ກັນຊາ
Marijuana
Cannabis sativa subsp. indica (Lam.) E.Small & Cronquist
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ກັນຊາຊື່ອັງກິດ: Cannabis, Marijuana, Marihuana, Dope, Gage, Grass, Hash, Hashish, Kuf, Mary jane, Pot, Sens, Sess, Skunk, Smoke, Reefer and Weed.ຊື່ຈີນ: Khun chaoຊື່ອິນເດຍ: Ganja an Kancha
ອະນຸກົມວິຖານ
- ຊື່ສະກຸນ
- Cannabaceae
ຊື່ພ້ອງ
Cannabis sativa subsp. indica (Lam.) E.Small & Cronquist
Cannabis sativa var. indica (Lam.) E. Small & Cronquist
Cannabis indica Lam.
ບັນຍາຍລັກສະນະທາງພືດສາດ
ຊາເປັນພືດລົ້ມລຸກອາຍຸປີດຽວ. ລຳຕົ້ນຕັ້ງຊື່, ສູງ 1.5 ມ, ຕົ້ນອ່ອນມີລັກສະນະອວບນ້ຳ ແລະ ເລີ່ມສ້າງເນື້ອໄມ້ເມື່ອອາຍຸໄດ້ 2-3 ອາທິດ, ເປືອກສາມາດລອກອອກໄດ້, ສີຂຽວ. ໃບດ່ຽວຈັບ ຮຽງສະຫຼັບ, ຮູບຝາມື ປາຍແຍກເປັນ 5-7 ແສກ, ກວ້າງ 7-13 ຊມ, ຍາວ 5-10 ຊມ, ຂອບໃບ ແສກແຂ້ວເລື່ອຍ, ປາຍແຫຼມ, ແຜ່ນໃບບາງຄ້າຍເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບ ດ້ານລຸ່ມສີຂຽວອ່ອນ, ເມື່ອລຳຕົ້ນອອກດອກໃບທີ່ປົ່ງໃໝ່ ຈະຄ່ອຍໆຫຼຸດຈຳນວນແສກໃບລົງ ເຫຼືອພຽງ 1-3 ແສກ ເທົ່ານັ້ນ. ກ້ານໃບກົມ, ຍາວ 2-7 ຊມ, ສີຂຽວ ແລະ ມີຫູໃບ. ດອກແຍກ ເພດໃນຕົ້ນດຽວກັນ ແລະ ດອກແຍກເພດ ຕ່າງຕົ້ນກັນ. ຊໍ່ດອກເພດຜູ້ເປັນຊໍ່ດອກແບບກະຈ່າງ. ດອກຍ່ອຍມີກີບດອກ 5 ກີບ, ແຍກກັນອິດສະຫຼະ, ຮູບໄຂ່, ຂອບລຽບ, ປາຍແຫຼມ, ສີຂຽວອົມເຫຼືອງ. ເກສອນເພດຜູ້ມີ 5 ອັນ. ຊໍ່ດອກແມ່ເກີດຕາງ່າມໃບ ແລະ ປາຍຍອດ, ຊໍ່ດອກຈະມີດອກຍ່ອຍອອກຕິດກັນຢ່າງໜາແໜ້ນ. ກີບດອກສີຂຽວຫໍ່ຫຸ້ມເຕົ້າໄຂ່ເອົາໄວ້, ມີຂົນສີຂາວກະຈາຍທົ່ວ ກີບດອກຢ່າງໜາແໜ້ນ, ພາຍໃນມີຍອດຮອງຮັບ 2 ອັນ, ສີນ້ຳຕານ ເຂັ້ັມອົມແດງ. ແກ່ນດ່ຽວ, ຮູບໄຂ່, ຂະໜາດ 3-4 ມມ, ຜິວລຽບເປັນມັນ, ສີນ້ຳຕານ, ແກ່ນແກ່ເປັນສີເທົາ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ປະຊາຊົນທ້ອງຖິ່ນນິຍົມໃຊ້ໄບຊາ, ກິ່ງກ້ານ ແລະ ດອກແຫ້ງ ຫຼື ສົດມາສູບ ແລ້ວຍັງນິຍົມໃຊ້ ໃບຊາເຂົ້າໃນການປຸ່ງແຕ່ງລົດຊາດອາຫານ. ນອກຈາກນີ້ແລ້ວກັນຊາຍັງມີ ຄຸນປະໂຫຍດ ອີກຫຼາຍຢ່າງເຊັນ:
ເສັ້ນໄຍຈາກລຳຕົ້ນ: ເປັນເສັ້ັັັນໄຍທຳມະຊາດທີ່ມີຄວາມຍືດຍຸນສູງ, ແຂງແຮງ, ທົນທານສາມາດໃຊ້ເປັນວັດຖຸດິບ ໃນການຜະລິດພະລິດຕະພັນທີ່ເປັນເສັ້ນໄຍໄດ້ຫຼາຍ.
ເປັນຢາ: ຕົ້ນບຳລຸງປະສາດ, ເຮັດໃຫ້ປະຈຳເດືອນມາປົກກະຕິ. ຊໍ່ດອກເພດແມ່ບຳລຸງປະສາດ, ແກ້ອາການເຈັບປະສາດ. ແກ່ນເປັນຢາຊູກຳລັງ, ຈະເລີນອາຫານ, ເຮັດໃຫ້ປະຈຳເດືອນມາປົກກະຕິ.
ມີຄຸນປະໂຫຍດທາງດ້ານການແພດຫຼາຍຢ່າງເຊັ່ນ: ສານສະກັດຈາກກັນຊາສາມາດຊ່ວຍຮັກສາພະຍາດປອກປະສາດແຂງ, ລົດອາການຄຽດ, ແກ້ອາການນອນບໍ່ຫຼັບ, ລົດອາການຊັກ, ເຮັດໃຫ້ຜູ້ປ່ວຍກຽວກັບຄວາມຈຳມີຄວາມຈຳດີຂຶ້ນ ແລະ ມີສານຂ້າຈຸລັງມະເຮັງ.
ເປັນສິນຄ້າ: ເສັ້ນໄຍສາມາດຜະລິດເປັນສິນຄ້າ ແລະ ລຳຕົ້ນກັນຊາຍັງສາມາດນຳມາຜະລິດ ເປັນກະດາດສັງເຄາະໄດ້ດີ, ສານສະກັດຈາກຕົ້ນຊາເປັນຢາ ແລະ ເປັນສິນຄ້າ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ |
/100g |
ໝາຍເຫດ |
| ໂປຣຕີນ |
N/A |
N/A |
| ຄາໂບໄຮເດຣດ |
N/A |
N/A |
| ໄຂມັນ |
N/A |
N/A |
| ວິຕາມິນ |
N/A |
N/A |
| ແຮ່ທາດ |
N/A |
N/A |
| ເສັ້ນໄຍ |
N/A |
N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Phon Prapatsorn Thipratana, (2006). ກັນຊາ: ຄວາມຮູ້ທົ່ວໄປ ແລະ ການກວດສອບສານສຳຄັນ. ສູນວິທະຍາສາດການແພດທີ່ 1, ຊຽງໃຫມ່.
Supaporn Pitiporn, (2019). ກັນຊາເພື່ອປະໂຫຍດທາງການແພດ. ໂຮງພະຍາບານເຈົ້າພະຍາອະໄພພູເບດ.
Martin Woodbridge, (2562). ຂໍ້ມູນພື້ນຖານກ່ຽວກັບຊາທາງການແພດ.
Brian F. Thomas, (2016). The Analytical Chemistry of Cannabis
Chanchai Auechaikun, (2014). The Rise and Decline of Cannabis Prohibition.
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,