື ໃບອ່ອນກິນກັບລາບ, ເຂົ້າປຸ້ນ ແລະ ອື່ນໆ. ແກ່ນ ແລະ ນ້ຳມັນສະກັດຖືກນຳມາເປັນເຄື່ອງເທດເພື່ອນຳມາແຕ່ງກິ່ນອາຫານ.

ສັບພະຄຸນທາງການຢາ: ຮາກ ແລະ ຕົ້ນ: ຊ່ວຍໃນການຂັບລົມໃນລຳໄສ້, ຊ່ວຍຍ່ອຍອາຫານ, ແກ້ອາການທ້ອງອືດເຟີ້ ແລະ ອາການປວດທ້ອງ. ໃບ: ຊ່ວຍຍັບຢັ້ງ ຫຼື ຊ່ວຍລົດການຂະຫຍາຍຕົວຂອງຈຸລັງມະເລັງໄດ້, ບຳລຸງທາດໃນຮ່າງກາຍ, ຊ່ວຍຂັບເຫື່ອທີ່ເປັນຂອງເສຍອອກຈາກຮ່າງກາຍ, ແກ້ອາການວຽນຫົວປວດຮາກ, ແກ້ອາການປວດທ້ອງເນື່ອງຈາກອາຫານບໍ່ຍ່ອຍ, ເຮັດໃຫ້ກ້າມເນື້ອມົດລູກມາຍໂຕ ແລະ ແກ້ອາການເຈັບທ້ອງປະຈຳເດືອນຂອງຜູ້ຍິງ. ໝາກ: ສາມາດຂ້າເຊື້ອແບັກທິເຣຍ. ນອກນີ້ແລ້ວນ້ຳມັນສະກັນຈາກຜັກບົວລະພາຍັງຊ່ວຍລົດອາການຫົດ ຫຼື ບິດຕົວຂອງລຳໄສ້.

ນ້ຳມັນຫອມລະເຫີຍ: ຕົ້ນບົວລະພາຖືກນຳມາສະກັດເປັນນ້ຳມັນຫອມລະເຫີຍເພື່ອໄລ່ຍຸງ ຫຼື ນຳມາຄັ້ນເສັ້ນໄດ້.

ສິນຄ້າ: ໃບ ຫຼື ຍອດອ່ອນຖືກນຳມາວາງຂາຍເປັນສິນຄ້າຢູ່ຕາມທ້ອງຕະຫຼາດ. ນອກນນີ້ແລ້ງຍັງຖືກນຳມາສະກັດເປັນຜະລິດຕະພັນເພື່ອເປັນສິນຄ້າຂາຍ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,