ໝາກມ່ວງປ່າ
Wild Mango
Mangifera caloneura Kurz
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
- ຊື່ສະກຸນ
- Anacardiaceae
ຊື່ພ້ອງ
Mangifera foetida var. odorata (Griff.) Pierre
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢືນຕົ້ນສູງປະມານ 20-30 ມ, ເສັ້ນຜ່າສູນກາງປະມານ 40 ຊມ, ເຮືອນຍອດແຕກກີ່ງງ່າ ຢູ່ສ່ວນປາຍຂອງລຳຕົ້ນ, ເປືອກເປັນຮ່ອງຕາມລວງຍາວຂອງລຳຕົ້ນເປັນຮ່ອງຕື່ນໆ, ເປືອກດ້ານນອກສີເທົາອົມນຳ້ຕານ, ດ້ານໃນສີສົ້ມອົມສີບົວ, ມີນຳ້ຢາງສີນ້ຳຕານ. ໃບດ່ຽວຈັບແບບສະລັບວຽນເປັນຈຸ້ມກັນຢູ່ທີ່ປາຍຍອດຂອງກີ່ງ, ກ້ານໃບຍາວ 2-3 ຊມ, ກົມກ້ຽງ, ແຜ່ນໃບຮູບຂອບຂະໜານ, ກວ້າງ 4-7 ຊມ, ຍາວ 10-20 ຊມ, ໂຄນໃບຮູບຫຼີ່ມ, ຂອບໃບລຽບ,ປາຍໃບແຫຼມ, ເສັ້ນກ່າງກາງໃບນູນດ້ານລຸ່ມ, ເສັ້ນໃບຍ່ອຍມີ 16-22 ຄູ່, ເນື້ອໃບແຂງຍາບ, ຜີວໃບດ້ານລຸ່ມເປັນສີຂຽວອ່ອນ, ດ້ານເທີງເປັນສີຂຽວເຂັ້ມ, ຍອດອ່ອນຈະເປັນສີນຳ້ຕານອົມແດງ. ດອກອອກເປັນຊໍ່ແບບແຕກຂະແໜງ, ກ້ານຊໍ່ດອກຍາວ 10-30 ຊມ, ຊໍ່ດອກຍ່ອຍ 10 ຊມ, ດອກມີຂະໜາດນ້ອຍ, ສີຂຽວອົມເຫຼືອງ, ກີບດອກມີ 5 ອັນ ຮູບໃບຫອກ ກວ້າງ 1-2 ມມ, ຍາວ 2-3 ມມ, ປາຍແຫຼມ, ຂອບລຽບ, ກ້ຽງ. ເກສອນເພດຜູ້ ສີຂຽວອົມເຫຼືອງ. ໝາກຮູບມົນ ຫຼື ຮູບຮີ, ຍາວ 4-5 ຊມ, ກວ້າງ 2-3 ຊມ, ເມື່ອຍັງອ່ອນດ້ານນອກສີຂຽວ, ດ້ານໃນສີຂາວ, ເມື່ອແກ່ສຸກດ້ານນອກສີຂຽວອົມເຫຼືອງ, ດ້ານໃນສີເຫຼືອງ. ແກ່ນຮູບໝາກໄຂ່ຫຼັງ ຂະໜາດ ກວ້າງ 2 ຊມ, ຍາວ 4 ຊມ. ຈະເລີ່ມອອກດອກປະມານເດືອນກຸມພາ, ໝາກຈະເລີ່ມສຸກປະມານເດືອນພືດສະພາ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ໝາກມ່ວງປ່າພົບໄດ້ທົ່ວໄປຕາມພາກເໜືອຂອງລາວເຊັ່ນ ແຂວງຊຽງຂວາງ, ຫົວພັນ, ຫຼວງພະບາງ, ມັກພົບຕາມປ່າປະສົມ, ປ່າດົງດິບແລ້ງ, ເປັນພັນໄມ້ພົບໄດ້ທົ່ວໄປ, ມັນເປັນຕົ້ນໄມ້ສູງຂະໜາດໃຫຍ່ພໍສົມຄວນ ໄມ້ຂອງມັນມີຄົນມັກຕັດມາເຮັດເຄື່ອງໃຊ້ຊອຍ ແລະ ເຟີນີເຈີຕ່າງໆ ເຮັດໃຫ້ຈຳນວນຕົ້ນໃນທຳມະຊາດ ລຸດລົງ. ແຕ່ການເກັບມາຂາຍຢູ່ຕະຫຼາດສ່ວນຫຼາຍບໍ່ມັກເຫັນ ແຕ່ໃນທ້ອງຖີນມີຄວາມນີຍົມກັນກີນ ເພາະວ່າມັນຈະມີລົດສົ້ມຫວານ ແລະ ມີກີ່ນຫອມເລັກນ້ອຍ, ເອົາເຮັດເປັນໝາກມ່ວງກວນ ຫຼື ໝາກມ່ວງແຜນໄດ້. ໝາກມ່ວງມັນມີວີຕາມີນຊີຫຼາຍສາມາດເປັນທາດປ້ອງກັນພະຍາດໄດ້ ແລະ ປ້ອງກັນມະເຮັງໄດ້ ເຮັດໃຫ້ຮ່າງກາຍແຂງແຮງບໍ່ໃຫ້ເຖົ້າກວ່າໄວ້ອັນຄວນ. ນອກນັ້ນຍອດອ່ອນຂອງມັນຍັງເຮັດເປັນຜັກກັບລາບ ຫຼື ເຮັດຊູບແບບຊູບຜັກໄດ້.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Gardner, S. et al. 2000. A Field Guide to the Forest Trees of Northern Thailand. Khop Fai, Bangkok, Thailand
World Conservation Monitoring Centre 1998. Mangifera odorata. The IUCN Red List of Threatened Species 1998: e.T31401A9630399.
World Conservation Monitoring Centre 1998. Mangifera odorata. The IUCN Red List of Threatened Species 1998: e.T31401A9630399.
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,