ເລກລຳດັບທີ: 2121
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ເອື້ອງກະເປົາຂົນນົກ
Hirsute Paphiopedilum
Paphiopedilum villosum (Lindl.) Stein
ພືດ
ພືດລົ້ມລຸກ
ດອກໄມ້
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Chinese: Zi Mao Dou LanThai: Rongthao nari inthanon, Ueang khai kai, Ueang khang kop, Ueang maeng phu, Ueang inthanon
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Asparagales
ຊື່ສະກຸນ
Orchidaceae
ສະກຸນ
Paphiopedilum
ຊະນິດ
Paphiopedilum villosum
ຊື່ພ້ອງ
Cordula villosa (Lindl.) Rolfe
Cypripedium villosum Lindl.
ບັນຍາຍລັກສະນະທາງພືດສາດ
ເປັນພືດທີ່ເກີດຕາມຜາຫີນ. ໃບເກີດເປັນຈຸ້ມ 4-7 ໃບຕໍ່ຕົ້ນ, ແຜ່ນໃບຮູບຂອບຂະໜານ, ຂະໜາດ 20-40 x 2-4 ຊັງຕິແມັດ, ເນື້ອໃບໜາ, ສີຂຽວເຂັ້ມ, ປາຍຮູບຕັດ, ວ້ຳຕື່ນ, ມີຕີ່ງແຫຼມ. ຊໍ່ດອກຕັ້ງຊື່ ຫຼື ເນັ່ງເລັກນ້ອຍ, ມີພຽງດອກດ່ຽວ, ກ້ານດອກສີຂຽວປົນສີມ່ວງ, ມີຂົນສີຂາວ. ໃບປະດັບສີຂຽວຮູບຮີ, ດ້ານນອກມີຂົນ ແລະ ມີຈຸດສີມ່ວງ. ກ້ານດອກ ແລະ ເຕົ້າໄຂ່ສີມ່ວງ, ມີຂົນສີຂາວ. ດອກມີຂະໜາດ 8-13 ຊັງຕິແມັດ. ກາບດອກເທີງສີຂຽວອ່ອນ ຫຼື ສີເຫຼືອງອ່ອນ, ສີຂາວ, ເຄີ່ງກາງມີເສັ້ນສີດຳ. ກາບດອກລຸ່ມສີຂຽວອ່ອນ ຫຼື ສີເຫຼືອງອ່ອນປົນສີຂາວ. ກີບດອກສີຂຽວອ່ອນປົນສີເຫຼືອງ, ບໍລິເວນເຄີ່ງກາງເປັນສີນໍ້າຕານເຂັ້ມເປັນເສັ້ນ. ກີບປາກເປັນຖົງ ສີຂຽວອ່ອນປົນສີເຫຼືອງ, ມີເສັ້ນສີນ້ຳຕານ. ເກສອນຜູ້ເປັນໜັນ ຮູບຫົວໃຈ, ມີຂົນ.

ນິເວດວິທະຍາ: ເປັນພືດທີ່ເກີດຕາມຕົ້ນໄມ້ ແລະ ແອ່ງຫີນຕາມພູຫີນປູນ. ມັກເກີດບ່ອນມີແສງແດດສ່ອງເຖິງ ຫຼື ແດດເຕັມ. ພົບຢູ່ໃນລະດັບຄວາມສູງຈາກໜ້ານ້ຳທະເລ 1000-2000 ແມັດ.

ສະຖານະພາບ: ເປັນພືດທີ່ມີແນວໂນ້ມໃກ້ຈະສູນພັນ ເພາະມີການເກັບກູ້ເປັນພືດປະດັບ ຫຼື ສົ່ງຂາຍອອກຕ່າງປະເທດແບບຜິດລະບຽບ. ເປັນພືດທີ່ຫ່ວງຫ້າມ ແລະ ຄຸ້ມຄ້ອງຂອງ ສປປ ລາວ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງສູນພັນ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດປະດັບ
N/A
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,