ເລກລຳດັບທີ: 217
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-07-06
ດອກກະຈຽວແດງ
East Indian arrowroot
Curcuma angustifolia Roxb.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
×
ຊື່ທ້ອງຖີ່ນ:
( Narrow-leaved Turmeric)
ຊື່ພ້ອງ
:
ຊື່ສະກຸນ:
Zingiberaceae
ຊະນິດໃກ້ຄຽງ:
ກະຈຽວຂາວ/ Waan Chak Modlook
ຂີ້ໝິ້ນ/ Turmeric
ຫວ້ານນາງຄໍາ/ Wild Turmeric
ຂີ້ໝິ້ນ/ Turmeric
ຫວ້ານນາງຄໍາ/ Wild Turmeric
ບັນຍາຍລັກສະນະທາງພືດສາດ:
ພືດຊະນິດນີ້ມີຄວາມສູງປະມານ 20–70 ຊມ ຂຶ້ນຈາກລະບົບລຳຕົ້ນໃຕ້ໃຕ້ດິນ (rhizome) ເຫົ້ງາຫຼັກມີຮູບຮ່າງເປັນຮູບຮີ, ຍາວ 3–5 ຊມ ແລະ ກ້ວາງ 3–4 ຊມ ແຕກກິ່ງດ້ານຂ້າງສັ້ນ, ເນື້ອມັກຈະມີສີນ້ຳຕານຫາຂາວ.
ທີ່ໂຄນກ້ານມີກາບໃບຫຸ້ມລຳຕົ້ນ 2–3 ອັນ, ຍາວປະມານ 5–15 ຊມ ມີຂົນນຸ່ມ. ພາກສ່ວນໃບມີກ້ານໃບຍາວ 10–40 ຊມ ມີຂົນນຸ່ມ ແລະ ມີ ligule (ໂຄງສ້າງຂະໜາດນ້ອຍທີ່ຢູ່ລະຫວ່າງລໍາຕົ້ນ ແລະ ກ້ານໃບ) ແຍກເປັນ 2 ແສກ, ແຜ່ນໃບຮູບໄຂ່ແຄບ, ຍາວ 25–60 ຊມ ແລະ ກ້ວາງ 3–6.5 ຊມ, ຜິວອາດຈະລຽບ ຫຼື ມີຂົນບາງໆ, ໂຄນໃບຮຽວແຫຼມ ແລະ ປາຍໃບແຫຼມ.
ຊໍ່ດອກ (inflorescence) ມັກຈະອອກບໍລິເວນປາຍຂອງລຳຕົ້ນ. ກ້ານຊໍ່ດອກຍາວ 5 ຫາ 20 ຊມ ແລະ ມີຂົນ, ໂຄງສ້າງດອກທັງໝົດຍາວ 10 ຫາ 12 ຊມ. ດອກຍ່ອຍແຕ່ລະດອກຈະເກີດຢູ່ໃກາບຫຸ້ມດອກ ຫຼື ໃບປະດັບດອກທີ່ດັດແປງມາ ເຊິ່ງມີຮູບໄຂ່ ຫຼື ຮູບໄຂ່ປີ້ນ, ປາຍມົນ, ໃບເປັນສີຄີມຫາສີຂຽວ, ມັກມີສີບົວ ຫຼື ສີແດງຢູ່ບໍ່ລິເວນປາຍຊໍ່ດອກ ແລະ ອາດຈະລຽບ ຫຼື ມີຂົນເລັກນ້ອຍ.
ດອກຍ່ອຍຮູບຫຼອດ ຫຼື ຮູບທໍ່, ລັກສະນະຄ້າຍອຸໂມງ ເໝາະສຳຫຼັບການປະສົມເກສອນໂດຍແມງໄມ້. ເຕົ້າໄຂ່ຮູບຊົງກະບອກ, ມີຂະໜາດນ້ອຍ (ຍາວ 2 ຫາ 3 ມມ) ແລະ ມີຂົນ, ບໍລິເວນຖານດອກມີຕ່ອມນ້ຳ, ໃຕ້ຖານຮອງດອກຍາວ 3 ຫາ 4 ມມ, ມີລັກສະນະເປັນຮູບກະບອກ ຫຼື ກະບອງຂະໜາດນ້ອຍ, ປາກຄໍເຕົ້າໄຂ່ (ສ່ວນທີ່ຮັບລະອອງເກສອນ) ກວ້າງປະມານ 1 ມມ. ດອກສີຂາວ, ສີບົວ ຫຼື ແດງ ແລະ ໂດຍທົ່ວໄປຈະລຽບ, ກີບດອກດ້ານເທິ່ງມີລັກສະນະເປັນກີບຄຸມ ແລະ ແຫຼມ, ມີຂົນລະອຽດບໍລິເວນປາຍກີບ, ກີບຂ້າງໂຄ້ງມົນ ແລະ ໂຄ້ງມົນເລັກນ້ອຍ.
ໝາກຍັງບໍ່ພົບເຫັນ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Assam, Bangladesh, India, Myanmar, Nepal, Thailand, Vietnam, Laos and West Himalaya. [2]
ຊະນິດພັນພື້ນໃນອາສຊຳ, ບັງກາລາເທດ, ອິນເດຍ, ມຽນມາ, ເນປານ, ໄທ, ຫວຽດນາ, ລວ ແລະ ຫິມາໄລຕາເວັນຕົກ. [2]
Distribution of Curcuma angustifolia between 1909 to 2023. Source: [3]

ເຂດກະຈາຍພັນໃນລາວ
:
ລຽບແມ່ນ້ຳຂອງພາກເໜືອ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ທົ່ງພຽງວຽງຈັນ
ເຂດລຽບແມ່ນ້ຳຂອງພາກໃຕ້

ເຂດກະຈາຍພັນຕາມພູມສັນຖານ
:
ປ່າປະສົມປ່ຽນໃບ
ທົ່ງຫຍ້າ
ທົ່ງຫຍ້າ

ສະເພາະຖິ່ນໃນລາວ:
ພື້ນເມືອງ
ຮຸກຮານ
:
ບໍ່ຮຸກຮານ
ສະຖານະພາບການອະນູຮັກ IUCN
:
ບໍ່ມີຄວາມສ່ຽງ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
ບໍ່ຖືກລະບຸໃນບັນຊີປະເພດໃດ
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ
ພືດເປັນຢາ
ບັນຍາຍການນຳໃຊ້:
ອາຫານ: ຊໍ່ດອກອ່ອນສາມາດກິນເປັນຜັກໄດ້ [1]. ເຫງົ້າຂອງກະຈຽວແດງ ຈະຖືກບົດເປັນແປ້ງ ແລ້ວປະສົມກັບນົມ ຫຼື ນ້ຳກິນ. [6]
ສະໝຸນໄພ: ສາຍພັນນີ້ໃຊ້ບັນເທົາອາການຄັນ [1]. ຜົງຮາກໃຊ້ປະສົມກັບນົມເພື່ອບັນເທົາອາການປະສະວະແສບຂັດ, ປັດສະວະລຳບາກ, ໄຂ້, ທ້ອງອືດ ແລະ ກົດໄຫຼ່ຍ້ອນ, ນອກຈາກນີ້ຍັງໃຊ້ປະສົມກັບນ້ຳຮ້ອນດືມ ເພື່ອຮັກສາອາການຖອກທ້ອງ ແລະ ປະສົມນ້ຳເຜິ້ງ ເພື່ອບັນເທົາອາການໄອ ແລະ ຫາຍໃຈບໍ່ອອກ, ໃຊ້ບຳລຸງຮ່າງກາຍໃຫ້ແຂງແຮງ ແລະ ເພີ່ມພູມຄຸ້ມກັນ, ໃຊ້ເປັນຢາເພີ່ມອາລົມທາງເພດ ເພີ່ມຄວາມແຂງແຮງ ແລະ ເຮັດໜ້າີ່ເປັນຢາເຢັນບຳລຸງຮ່າງກາຍ. ນອກຈາກນີ້ແລ້ວຍັງໃຊ້ເປັນຢາຮັກສາພະຍາດກ່ຽວກັບເລືອດ, ຜິວໜັງ ແລະ ເລືອດອອກ, ພະຍາດດີຊານ, ຂາດນ້ຳຫຼາຍ, ໂຣກຕັບ, ຫອບຫືດ, ວັນນະໂຣກ, ນ້ຳໜັກຫຼຸດ ແລະ ເລືອດຈາງ, ຜົງຫົວກະຈຽວແດງຊ່ວຍຫຼຸດອາການອັກເສບຂອງລຳໄສ້ ແລະ ມີລິດຂັບລົມ, ຊ່ວຍສະໝານແຜ ແລະ ບຳລຸງຫົວໃຈ, ໂດຍທົ່ວໄປໃຊ້ຮັກສາໂຣກບິດ ແລະ ອືດທ້ອງ. ນ້ຳມັນຫອມລະເຫີຍທີ່ສະກັດຈາກສ່ວນຕ່າງໆໃຊ້ເພື່ອຕ້ານເຊື້ອຣາ, ຕ້ານແບັກທິເຣຍ, ຕານການຕິດເຊື້ອຣາ ແລະ ຕ້ານແບັກທິເຣຍ. [6]

ການປູກ ການລ້ຽງ:
ຊະນິດທຳມະຊາດ
ລະດູການເກັບກູ້:
ເມສາ
ພຶກສະພາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ
ຕຸລາ
ພຶກສະພາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ
ຕຸລາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ການຄຸ້ມຄອງຈັດການ
ອຸ່ນຫະພູມທີ່ເໝາະສົມສຳຫຼັບການຈະເລີນເຕີບໂຕຂອງພືດຊະນິດນີ້ປະມານ 34 ອົງສາຟາເລັນໄຮ ເຊິ່ງຈະເຕີບໂຕໄດ້ດີພາຍໃຕ້ແສງແດດປານກາງ. ພືດຊະນິດນີ້ມັກດິນທີ່ມີຄວາມສາມາດໃນການກັກເກັບຄວາມຊຸ່ມໄດ້ດີ, ດິນຊາຍ ຫຼື ດິນພວນ. [7]
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
[1] abamec, “Rarest Curcuma angustifolia (Tikhur, Koova) live bulb/rhizome – 250 g,” *Amazon India* (online), Product ASIN B09YRQ7TL6, [Online]. Available: https://www.amazon.in/abamec-Curcuma-Angustifolia-Rhizome-Growing/dp/B09YRQ7TL6. [Accessed: Jul. 3, 2025.]
ອ້າງອິງ:
[1] Forest Herbarium, Department of National Parks, Wildlife and Plant Conservation, “Curcuma angustifolia Roxb. (tdcode 08679),” *e‑Flora of Thailand*. [Online]. Available: https://botany.dnp.go.th/eflora/floraspecies.html?tdcode=08679. [Accessed: Jul. 3, 2025.]
[2]. R. Govaerts, “Curcuma angustifolia Roxb.,” *Plants of the World Online*, Royal Botanic Gardens, Kew. Available: https://powo.science.kew.org/taxon/urn:lsid:ipni.org:names:796424-1. [Accessed: Jul. 4, 2025].
[3]. GBIF.org, "Curcuma angustifolia Roxb.," GBIF Backbone Taxonomy, Global Biodiversity Information Facility. Available: https://www.gbif.org/species/2757542. [Accessed: Jul. 4, 2025].
[4]. Pha Khao Lao, “Checklist of the vascular plants of Lao P.D.R.,” Pha Khao Lao (Phakhaolao.la), Sep. 2024. [Online]. Available: https://phakhaolao.la/en/resource/a-checklist-of-the-vascular-plants-of-lao-pdr/. [Accessed: Jul. 4, 2025].
[5]. Nafri and CDE, “wild food assessment” AFN II, 2025
[6]. S. Sharma, S. K. Ghataury, A. Sarathe, G. Dubey, and G. Parkhe, “Curcuma angustifolia Roxb., (Zingiberaceae): Ethnobotany, phytochemistry and pharmacology: A review,” *Journal of Pharmacognosy and Phytochemistry*, vol. 8, no. 2, pp. 1535–1540, 2019. DOI: 10.22271/phyto.2019.v8.i5h.9589. [Online]. Available: https://www.phytojournal.com/archives/2019.v8.i2.7884/ltemgtcurcuma-angustifolialtemgt-roxb-zingiberaceae-ethnobotany-phytochemistry-and-pharmacology-a-review.
[7]. S. Nath, B. Jyotirmayee, and G. Mahalik, “A Review on the Potential benefits of Curcuma angustifolia to the Medicinal World,” *Indian Journal of Natural Sciences*, vol. 13, no. 72, Jun. 2022. [Online]. Available: https://www.researchgate.net/publication/361410382_A_Review_on_the_Potential_benefits_of_Curcuma_angustifolia_to_the_Medicinal_World. [Accessed: Jul. 4, 2025].

ຜູ້ສ້າງ Factsheet:
Keooudone Souvannakhoummane;
ຜູ້ກວດສອບ Factsheet:
,