ເລກລຳດັບທີ: 2213
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຜັກອີ່ຕູ່ລົມແດງ
Red Holy basil
Ocimum tenuiflorum L.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ກ້ອມກໍ, ກ້ອມກໍດົງ, ກະເພົາຂົນ, ກະເພົາແດງ ແລະ ອີ່ຕູ່ໄທ.ຊື່ສາມັນ: Holy basil and Sacred basil.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Lamiales
ຊື່ສະກຸນ
Lamiaceae
ສະກຸນ
Ocimum
ຊະນິດ
Ocimum tenuiflorum
ຊື່ພ້ອງ
Ocimum tenuiflorum var. anisodorum (F.Muell.) Domin
Ocimum tenuiflorum f. villicaulis Domin
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ລົ້ມລຸກ. ລໍາຕົ້ນສູງ 30-60 ຊມ, ພາກສ່ວນອ່ອນມີສີແດງອົມຂຽວ, ມີຂົນອ່ອນນຸ່ມກະຈາຍຢ່າງໜາແໜ້ນ, ສີຂາວ. ລຳຕົ້ນແກ່ສີແດງເຂັ້ມ ຫຼື ສີນ້ຳຕານ, ຜິວກ້ຽງ. ໃບດ່ຽວ ຈັບກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ, ໂຄນໃບ ແຫຼມ, ຂອບໃບເປັນຄື້ນ ຫຼື ແສກແຂ້ວເລື່ອຍ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ມີຂົນສີຂາວ, ກະຈາຍຢ່າງໜາ ແໜ້ນ. ຊໍ່ດອກແບບຫາງກະຫອກ ອອກຕາມປາຍຍອດ. ດອກຍ່ອຍມີຈຳນວນຫຼາຍ, ສີຂາວປົນສີມ່ວງ. ກາບດອກເຊື່ອມ ຕິດກັນເປັນຫຼອດ, ຮູບຊົງກະບອກ, ປາຍຮຽວແຫຼມ, ສີແດງອົມຂຽວ. ກີບດອກແບ່ງອອກເປັນ 2 ກີບຄື: ກີບປາກເທິງມີ 4 ແສກ, ຮູບໄຂ່, ຂອບລຽບ, ປາຍແຫຼມ, ປາກລຸ່ມມີ 1 ແສກ ຍາວກ່ວາປາກເທິງ, ມີຂົນ. ເກສອນເພດຜູ້ມີ 4 ອັນຈັບຢູ່ກີບ ດອກ, ກ້ານຊູຖົງລະອອງສີຂາວ, ຍາວ 3-4 ຊມ, ຖົງລະອ່ອງຈັບຢູ່ປາຍກ້ານຊູຖົງລະອອງ, ຮູບໝາກໄຂ່ຫຼັງ, ສີນ້ຳຕານ. ເຕົ້າໄຂ່ຮູບກົມ, ຄໍເຕົ້າໄຂ່ຍາວ 3-6 ມມ, ຮວງຮັບແຍກອອກເປັນສອງແສກ. ໝາກແຫ້ງແລ້ວແຕກ, ຮູບກົມ. ແກ່ນຮູບໄຂ່, ສີນ້ຳຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ຊາວບ້ານໃຊ້ຜັກອີຕູ່ລົມແດງປຸງກິ່ນໃນອາຫານໃຫ້ຫອມ ແລະ ຊ່ວຍລົດກິ່ນຄາວ. ນອກຈາກນີ້ແລ້ວຍັງນຳໃຊ້ເປັນຢາຄື: ໃຊ້ເປັນຢາບຳລັງ ແລະ ສ້າງພູມຕ້ານທານໃຫ້ຮ່າງກາຍ.

ໃບ: ເຮັດໃຫ້ຮ່າງກາຍອົບອຸ່ນ, ປ້ອງກັນຫວັດໄດ້, ບຳລຸງທາດໄຟ, ແກ້ອາການປ່ວນທ້ອງ-ປວດຮາກ, ແກ້ອາການເຈັບທ້ອງ, ຊ່ວຍຂັບລົມແກ້ອາການຂັບລົມໃນກະເພາະ, ແກ້ລົມພິດ, ແກ້ອາການຈຸກສຽບແໜ້ນທ້ອງ, ເປັນຢາຮັກສາຂີ້ກາກຂີ້ກ້ຽນ, ຮັກສາຂີ້ກະຕອດ, ຊ່ວຍແກ້ພິດຈາກແມງໄມ້ກັດ, ຊ່ວຍເພີ່ມນ້ຳນົມໃຫ້ແມ່ຍິງຫຼັງຄອດລູກ, ຊ່ວຍດັບກິ່ນປາກໄດ້, ໄລ່ຍຸງ ແລະ ລໍ້ແມງວັນ.

ເມັດ: ໃຊ້ແຊ່ນ້ຳໃຫ້ເປັນເໝີອກຂາວໃຊ້ພອກບໍລິເວນຕາເມື່ອມີຝຸ່ນ ຫຼື ຂີ້ເຫຍື່ອເຂົ້າຕາ

ນ້ຳສະກັດຈາກອີ່ຕູ່ລົມແດງ: ຊ່ວຍລົດອາການບີບຕົວຂອງລຳໄສ້, ຍ່ອຍໄຂມັນ, ຮັກສາແຜໃນກະເພາະອາຫານ, ຊ່ວຍຂັບນ້ຳບີ, ຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອພະຍາດ ແລະ ຂ້າເຊື້ອຈຸລິນຊີບາງຊະນິດ, ຢັບຢັ້ງທາດ ອານຟາທອກຊິນທີ່ເປັນສານກໍມະເຮັງ, ຂັບໄຂ່ມັນ ແລະ ນ້ຳຕານສ່ວນເກີນອອກຈາກຮ່າງກາຍ, ລົດນ້ຳຕານໃນເລືຶອດ, ປ້ອງກັນພະຍາດເບົາຫວານ.

ໃຊ້ເປັນສິນຄ້າ: ນຳມາສະກັດເປັນຢາ ແລະ ນ້ຳມັນຫອມລະເຫີຍ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,