ເລກລຳດັບທີ: 218
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-07-06
ຂີ້ໝິ້ນ
Turmeric
Curcuma longa L.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
×
ຊື່ທ້ອງຖີ່ນ:
ຂີ້ໝິ້ນຊັນ, ຂີ້ໝິ້ນຂຶ້ນ ( Common Turmeric, Indian-saffron, Curcuma)
ຊື່ພ້ອງ
:
Amomum curcuma Jacq.
Amomum curcuma Murray
Curcuma brog Valeton
Curcuma domestica L.
Curcuma domestica Valeton
Curcuma longa var. vanaharidra Velay., Pandrav., J.K.George & Varapr.
Curcuma ochrorhiza Valeton
Curcuma soloensis Valeton
Curcuma tinctoria Guibourt
Kua domestica Medik.
Stissera curcuma Giseke
Stissera curcuma Raeusch.
Vurcuma longa var. vanaharidra Velay

ຊື່ສະກຸນ:
Zingiberaceae
ຊະນິດໃກ້ຄຽງ:
ກະຈຽວຂາວ/ Waan Chak Modlook
ດອກກະຈຽວແດງ/ East Indian arrowroot
ຫວ້ານນາງຄໍາ/ Wild Turmeric
ດອກກະຈຽວແດງ/ East Indian arrowroot
ຫວ້ານນາງຄໍາ/ Wild Turmeric
ບັນຍາຍລັກສະນະທາງພືດສາດ:
ພືດຊະນິດນີ້ເປັນພືດລົ້ມລຸກ ສູງປະມານ 1 ມ. ມີລຳຕົ້ນໃຕ້ດິນ (rhizomes) ທີ່ແຕກກິ່ງກ້ານຈຳນວນຫຼາຍ, ມີລັກສະນະຮູບຊົງກະບອກ, ມີກິ່ນຫອມ ແລະ ມີສີສົ້ມ ຫຼື ສີເຫຼືອງສົດ, ຮາກມັກຈະແຕກອອກບໍລິເວນປາຍຂອງເຫງົ້າໃຕ້ດິນ.
ກ້ານໃບຍາວ 20 ຫາ 45 ຊມ. ແຜ່ນໃບສີຂຽວລຽບ ແລະ ມີຮູບຄ້າຍວົງຮີ ໂດຍທົ່ວໄປມີຄວາມຍາວ 30 ຫາ 45 ຊມ. ແລະ ກວ້າງ 15 ຫາ 18 ຊມ. ແລະ ບາງໃບອາດຍາວຮອດ 90 ຊມ. ໂຄນໃບຄ່ອຍໆແຄບລົງ ຫຼື ຮຽວແຫຼມ ແລະ ປາຍໃບແຫຼມ ແລະ ສັ້ນ.
ຊໍດອກອອກບໍລິເວນປາຍລຳຕົ້ນ, ກ້ານດອກຍາວ 12 ຫາ 20 ຊມ. ຊໍ່ດອກຮູບຊົງກະບອກຍາວ 12 ຫາ 18 ຊມ, ກວ້າງ 4 ຫາ 9 ຊມ. ມີໃບປະດັບທີ່ສົມບູນ ມີໂຄງສ້າງຄ້າຍໃບທີ່ອອກອ້ອມຮອບແຕ່ລະດອກໄວ້, ສີຂຽວອ່ອນ, ນູບໄຂ່ ຫຼື ຮູບຂອບຂະໜານ, ຍາວປະມານ 3 ຫາ 5 ຊມ ປາຍມົນ, ສ່ວນປາຍຊໍ່ດອກທີ່ບໍ່ມີດອກ ບານກວ້າງເປັນສີຂາວ ແລະ ສີຂຽວ, ບາງຄັ້ງມີສີແດງປົນສີມ່ວງ ແລະ ມີປາຍແຫຼມ.
ໂຄນດອກເປັີສີຂາວ, ມີຂົນອ່ອນໆ, ຍາວ 0,8 ຫາ 1,2 ຊມ ແລະ ປາຍແສກແຂ້ວບໍ່ສະເໝີກັນ 3 ແສກ. ກີບດອກສີເຫຼືອງອ່ອນ, ມີທໍ່ຍາວໄດ້ຮອດ 3 ຊມ ແລະ ກີບຮູບ 3 ຫຼຽມຍາວ 1 ຫາ 1,5 ຊມ. ກີບກາງມີຂະໜາດໃຫຍ່ກ່ວາເລັກນ້ອຍ ແລະ ປາຍກີບແຫຼມ. ນອກຈາກນີ້ຍັງມີໂຄງສ້າງຂະໜາດນ້ອຍທີ່ເປັນໝັນ (staminodes) ຊຶ່ງສັ້ນກ່ວາກີບປາກ (labellum) ທີ່ມີສີເຫຼືອງປົນສົ້ມ ແລະ ມີແຖບສີເຫຼືອງບໍລິເວນກາງກີບດອກ, ຮູບໄຂ່ປີ້ນ ແລະ ຍາວ 1,2 ຫາ 2 ຊມ. ປາກເຕົ້້າໄຂ່ທີ່ເຮັດໜ້າທີ່ຈັບລະອອງເກສອນ ມີລັກສະນະເປັນເດືອຍເລັກນ້ອຍ, ບໍລິເວນຖານເຕົ້້າໄຂ່ມີຂົນລະອຽດອ່ອນ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to India. [2]
Global distribution of Turmeric between 1825 to 2025. Source: [3]

ເຂດກະຈາຍພັນໃນລາວ
:
ລຽບແມ່ນ້ຳຂອງພາກເໜືອ
ທົ່ງພຽງວຽງຈັນ
ເຂດລຽບແມ່ນ້ຳຂອງພາກໃຕ້
ທົ່ງພຽງວຽງຈັນ
ເຂດລຽບແມ່ນ້ຳຂອງພາກໃຕ້

ເຂດກະຈາຍພັນຕາມພູມສັນຖານ
:
ສວນຄົວ
ທົ່ງນາ
ທົ່ງນາ

ສະເພາະຖິ່ນໃນລາວ:
ຕ່າງຖິ່ນ
ຮຸກຮານ
:
ບໍ່ຮຸກຮານ
ສະຖານະພາບການອະນູຮັກ IUCN
:
ມີຄວາມສ່ຽງໜ້ອຍສຸດ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
ບໍ່ຖືກລະບຸໃນບັນຊີປະເພດໃດ
ການນຳໃຊ້
ປະເພດການນຳໃຊ້:
ອຸປະກອນ ແລະ ເຄື່ອງມື
ການຍ້ອມສີ
ອາຫານ
ພືດເປັນຢາ
ການຍ້ອມສີ
ອາຫານ
ພືດເປັນຢາ
ບັນຍາຍການນຳໃຊ້:
ອາຫານ: ໃນອາຫານລາວ ເຫງົ້າທີ່ຕາກແຫ້ງ ແລ້ວບົດເປັນຜົງໃຫ້ເປັນສ່ວນປະສົມຫຼັກຢ່າງໜຶ່ງໃນແກງ (ແກງກະລີ່) ຮ່ວມກັບຂີງ, ຂ່າກະຈຽວ, ທຽນຂາວ, ໝາກເຜັດຍວກ ແລະ ອື່ນໆ. ນອກຈາກນີ້₭, ດອກຂີ້ໝິ້ນທີ່ເອີ້ນກັນວ່າດອກກະຕຽວ ຍັງກິນດິບກັບລາບໄດ້ອີກດ້ວຍ, ຜົງຂອງເຫງົ້າສາມາດໃຊ້ເປັນເຄື່ອງເທດ ແລະ ສີທຳມະຊາດສຳຫຼັບຍ້ອມອາຫານ. [9]
ສະໝຸນໄພ: ເຫງົ້າຂີ້ມິ້ນມີຣົດເຜັດ, ຂົມ ແລະ ເຜັດຮ້ອນ. ໂດຍລວມແລ້ວເຫງົ້າຂີ້ໝິ້ນໃຊ້ເຮັດຢາທາ ແລະ ຢາດົມສຳຫຼັບແກ້ອາການຕ່າງໆ ເຊັ່ນ ການຍ່ອຍອາຫານ, ໄຂ້ສູງ, ພະຍາດກ່ຽວກັບຕາ, ພະຍາດຊາຍ, ອາການໄອ, ຫອບຫືດ, ຫຼອດລົມອັກເສບ ແລະ ທ້ອງອືດ. ຂີ້ໝິ້ນທີ່ບົດເປັນຜົງປະສົມນ້ຳດື່ມ ຫຼື ຈູດເພື່ອໃຫ້ເກີດຄວັນແລ້ວດົມ, ປະສົມນ້ຳຕົ້ມອາບ ຫຼື ມັດໃນຜ້າໃຊ້ທາບໍລິເວນຕ່າງໆຂອງຮ່າງກາຍທີ່ຕ້ອງການຮັກສາ, ຂີ້ໝິ້ນຊ່ວຍຫຼຸດໄຂ້, ຫຼຸດຄວາມດັນເລືອດຫຼັງເກີດລູກ, ຂັບເລືອດເສຍ ທີ່ຄ້າງໃນຮ່າງກາຍຫຼັງເກີດ ແລະ ຟອກເລືອດ, ຊ່ວຍບັນເທົາອາການອ່ອນເພຍຫຼັງເກີດ, ເຈັບນົມ ຫຼື ອັກເສບ, ອືດທ້ອງ ແລະ ບວມທີ່ເກີດຈາກຄວາມຜິດປົກກະຕິຂອງຮໍໂມນ, ແກ້ອາການຄັນ ແລະ ຜຶ່ນອອກ ແລ້ວຍັງໃຊ້ຮັກສາອາການມົດລູກອັັກເສບ ຫຼື ມົດລູກຕິດເຊື້ອ, ເຈັບຕາ, ເປັນຫວັດ ແລະ ໄຂ້. ຂີ້ໝິ້ນປະສົມກັບຜົງເປືອກຕົ້ນມູກຫຼວງ ແລະ ນ້ຳເຜິ້ງປະລິມານເທົ່າກັນ ຕົ້ມກັບນ້ຳໃຊ້ເປັນຢາແກ້ອາການເຈັບທ້ອງບິດ, ຮາກ ຫຼື ຖ່າຍເປັນເລືອດ. ຂີ້ໝິ້ປະສົມກັລນ້ຳອຸ່ນອົມໄວ້ໃນປາກ ໃຊ້ຮັກສາເຫງືອກອັກເສບ ແລະ ອາການເຈັບແຂ້ວ ຫຼື ໃຊ້ປະສົມກັບເກືອທາບໍລິເວນໂຄນແຂ້ວທີອັກເສບ. ການກິນຂີ້ໝິ້ນປະສົມກັບເກືອ 3 ຄັ້ງຕໍ່ວັນຈະຊ່ວຍບັນເທົາອາການທ້ອງອືດ ແລະ ອາການເຈັບເນື່ອງຈາກທ້ອງອືດໄດ້, ການຫັ່ນເຫງົ້າຕາກແດດກິນທຸກວັນ 3 ແຜນຈະຊ່ວຍບັນເທົາອາການຂອງກະເພາະໄດ້. ຂີ້ໝິ້ນປະສົມກັບໝາກນາວຊ່ວຍຮັກສາອາການເນື້ອເນົ່າ ແລະ ຮອຍຝົກຊ້ຳ, ໃຊ້ຜົງຂີ້ໝິ້ນທາບໍລິເວນແຜເພື່ອຫ້າມເລືອດ, ການກິນຂີ້ໜິ້ນປະສົມກັບນ້ຳຕານແດງ ແລະ ນ້ຳມ່າເຂົາ ຈະຊ່ວຍຮັກສານິ້ວໃນພົກຍ່ຽວ, ຂີ້ມິ້ນປະສົມນ້ຳໝາກຂາມປ້ອມ ແລະ ນ້ຳເຜິ້ງ ຊ່ວຍບັນເທົາການຕິດເຊື້ອທາງປັດສະຫວະໄດ້. [3]
ການແຕ່ງສີ ແລະ ການຍ້ອມສີ: ຂະມິ້ນເປັນພືດທີ່ໃຊ້ຍ້ອມຜ້າຫຼາຍທີ່ສຸດໃນແຖບຕາເວັນຕົກ ເປັນຕົ້ນໃນອິດເດຍ, ໂດຍສ່ວນໃຫຍ່ໃນທະວີບອາຊີ ສີເຫຼືອງຈະມີຄວາມສຳຄັນທາງດ້ານວັດທະນະທຳ. [9]
ເຄື່ອງມື ແລະ ອຸປະກອນ: ໃນງານຝີມືລາວແບບດັ່ງເດີມ ເຫງົ້້າຂີ້ມິ້ນຖືກໃຊ້ເປັນຕົວບົ່ງບອກເກື່ອ ໂດຍສະເພາະແມ່ນຝາບ້ານ ເນື່ອງຈາກສີຂີ້ໝິ້ນຈະປ່ຽນເປັນສີແດງເມື່ອມີເກືອຢູ່. [9]

ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ
ລະດູການເກັບກູ້:
ມັງກອນ
ກຸມພາ
ມີນາ
ພະຈິກ
ທັນວາ
ກຸມພາ
ມີນາ
ພະຈິກ
ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ການຄຸ້ມຄອງຈັດການ
ຊະນິດພັນທີມີການປູກ:
ສະພາບໂດຍລວມ:
ສະພາບແວດລ້ອມປູກທີ່ເໝາະສົມ: ຂີ້ໝິ້ນຈະເລີນເຕີບໂຕໄດ້ດີໃນສະພາບອາກາດອົບອຸ່ນຮ້ອນຊຸ່ມ ແລະ ສາມາດປູກໄດ້ໃນສະພາບອາດເຂດຮ້ອນ ຕັ້ງແຕ່ລະດັບໜ້ານ້ຳທະເລຈົນຮອດ 1,500 ມ. ເໜືອລະດັບໜ້ານ້ຳທະເລປານກາງ. [11]
ສະພາບອາກາດ ແລະ ປະລິມານນ້ຳຝົນ: ຂີ້ໝິ້ນຈະເລີນເຕີບໂຕໄດ້ດີທີ່ສຸດໃນອຸ່ນຫະພມູມ 20 ຫາ 30 ອົງສາ ແລະ ຕ້ອງມີປະລິມານນ້ຳຝົນຢາສງໜ້ອຍ 1,500 ມມ. ຕໍ່ປີ ຫຼື ຕ້ອງມີຊົນລະປະທານເພີ່ມຕື່ມ. [11]
ດິນປູກທີ່ເໝາະສົມ: ເຖິ່ງແມ່ນວ່າຂີ້ໝິ້ນສາມາດປັບຕົວໃຫ້ເຂົ້າກັບດິນຫຼາຍປະເພດ ເຊັ່ນ ດິນລວນສີດຳອ່ອນ, ດິນແດງ ແລະ ດິນໜ້ຽວ ແຕ່ດິນລວນທີ່ອຸດົມສົມບູນ ທີ່ລະບາຍນ້ຳ ແລະ ຊົນລະປະທານໄດ້ດີ ຖືເປັນດິນທີ່ເໝາະສົມ. ພືດຊະນິດນີ້ໄວຕໍ່ສະພາບນ້ຳຖ້ວມຂັງ ແລະ ດິນດ່າງ, ຂີ້ໝິ້ນສາມາດປູກເປັນພືດອິນຊີ ປູກປະສົມໄດ້ປະສານເຊັ່ນກັນ ໂດຍປູກພືດທີ່ກ່ຽວຂ້ອງທັງໝົດ ໂດຍໃຊ້ການປູກແບບອິນຊີ. [11]
ໂດຍປົກກະຕິແລ້ວການປູກຈະເດີນເນີນລະຫວ່າງເດືອນ ເມສາ ຫາ ກໍລະກົດ ຊຶ່ງຕົງກັບຊ່ວງລະດູຝົນ ຫຼື ກ່ອນລະດູຝົນ. [11]
ການຄັດເລືອກສາຍພັນ:
ສຳຫຼັບການປູກ ໃຊ້ເຫງົ້າທີ່ເກັບຮັກສາຢ່າງດີ ຈາກແມງໄມ້ ແລະ ພະຍາດ, ຕ້ອງເປັນແນວພັນມາຈາກຟາມທີ່ປູກແບບອິນຊີ ຫາກບໍ່ມີພັນທີ່ມາຈາກການຜະລິດແບບອິນຊີ ອາດໃຊ້ພັນພື້ນເມືອງທີ່ໃຫ້ຜົນຜະລິດສູງໃນໄລຍະທຳອິດ. ທັງເຫງົ້າ ແລະ ກິ່ງພັນ ໂດຍຕັດເປັນກິ່ງຂະໜາດ 4 ຫາ 5 ຊມ. ເຫງົ້າແມ່ພັນຈະສາມາດນຳໄປປູກທັງໝົດ ຫຼື ແບ່ງປູກເຄິ່ງໜຶ່ງ ໂດຍແຕ່ລກິ່ງຈະມີຕາທີ່ແຂງແຮງຢ່າງໜ້ອຍກິ່ງລະໜຶ່ງຕາ, ບາງຄັ້ງເຫງົ້້າສຳຫຼັບປູກຈະຖືກວ່າງກະຈາຍ ຈາກນັ້ນໃຊ້ເຟືອງທີ່ຊຸ່ມຄຸມໄວ້ກ່ອນຈະນຳໄປປູກ ເພື່ອໃຫ້ການງອກດີຂື້ນ. [11]
ການກຽມພື້ນທີ່:
ການກຽມດິນ ອາດໃຊ້ການໄຖ່ພວນດິນໃຫ້ໜ້ອຍທີ່ສຸດ ຄວນກຽມໜານປູກທີ່ມີຄວາມສູງປະມານ 15 ຊມ. ສຳຫຼັບພືດທີ່ປູກເຂດຊົນລະປະທານແນະນຳໃຫ້ຍົກເປັນຮ່ອງ ແລະ ເປັນສັນຂື້ນ ໂດຍປູກຕາມໜານທີ່ຍົກຂື້ນ ໄລຍະຫ່າງລະຫ່າງໜານໂດຍທົ່ວໄປແມ່ນ 45 ຫາ 60 ຊມ ແລ ະ ໄລ່ຍະຫ່າງລະຫວ່າງຕົ້ນ 15 ຫາ 20 ຊມ. [11]
ເທັກນິກການປູກ:
ເມື່ອປູກໃຫ້ໂຮຍສ່ວນປະສົມຂອງຂົມກະເດົາ 25 ກຼາມ ປະສົມກັບດິນໃນແຕ່ລະຂຸ່ມປູກ ໂດຍປູເວັ້ນໄລຍະຫ່າງລະຫວ່າງຂຸ່ມປູກ ແລະ ແຖວປະມານ 20 ຫາ 25 ຊມ. ວ່າງເຫງົ້າປູກລົງໃນຂຸ່ມຕື້ນໆ ແລ້ວຄຸມດ້ວຍປຸ໋ຍຄອກຂີ້ງົວທີ່ຍ່ອຍສະຫຼາຍດີແລ້ວ ຫຼື ປຸ່ຍໝັກປະສົມໄຕຣໂຄເດີມາ ປຸ໋ຍໝັກທີ່ສີດໄຕຣໂຄເດີມາ) 10 ກຼາມຕໍ່ຂຸມ. [11]
ການເບິ່ງແຍງ ແລະ ບຳລຸງຮັກສາ:
ການໃສ່ຝຸ່ນ: ຂີ້ໝິ້້ນຕ້ອງໃຊ້ຝຸ່ນຄອກໃນປະລິມານຫຼາຍ ສຳຫຼັບຝຸ່ນຄອກໂດຍທົ່ວໄປໃຫ້ໃສ່ຂີ້ງົວທີ່ຍ່ອຍສະຫຼາຍດີແລ້ ຫຼື ຝຸ່ນໝັກຈາກຟາມ ໃນຊ່ວງທີ່ປູກ. ນອກຈາກນີ້ ຂໍ້ແນະນຳໃຫ້ໃສ່ກາກຂອງຕົ້ນກະເດົານຳອີກ. [11]
ການຍົກໜານປູກທີ່ຍົກຮ່ອງ ດ້ວຍໃບໄມ້ສີຂຽວ ເປັນວິທີ່ທີ່ມີປະໂຫຍດຈາກຂີ້ໝິ້ນ ເພາະຈະສົ່ງເສີ່ມການງອກຂອງຂ້ໝິ້ນ, ປ້ອງກັນການພັງທະລາຍຂອງດິນໃນຊ່ວງຝົນຕົກຫຼາຍ, ເພີ່ມຄວາມອຸດົມສົມບູນໃຫ້ກັບດິນດ້ວຍອິນຊີຫວັດຖຸ ແລະ ຊ່ວຍຮັກສາຄວາມຊຸ່ມໃນຊ່ວງລະດູແລ້ງ. [11]
ການປົກປ້ອງ ແລະ ການກຳຈັດສັດຕູພືດ:
ຫາກສັງເກດເຫັນມີແມງໄມ້ເຈາະລຳຕົ້ນເຂົ້າມາລົບກວນ ຄວນຕັດລຳຕົ້ນທີ່ໄດ້ຮັບຜົນກະທົບອອກ ເພື່ອກຳຈັດຕົວອ່ອນ ຫາຈຳເປັນສາມາດສີດພົ່ນນ້ຳໝັກຕົ້ນກະເດົາ ທຸກໆ 2 ອາທິດເພື່ອຈັດການກັບສັດຕູພືດ. [11]
ການເກັບກ່ຽວ:
ຄວນເກັບກ່ຽວແມ່ອຮອດໄລ່ຍະການຈະເລີນເຕີບໂຕທີ່ເໝາະສົມ ໂດຍປົກກະຕິຈະຢູ່ໃນລະຫວ່າງ 7 ຫາ 9 ເດືອນ ຫຼັງຈາກປູກ ຂື້ນກັບສາຍພັນ.
ໂດຍທົ່ວໄປແລ້ວຈະມີການໄຖ່ພວນດິນ ແລະ ເກັບເຫງົ້າ ໂດຍວິທີ່ເກັບດ້ວຍມື ຫຼື ຂຸດຂື້ນຢ່າງລະມັດລະວັງດ້ວຍຈອບ,ຈາກນັ້ນນຳໄປລ້າງໃຫ້ສະອາດ ເພື່ອລ້າງຂ້ດິນ ແລະ ເສດສາກອື່ນໆທີ່ຕິດເກາະ. [11]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | 7.66 | N/A |
ຄາໂບໄຮເດຣດ | 49.22 | N/A |
ໄຂມັນ | 5.03 | N/A |
ວິຕາມິນ | N/A | Thiamine (Vb1) 0.06mg, Thiamine (Vb2) 0.01 mg, Niacin (Vb3) 1.55 mg, Pantothenic acid (Vb5) and Biotin (Vb7) 0.76 ug |
ແຮ່ທາດ | N/A | Calcium 122 mg, Iron (Fe) 46.08 mg, Copper (Cu) 0.44 mg, Sodium (Na) 24.41 mg, Potassium (K) 2374 mg, Phosphorus (P) 276 mg and Zinc (Zn) 2.64 mg |
ເສັ້ນໄຍ | 7.66 | N/A |
ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Uploaded on 07 September 2024 by: Taye Bright. Available: https://www.inaturalist.org/observations/240351528. [Accessed: 26 June 2025]
[2] iNaturalist [Online]. Uploaded on 02 August 2022 by: Damion Laren Whyte. Available: https://www.inaturalist.org/observations/129084709. [Accessed: 26 June 2025]
[3] iNaturalist [Online]. Uploaded on 27 November 2020 by: Christian Grenier. Available: https://www.inaturalist.org/observations/65695096. [Accessed: 26 June 2025]
[4] iNaturalist [Online]. Uploaded on 02 June 2020 by: Ehoarn Bidault. Available: https://www.inaturalist.org/observations/48220483. [Accessed: 26 June 2025]

ອ້າງອິງ:
[1] *Flora of China*, “Curcuma longa” [Online]. Available: http://www.efloras.org/florataxon.aspx?flora_id=2&taxon_id=200028370. [Accessed: Jun. 26, 2025]
[2] Royal Botanic Gardens, Kew, “Curcuma longa L.,” Plants of the World Online (online). [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:796451-1. [Accessed: Jun. 26, 2025]
[3] Global Biodiversity Information Facility, “Curcuma longa L.,” GBIF Backbone Taxonomy, [online]. Available: https://www.gbif.org/species/2757624. [Accessed: Jun. 26, 2025]
[4] M. Newman, S. Ketphanh, B. Svengsuksa, P. Thomas, K. Sengdala, V. Lamxay, and K. Armstrong, “A checklist of the vascular plants of Lao PDR,” Royal Botanic Garden Edinburgh (technical checklist), Edinburgh, UK, and IUCN Laos, 2007 (online PDF). [Online]. Available: https://phakhaolao.la/wp-content/uploads/2024/09/A-Checklist-of-the-Vascular-Plants-of-Lao-PDR.pdf. [Accessed: Jun. 26, 2025.]
[5] Pha Khao Lao, “Checklist of Plants of Laos,” online PDF, Sep. 2024. [Online]. Available: https://phakhaolao.la/wp-content/uploads/2024/09/Checklist-plant-of-Laos-read-only-1.pdf. [Accessed: Jun. 26, 2025.]
[6]. Nafri and CDE, “wild food assessment” AFN II, 2025
[7] Forest Herbarium, Department of National Parks, Wildlife and Plant Conservation, “Flora species (tdcode 08702),” *e‑Flora of Thai-land*. [Online]. Available: https://botany.dnp.go.th/eflora/floraspecies.html?tdcode=08702. [Accessed: Jun. 26, 2025.]
[8] IUCN SSC, “Curcuma longa,” *The IUCN Red List of Threatened Spe-cies* 20XX: e.T88308047A88308057 (online), habitat & ecology section. [Online]. Available: https://www.iucnredlist.org/species/88308047/88308057#habitat-ecology. [Accessed: Jun. 26, 2025.]
[9] Pha Tad Ke Botanical Garden, “Curcuma longa,” Pha Tad Ke Botanical Garden [Online]. Available: https://www.pha-tad-ke.com/plant/curcuma-longa/. [Accessed: Jun. 27, 2025.]
[10] B. Kumar and B. S. Gill, “Effect of method of planting and harvesting time on growth, yield and quality of turmeric (Curcuma longa L.),” *J. Spices Aromat. Crops*, vol. 18, no. 1, pp. 22–27, Jun. 2009. [Online]. Available: https://www.researchgate.net/publication/257757769_Effect_of_method_of_planting_and_harvesting_time_on_growth_yield_and_quality_of_turmeric_Curcuma_longa_L. [Accessed: Jun. 27. 2025]
[11] “Tumeric,” TNAU Agritech Portal, Tamil Nadu Agricultural University, Coimbatore, India, 2013. [Online]. Available: https://agritech.tnau.ac.in/banking/pdf/Tumeric.pdf. [Accessed June 27, 2025).
[12] HRPUB, “Pharmaceutical and Nutritional Properties of Turmeric (Curcuma longa),” HRPUB Journal, Mar. 31, 2020 (online PDF). [Online]. Available: https://www.hrpub.org/download/20200330/AZB2-11414869.pdf. [Accessed: Jun. 27, 2025.]

ຜູ້ສ້າງ Factsheet:
Keooudone Souvannakhoummane
ຜູ້ກວດສອບ Factsheet:
,