ເລກລຳດັບທີ: 216
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19

ໝາກຄໍ້ສົ້ມ
Soapberry

Schleichera oleosa (Lour.) Oken


ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ

1 / 1
Image 1


ຊື່ທ້ອງຖີ່ນ:

ຊື່ພ້ອງ :
Pistacia oleosa Lour.
Schleichera oleosa (Lour.) Oken

ຊື່ສະກຸນ:
Sapindaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ເປັນໄມ້ຢືນຕົ້ນສູງ 15-25 ມ, ແຕກກີ່ງງາຫຼາຍ, ເຮືອນຍອດມີລັກສະນະເປັນຊົງພູ່ມແຜ່ກວ້າງ, ກີ່ງກ້ານມັກຄົດໂງ້, ລຳຕ້ົນເປັນປຸ່ມ ແລະ ມີພູພອນ, ເປືອກລຳຕົ້ນເປັນສີນ້ຳຕານແດງ ຫຼື ເປັນສີນ້ຳຕານເທົາ, ດ້ານໃນຈະເປັນສີສົ້ມ, ເປືອກແຕກເປັນສະເກດໜາ. ໃບປະສົມແບບຂົນນົກປາຍຄູ່, ຈັບສະລັບວຽນເປັນຈຸ້ມຢູ່ປາຍກີ່ງງ່າ. ໃບຍ່ອຍຈັບແບບກົງກັນຂ້າມ ຫຼື ອາດສະລຽງໄປເລັກນ້ອຍປະມານ 1-4 ຄູ່ ໂດຍໃບຄູ່ປາຍສຸດຈະມີຂະໜາດໃຫຍ່ກວ່າ ແລະ ຍາວທີ່ສຸດ, ລັກສະນະຂອງແຜ່ນໃບຍ່ອຍເປັນຮູບຮີ ຫຼື ຮູບຂອບຂະໜານ, ປາຍໃບມົນ ຫຼື ແຂ້ວງມີຫາງສັ້ນໆ ຫຼື ຕີ່ງສັ້ນໆ, ໂຄນໃບມົນ ຫຼື ແຫຼມບ້ຽວ. ສ່ວນຂອບໃບລຽບ ຫຼື ເປັນຄື່ນ, ໃບມີຂະໜາດກວ້າງປະມານ 4,5-12 ຊມ ແລະ ຍາວປະມານ 8-25 ຊມ, ແຜ່ນໃບຄ່ອນຂ້າງໜາລຽບ ແລະ ເປັນຄື່ນເລັກນ້ອຍ, ເສ້ັນໃບເຫັນໄດ້ຊັດເຈັນເສັ້ນຂະແໜງໃບມີປະມານ 8-16 ຄູ່ ປາຍເສັ້ນຈອດກັນກ່ອນເຖີງຂອບໃບ, ກ້ານໃບຍ່ອຍຈະສັ້ນໆ, ສ່ວນກ້ານໃບຍາວປະມານ 5-10 ຊມ, ໂດຍໃບອ່ອນມີຂົນເລັກນ້ອຍຕາມເສັ້ນໃບ. ດອກອອກເປັນຊໍ່ທີ່ປາຍຍອດ ຫຼື ຕາມງ່າມໃບ, ຊໍ່ດອກມີຄວາມຍາວປະມານ 20-30 ຊມ, ຊໍ່ດອກມີລັກສະນະເປັນພວງແບບຫາງກະຮອກຫ້ອຍລົງ, ດອກຍ່ອຍມີຂະໜານນ້ອຍເປັນສີຂາວ ຫຼື ສີເຫຼືອງອ່ອນໆ, ກາບດອກ ຫຼື ກິບລວມມີຂະໜາດນ້ອຍໆ ມີແສກແຫຼມ 5 ແສກດ ດອກບໍ່ມີກິບດອກ, ດອກມີເກສອນເພດຜູ້ປະມານ 6-8 ອັນ ສ່ວເຕົ້າໄຂ່ມີ ລັກສະນະກົມ ແລະ ມີ 3 ຫ້ອງ ໃນແຕ່ລະຊ່ອງຈະມີ 1 ໄຂ່, ເກສອນເພດແມ່ສ່ວນປາຍແຍກເປັນແສກ 3 ແສກ, ໂດຍຈະອອກດອກໃນຊ່ວງເດືອນມີນາ ເຖີງ ເດືອນເມສາ. ໝາກມີລັກສະນະເປັນຮູບຊົງກົມ ມີຂະໜາດປະມານ 2-3 ຊມ, ປາຍໝາກເປັນຈະງອຍແຫຼມແຂງ, ເປືອກໝາກໜາຄ້າຍແຜນໜັງ, ຜີວໝາກກ້ຽງເປັນສີຂຽວອົມສີນ້ຳຕານ ຫຼື ເປັນສີນ້ຳຕານ ພາຍໃນໝາກມີເມັດ 1-2 ເມັດ, ມີເນື້ອຫຸ້ມເມັດໃສສີເຫຼືອງ ລັກສະນະຊຸ່ມໆນ້ຳ ແລະ ມີລົດຊາດສົ້ມ, ໃຊ້ກີນສົ້ມກັບແຈ່ວເກືອ ຫືຼ ແຈ່ວປາແດກ, ໝາກຈະເລີ້ມສຸກໃນຊ່ວງເດືອນມີນາ ເຖີງ ເດືອນມີຖຸນາ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ

ບັນຍາຍການນຳໃຊ້:

ໝາກຄໍ້ສົ້ມເປັນໝາກໄມ້ປ່າທີ່ມີລົດສົ້ມເຊີ່ງພາກັນນີຍົມກີນເປັນສົ້ມໂດຍເປັນຢາລະບາຍ, ການກີນໝາກຄໍ້ຈຳນວນຫຼາຍອາດເຮັດໃຫ້ຖອກທ້ອງໄດ້, ນຳເອົາໝາກມາຮັບປະທານກັບແຈ່ວ ຫຼື ນຳມາເຮັດຊົ່ວກັນນຳ້ປາ, ສ່ວນໝາກທີ່ຫວານຫຼາຍກໍ່ນຳມາກີນກັບເຂົ້າໄດ້, ສ່ວນເປືອກໝາກສ່ວນກັນສາມາດນຳມາຕໍ່າໃສ່ກັບເກືອ ຫຼື ນຳມາຕໍ່າຄືກັບສົ້ມຕໍ່າ. ນອກຈາກນີ້ຍັງສາມາດນຳໝາກມາເປັນອາຫານຫວານໄດ້ອິກຫຼາຍຊະນິດເຊັ່ນ ໝາກຄໍ້ແກ້ວ, ນ້ຳໝາກຄໍ້ ແລະ ອື່ນໆ. ເປືອກຈາກລຳຕົ້ນຂູດເອົາແຕ່ເນື້ອເປືອກມາຕໍ່າໃສ່ມົດແດງ (ເປືອກນາງກີນກັບຕໍ່າມ້ຽງ ກີນກັບກສົ້ມກົບ, ສົ້ມລົມ, ຕໍ່າໃສ່ເຄື່ອງຂີງຂ່າ, ຫົວສີໄຄ), ໃບອ່ອນສາມາດນຳມາໃຊ້ກີນເປັນຜັກກັບລາບໄດ້, ເມັດໃຊ້ສາມາດກີນໄດ້ ແຕ່ບໍ່ໃຫ້ເກີນ 3 ເມັດເພາະຈະເຮັດໃຫ້ເມົາ, ທີ່ນີຍົມກໍ່ຄືນຳມາສະກັດເປັນນ້ຳມັນສຳລັບເປັນຢາສະໝູນໄພ ຫຼື ໃຊ້ເປັນນຳ້ມັນສຳລັບຈຸດປະທິບ.  ເປືອກນອກຂອງລຳຕົ້ນຂູດມາປະສົມກັບເກືອບໃຊ້ເປັນຢາຮັກສາສັດ, ເປືອກຍັງສາມາດສະກັດເປັນສີຍ້ອຍໄດ້ ໂດຍສີທີ່ໄດ້ຄືສີນ້ຳຕານ ຖ້າເອົາເປືອກມາປະສົມກັບເປືອກໄມ້ກໍ່ຈະໄດ້ສີກາກີ. ເນື້ອໄມ້ສາມາດນຳມາໃຊ້ໃນງານອຸດສາຫະກຳໄດ້ທົ່ວໄປ ເຮັດເປັນເຄື່ອງໃຊ້ໃນເຮືອນ ອາຄານບ້ານເຮືອນ, ເຄື່ອງມື, ລູກຫິບອ້ອຍໃນທ້ອງຖີ່ນ. ນ້ຳສະກັດຈາກໝາກສາມາດເຮັດເປັນນຳ້ຢາລ້າງຖ້ວຍ, ລ້າງຫ້ອງນ້ຳໄດ້.

ໝາກຄໍ້ສົ້ມຈະພົບຕາມທ້ອງຕະຫຼາດໃນຊ່ວງເດືອນ ມີຖຸນາ ເຖີງ ກໍລະກົດ, ສ່ວນຫຼາຍເພີ່ນຈະເຮັດເປັນມັດຂາຍ ລາຄາປະມານ 3000-5000ກິບ/ມັດ, ເປັນໝາກໄມ້ທີ່ພົບໄດ້ທົ່ວໄປໃນພາກເໜືອຂອງລາວ, ຕົ້ນໝາກຄ້ໍສົ້ມພົບໄດ້ຕາມປ່າປະໂຄກ, ປ່າດິບແລ້ງ ແລະ ປ່າປະສົມປ່ຽນໃບ, ໃນທ້ອງຖີ່ນແມ່ນບໍ່ຈຳເປັນຕ້ອງໄດ້ຊື່ເພາະວ່າມັນຍັງມີຫຼາຍໃນປ່າທຳມະຊາດ. ແຕ່ເມັດສາມາດຂະຫຍາຍພັນໄດ້ງ່າຍ ສາມາດສົ່ງເສີມເປັນການປູກເພື່ອພັດທະນາເປັນພືດເສດຖະກີດໄດ້ ແລະ ສີກສາຫາວີທີການເຮັດນ້ຳຈາກໝາກເພື່ອເປັນນ້ຳໝາກໄມ້ໄດ້ດີ ຫຼື ເຮັດເປັນຜະລິດຕະພັນອື່ນໄດ້.



 



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Gardner, S. et al. 2000. A Field Guide to the Forest Trees of Northern Thailand. Khop Fai, Bangkok, Thailand

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: