ເລກລຳດັບທີ: 2199
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຜັກເນົ່າ
Licorice
Glycyrrhiza glabra L.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ສະເອມເທດ ແລະ ສະເອມຈີນຊື່ຈີນ: ກຳເຊົາ, ກຳເຊົ້າ ແລະ ກັນເສົາ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Glycyrrhiza
ຊະນິດ
Glycyrrhiza glabra
ຊື່ພ້ອງ
Glycyrrhiza glabra var. caduca X.Y. Li
Glycyrrhiza glabra var. glabra L.
Glycyrrhiza glabra subsp. glandulifera (Waldst. & Kit.) Ponert
Glycyrrhiza glabra var. glandulifera (Waldst. & Kit.) Regel & Herder
Glycyrrhiza glabra var. glandulifera (Waldst. & Kit.) Boiss.
Glycyrrhiza glabra var. glandulosa X.Y. Li
Glycyrrhiza glabra var. laxifoliolata X.Y. Li
Glycyrrhiza glabra var. typica L.
Glycyrrhiza glabra var. violacea (Boiss. & Noe) Boiss.
ບັນຍາຍລັກສະນະທາງພືດສາດ
ຜັກເນົ່າເປັນໄມ້ຟຸ່ມ. ລຳຕົ້ນສູງ 1-2 ມ, ເປືອກໄມ້ມີຜິວບໍ່ລຽບ, ມີຂົນສັ້ນກະຈາຍຢູ່ທົ່ວລຳຕົ້ນ, ເປືອກອ່ອນສີຂຽວ, ເປືອກ ແກ່ເປັນສີນ້ຳຕານ. ໃບປະສົມແບບຂົນນົກປາຍຄີກ, ຈັບແບບຮຽງສະຫຼັບ. ໃບຍ່ອຍມີ 9-17 ໃບ, ຈັບຮຽງກົງກັນຂ້າມ, ຮູບຫອກ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 2-3 ຊມ, ຍາວ 4-5 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ. ແຜ່ນໃບບາງຄ້າຍຄືເຈັຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນປົກຄຸມທົ່ວຜິວໃບ. ຊໍ່ດອກແບບກະຈະ ມີດອກຍ່ອຍ ຈຳນວນຫຼາຍ. ດອກຍ່ອຍມີຂະໜາດນ້ອຍ. ກາບດອກເຊື່ອມຕິດກັນເປັນຫຼອດ, ຮູບລະຄັງ, ປາຍແຍກອອກເປັນຫຼາຍ ແສກ, ສີເຫຼືອງອົມນ້ຳຕານ. ກີບດອກມີ 3 ກີບ, 2 ກີບຂ້າງມີຂະໜາດໜ້ອຍກວ່າກີບກາງ, ຮູບແຖບ ຫຼື ຮູບຫອກ, ກີບກາງມີຂະໜາດໃຫຍ່ກວ່າໝູ່, ຮູບໄຂ່. ເກສອນເພດຜູ້ຍາວບໍສະໝໍ່າສະເໝີ. ເຕົ້າໄຂ່ຈັບຢູ່ຖານຮອງດອກ, ຮູບແຖບ, ຮວງຮັບນູນຂຶ້ນເລັກນ້ອຍ. ໝາກເປັນຝັກ, ຮູບແຖບ, ໜຶ່ງຝັກມີແກ່ນຈຳນວນ 3-7 ເມັດ, ແກ່ນຈັບກາງ, ໝາກອ່ອນສີຂຽວອົມຂາວ, ໝາແກ່ສີນ້ຳຕານອ່ອນ. ແກ່ນຮູບໄຂ່ ຫຼຶ ຮູບກົມ, ສີນ້ຳຕານອ່ອນ ຫຼຶ ສີນ້ຳຕານເຂັ້ມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ຮາກ: ໃຊ້ເປັນຢາບຳລຸງຮ່າງກາຍ, ບຳລຸງເລືອດ, ບຳລຸງຫົວໃຈ, ແກ້ອາການໃຈສັ່ນ, ຊ່ວຍເຮັດໃຫ້ຊີບພະຈອນແຮງຂຶ້ນ ແລະ ກັບເຂົ້າສູພາວະປົກກະຕິ, ຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍ, ຊ່ວຍຕໍ່ຕ້ານອານຸມູນອິດສະຫຼະ, ເຮັດໃຫ້ຊຸ່ມປອດ,​ ຊ່ວຍໃຫ້ຊຸ່ມຄໍ, ແກ້ອາການນ້ຳລາຍໜຽວ, ຊ່ວຍແກ້ພິດ, ແກ້ອາການອ່ອນເພຍ, ອາການເບື່ອເມົາ, ແພ້ອາຫານ, ອ່ອນເພຍ, ໄຂ້, ໄອ ຫຼື ປວດທ້ອງ, ຊ່ວຍຮັກສາປະສາດ ແລະ ຊ່ວຍຮັກສາຕັບຈາກໄວຣັດຕັບອັກເສບໄດ້. ເປືອກຮາກໃຊ້ເປັນຢາລະບາຍທ້ອງໃຫ້ແກ່ເດັກນ້ອຍ ແລະ ຮັກສາພະຍາດຜິວໜັງ.

ຕົ້ນ: ຊ່ວຍຂັບລົມ. ເປືອກລຳຕົ້ນໃຊ້ເປັນຢາບຳລຸງກຳລັງ. ໃບ: ຊ່ວຍແກ້ພິດ, ຊ່ວຍຮັກສາລະບົບທາງເດີນຫາຍໃຈ. ດອກ: ຊ່ວຍແກ້ພິດຝີ, ໃຊ້ແກ້ອາການຄັນ. ໝາກ: ຊ່ວຍໃຫ້ຊຸ່ມຄໍ, ແກ້ອາການຄໍແຫ້ງ ແລະ ຊ່ວຍບຳລຸງກຳລັງໄດ້ດີ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,