ເລກລຳດັບທີ: 2224
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-21
ຜັກຂີ້ຫູດ
Rat-Tailed Radish
Raphanus sativus L.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
×
ຊື່ທ້ອງຖີ່ນ:
ຊື່ລາວ: ຜັກເພິກຊື່ໄທ: ຜັກເປິກຊື່ສາມັນ: Rat-tail radish, Serpent radish, Tail-pod radish
ຊື່ພ້ອງ
:
Raphanus raphanistrum subsp. caudatus (L.) Thell.
Raphanus sativus var. caudatus (L.) Hook. f. & T. Anderson
Raphanus sativus var. mougri Helm
Raphanus sativus var. caudatus (L.) Hook. f. & T. Anderson
Raphanus sativus var. mougri Helm
ຊື່ສະກຸນ:
Brassicaceae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ເປັນໄມ້ລົ້ມລຸກອາຍຸປີດຽວ ຫຼື 2 ປີ. ລຳຕົ້ນຕັ້ງຊື່, ສູງ 0.5-1 ມ, ມີການແຕກກິ່ງກ້ານເປັນຈຳນວນຫຼາຍ, ລຳຕົ້ນກົມຮູບຊົງກະບອກ, ມີຊ່ອງຫວ່າງພາຍໃນລຳຕົ້ນ, ມີຂົນແຂງປົກຄຸມເລັກນ້ອຍ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບບ່ວງ, ກ້ວາງ 4-8 ຊມ, ຍາວ 10-30 ຊມ, ໃບອວບນ້ຳ, ໂຄນໃບຮູບຫົວໃຈ, ຂອບໃບແສກແຂ້ວ, ປາຍໃບມົນ ຫຼື ແຫຼມ, ຜິວໃບດ້ານເທິງກ້ຽງ, ຜິວໃບດ້ານລຸ່ມມີຂົນເລັກນ້ອຍ. ກ້ານໃບຍາວປະມານ 3-4 ຊມ, ຮູບກົມ ຫຼື ຮູບອັກສອນຢູ. ຊໍ່ດອກດອກແບບກະຈະ, ອອກຕາມງ່າມໃບ ຫຼື ປາຍຍອດ, ຍາວ 10-50 ຊມ, ມີດອກຍ່ອຍຈຳນວນຫຼາຍ. ດອກຍ່ອຍເປັນດອກສົມບູນເພດ. ກາບດອກມີ 4 ອັນແຍກກັນອິດສະຫຼະ, ຮູບແຖບ, ສີຂຽວ. ກີບດອກມີ 4 ກີບແຍກກັນອິດສະຫຼະ, ຮູບບ່ວງ ຫຼື ຮູບກຽວ, ຂອບເປັນຄື້ນ, ປາຍຕັດ, ສີຂາວ, ສົມພູ ຫຼື ສີມ່ວງ. ເກສອນເພດຜູ້ມີ 4 ຄູ່, 2 ຄູ່ສັ້ນບໍ່ສົມບູນ, 2 ຄູ່ຍາວ, ຮູບໝາກໄຂ່ຫຼັງ, ສີເຫຼືອງ. ເຕົ້າໄຂ່ຮູບໄຂ່, ຄໍເຕົ້າໄຂ່ຍາວ 2-3 ມມ, ປາຍຮວງຮັບນູນຂຶ້ນເລັກນ້ອຍ. ໝາກເປັນຝັກຄ້າຍໝາກຖົ່ວ, ກວ້າງປະມານ 0,5-2 ຊມ, ຍາວ 5-15 ຊມ, ມີລັກສະນະເປັນຂໍ້ໆ, ປາຍແຫຼມ, ຜິວດ້ານໃນຂອງໝາກຈະອ່ອນນຸ້ມຄ້າຍຟອງນ້ຳ, ໝາກອ່ອນເປັນສີຂຽວອ່ອນ, ໝາກແກ່ເປັນສີນ້ຳເຫຼືອງອ່ອນ ຫຼື ສີນ້ຳຕານ. ແກ່ນມີຈຳນວນ 2-10 ເມັດ, ຮູບກົມ ຫຼື ເກືອບກົມ, ມີເສັ້ນຜ່າສູນກາງ 3-5 ມມ, ສີເຫຼືອງອ່ອນ.
ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
N/A
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ
ພືດເປັນຢາ
ບັນຍາຍການນຳໃຊ້:
ໃຊ້ເປັນອາຫານເຊັ່ນ: ໝາກ ກິນສົດ ຫຼື ໜຶ້ງໃຫ້ສຸກກິນກັບແຈ່ວ, ໃຊ້ແກງແຄ, ໝາກແລະໃບ ຊ່ວຍເຮັດໃຫ້ຈະເລີນອາຫານ. ດອກ ແລະ ໃບ ສາມາດກິນເປັນຜັກສົດ ຫຼື ຕົ້ມກັບແຈ່ວ ຫຼື ຊຸບກໍໄດ້ຄືກັນ.
ໃຊ້ເປັນສິນຄ້າ: ປະຊາຊົນມັກປູກເປັນສິນຄ້າຂາຍຕາມຕະຫຼາດທ້ອງຖິ່ນ.
ໃຊ້ເປັນຢາ: ໃບ ແລະ ໝາກ ໃຊ້ແກ້ຫວັດ, ແກ້ອາການທ້ອງອືດທ້ອງເຟື້ ອາຫານບໍ່ຍ່ອຍ ແລະ ຊ່ວຍລະລາຍນິ້ວ. ດອກ ຊ່ວຍຂັບນ້ຳດີ.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
Panadda Kongsamai, (2016). ຜັກພື້ນບ້ານລ້ານນາ. ພາກວິຊາເພຊັບພຶກສາສາດ, ຄະນະເສດທະສາດ, ມະຫາວິທະຍາໄລມະຫິດົນ.
B.K. Sermsuk, (2563). ຄັງສັບພະຍາກອນສຶກສາແບບເປີດ.
M. Newman, S. Ketphanh, B. Svengsuksa, P. Thomas, K. Sengdala, V. Lamxay and K. Armstrong, (2007). A Checklist of the Vascular Plants of Lao PDR. Royal Botanical Garden Ediburgh, Scotland
B.R. Choudhary, P. Joshi and K. Singh, (2000). Synthesis, morphology and cytogenetics of Raphanofortii (TTRR, 2n = 38): a new amphidiploid of hybrid Brassica tournefortii (TT, 2n = 20) × Raphanus caudatus (RR, 2n=18). Theoretical and Applied Genetics volume 101, pages990–999
I. Younus and A. Siddiq, (2017). BEHAVIORAL EVIDENCE OF ANTIDEPRESSANT-LIKE ACTIVITY OF RAPHANUS SATIVUS L. VAR. CAUDATUS IN MICE

ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: