ເລກລຳດັບທີ: 2233
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຖົ່ວສ້ຽນປ່າ
Tropical Kudzu
Neustanthus phaseoloides (Roxb.) Benth.
ພືດ
ພືດລົ້ມລຸກ
ຫຍ້າ ແລະ ທັນຍາພືດ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ຜັກຜີດ, ຜັກແພດ, ມືແພດ, ກະຕັ້ງລົ້ວ, ປຽດ ແລະ ພຽດ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Neustanthus
ຊະນິດ
Neustanthus phaseoloides
ຊື່ພ້ອງ
Dolichos phaseoloides Roxb.
ບັນຍາຍລັກສະນະທາງພືດສາດ
ເປັນພືດລົ້ມລຸກອາຍຸຫຼາຍປີ. ລຳຕົ້ນເປັນລຳເລືອເກາະຕາມຕົ້ນໄມ້, ມີຂົນກະຈາຍຢູ່ທົ່ວລຳຕົ້ົນຢ່າງໜາແໜ້ນ, ລຳຕົ້ົົົົນຮູບກົມ, ມີເສັ້ນຜ່າສູນກາງ 2.5-3.8 ມມ, ມີລຳຕົ້ນໃຕ້ດິນ ຫຼື ຮາກສະສົມອາຫານ. ໃບປະສົມແບບຂົນນົກຂັ້ນໜຶ່ງ, ອອກຮຽງສະຫຼັບ. ໃບຍ່ອຍມີ 3 ໃບ, ອອກຮຽງສະຫຼັບ, ໃບທີ່ຢູ່ປາຍສຸດຮູບຮີ, ໂຄນໃບມີລັກສະນະເປັນງ່ຽງຍື່ນອອກມາທັງສອງຂ້າງ, ກ້ວາງ 3.8-6.3 ຊມ, ຍາວ 8.5-10.4 ຊມ, ໃບຍ່ອຍທີ່ຢູ່ດ້ານຂ້າງຮູບໄຂ່, ໂຄນໃບມີລັກສະນະຄ້າຍງ່ຽງຍື່ນອອກມາດ້ານດຽວ, ກ້ວາງ 4.7-6.5 ຊມ, ຍາວ 6.9-8.9 ຊມ, ໂຄນໃບຍ່ອຍບ້ຽວ, ຂອບລຽບ, ປາຍແຫຼມ ຫຼື ຕິ່ງໜາມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບມີຂົນປົກຄຸ່ມຢ່າງໜາແໜ້ນ. ມີຫູໃບ, ກ້ວາງປະມານ 4 ມມ, ຍາວປະມານ 5 ມມ, ສີຂຽວມີຂົນປົກຄຸ່ມຢ່າງໜາແໜ້ນ. ກ້ານໃບລວມຮູບກົມ, ຍາວ 3-5 ຊມ, ສີຂຽວ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ແລະ ປາຍຍອດ, ຍາວ 10-40 ຊມ, ມີຂົນ. ດອກຍ່ອຍມີຈຳນວນຫຼາຍ, ມີໃບປະດັບດອກທີ່ຫຼົ່ນງ່າຍ. ກາບດອກໂຄນເຊື່ອມຕິດກັນປາຍແຍກອອກເປັນ 4 ແສກ, ສີຂຽວ, ມີຂົນສີຂາວສັ້ນ. ກີບດອກແຍກອອກຈາກກັນ, ກີບປາກມີຂະໜາດໃຫຍ່ກ່ວາໝູ່, ຮູບໄຂ່ກ້ວາງ, ກ້ວາງ 2-4 ຊມ, ຍາວ 4-5 ຊມ, ກີບຂ້າງຮູບຮີ, ກ້ວາງ 0.4-0.6 ຊມ, ມີຂາວອົມມ່ວງ ຫຼື ສີບົວອົມມ່ວງ. ເກສອນເພດຜູ້ມີ 10 ອັນ, ເຊື່ອມຕິດກັນເປັນສອງກຸ່ມ. ເຕົ້ົາໄຂ່ຮູບແຖບ, ມີຂົນຂາວປົກຄຸ່ມຢ່າງໝາແໜ້ນ. ໝາກເປັນຝັກ, ຮູບແຖບ ຫຼື ຮູບຂອບຂະໜານແຄບ, ປາຍງໍ, ໝາກແຫ້ງແລ້ວແຕກ, ໝາກອ່ອນສີຂຽວ, ໝາກແກ່ສີນ້ຳຕານ. ແກ່ນຈຳນວນຫຼາຍ, ກົມ, ຮູບແກ່ນຖົ່ວ, ຂະໜາດ 3-4 ມມ, ສີນ້ຳຕານເຂັ້ມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ພືດເສັ້ນໄຍ: ໃຊ້ເປືອກຕົ້ນຖົ່ວ ແລະ ເຄືອສົດມາເປັນເຊືອກ ຫຼື ນຳມາມັດສິ່ງຂອງ, ນອກນັ້ນແລ້ວຍັງນຳເປືອກຕົ້ນມາສີກເປັນເສັ້ນໆ ແລ້ວນຳມາສານສະຫວີງ.

ເປັນອາຫານ: ໝາກອ່ອນ ແລະ ໃບອ່ອນໃຊ້ໃສ່ແກງເຫັດ, ແກງແຄ, ໃບເປັນອາຫານສັດ. ໝາກອ່ອນນຳມາຕົ້ມກັບແຈ່ວ ແລະ ໝາກແກ່ໜຶ້ງກິນເປັນອາຫານວ່າງ. ແກ່ນນຳມາຕົ້ມເປັນນ້ຳຫວານ ຫຼື ເຂົ້າໜົມ.

ເປັນຢາ: ຮາກ ແລະ ໃບຕາກໃຫ້ແຫ້ງແລ້ວບົດໃຫ້ລະອຽດປະສົມກັບໃບຫວ້ານສົນແກ້ໄຂ້.

ເປັນສິນຄ້າ: ແກ່ນນຳມາເຮັດເຂົ້າໜົມ ຫຼື ນ້ຳຫວານຂາຍຕາມທ້ອງຕະຫຼາດ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,