ເລກລຳດັບທີ: 212
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-03-25
ໝາກຕ້ອງ
Santol
Sandoricum koetjape (Burm.fil.) Merr.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 6
Image 1
2 / 6
Image 2
3 / 6
Image 3
4 / 6
Image 4
5 / 6
Image 5
6 / 6
Image 6
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ກົກຕ້ອງ (Kechapi, red santol, sentol)
ອະນຸກົມວິຖານ
ຊື່ສະກຸນ
Meliaceae
ຊື່ພ້ອງ
Azedarach edule Noronha
Azedarach edulis Noronha
Melia koetjape Burm.fil.
Sandoricum glaberrimum Hassk.
Sandoricum harmandianum Pierre
Sandoricum harmandianum Pierre ex Laness.
Sandoricum harmandii Pierre
Sandoricum harmsianum Perkins
Sandoricum indicum Cav.
Sandoricum indicum var. cochinchinense Pierre
Sandoricum ledermannii Harms
Sandoricum maingayi Hiern
Sandoricum nervosum Blume
Sandoricum radiatum King
Sandoricum serratum G.Don
Sandoricum ternatum Blanco
Sandoricum venosum M.Roem.
Sandoricum vidalii Merr.
Trichilia nervosa Vahl
Trichilia venosa Spreng.
ບັນຍາຍລັກສະນະທາງພືດສາດ
ພືດຊະນິດນີ້ຄືຕົ້ນໄມ້ຂະໜາດໃຫຍ່ບໍ່ປ່ຽນໃບ, ສາມາດຂະຫຍາຍຕົວໄດ້ສູງຮອດ 50 ມ, ລຳຕົ້ນຕັ້ງຊື່ ແຕກກິ່ງກ້ານຕ່ຳ ແລະ ມີຮາກຄ້ຳສູງເພື່ອຊ່ວຍພະຍຸງລຳຕົ້ນ, ເປືອກສີເທົາ ໂດຍທົ່ວໄປຜິວລຽບ ແຕ່ບາງຄັ້ງອາດມີຂຸຍ ຫຼື ແຕກເປັນຮ່ອງ, ກິ່ງອອ່ນປົກຄຸມດ້ວຍຂົນີນ້ຳຕານສັ້ນໜາແໜ້ນ.
ໃບເປັນໃບປະສົມ ອອກວຽນສະຫຼັບ, ກ້ານໃບຍາວ ແຕ່ລະໃບປະກອບດ້ວຍໃບຍ່ອຍ 3 ໃບ, ຮູບຮີ ຫຼື ຮູບໄຂ່ຍາວ, ປາຍແຫຼມ, ໂຄນໃບມົນ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ໃບຍ່ອຍສ່ວນປາຍມີຂະໜາດໃຫຍ່ທີ່ສຸດ, ຍາວ 6 ຫາ 26 ຊມ, ກວ້າງ 3 ຫາ 16 ຊມ, ໃນຂະນະທີ່ໃບຍ່ອຍດ້ານຂ້າງມີຂະໜາດນ້ອຍກວ່າ, ຍາວ 4 ຫາ 20 ຊມ, ກວ້າງ 2 ຫາ 15 ຊມ. ເສັ້ນໃບຈົມລົງ, ເຮັດໃຫ້ຜິວໃບບໍ່ລຽບ, ຜິວໃບດ້ານເທິງມີສີຂຽວເຂັ້ມ ມັນເງົາ, ຜິວໃບດ້ານລຸ່ມເປັນສີຂຽວອອ່ນ, ມັກມີຂົນສີນ້ຳຕານສັ້ນອອ່ນນຸ້ມ ປົກຄຸມຢ່າງນາແໜ້ນ, ກ່ອນໃບຫຼົ່ນໃບສີຂຽວເຂັ້ມຈະປ່ຽນເປັນສີແດງສົດ.
ຕົ້ນໝາກຕ້ອງມີດອກສົມບູນເພດ, ຂະໜາດນ້ອຍ, ມີກິ່ນຫອມ ຂະໜາດປະມານ 1 × 1.3 ຊມ, ດອກມີສີເຫຼືອງປົນສີຊົມພູ, ສີຂຽວປົນເຫຼືອງ ຫຼື ສີເຫຼືອງປົນຂາວ, ກີບດອກແຍກອອກເປັນ 5 ກີບ, ຈັບຮຽງຕົວເປັນຊໍ່ແຕກຂະແໜ່ງອອກຕາມງ່າມໃບ, ຊໍ່ດອກຍາວ 15 ຫາ 30 ຊມ.
ໝາກມີລັັກສະນະອວບນ້ຳ, ຮູບກົມ ຫຼື ແບນຄ້າຍໝາກບານ, ມີຂະໜາດເສັ້ນຜ່າສູນກາງ 5 ຫາ 8 ຊມ, ສີເຫຼືອງ ຫຼື ສີນ້ຳຕານ, ຜິວຍົ້ນ ແລະ ມີຂົນອອ່ນໆເລັກນ້ອຍ, ພາຍໃນໝາກມີເນື້ອສີຂາວອົມນ້ຳ (arils) ຫຸ້ມແກ່ນໄວ້ ເຊິ່ງມີຣົດຊາດສົ້ມອົມຫວານ. ແຕ່ລະໝາກມີແກ່ນ 3 ຫາ 5 ແກ່ນ, ສີນ້ຳຕານ, ຮູບໄຂ່ ຫາຮູບຮີ, ຂະໜາດຄວາມຍາວ 2 ຫາ 3.5 ຊມ, ກວ້າງ 1.2 ຫາ 2.1 ຊມ ແລະ ຄວາມໜາ 0.9 ຫາ 1.6 ຊມ, ແກ່ນຕິດກັບເນື້ອແໜ້ນ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Borneo, Jawa, Lesser Sunda Is., Malaya, Maluku, New Guinea, Philippines, Sulawesi, Sumatera. [2]

Global distribution of Sandoricum koetjape between 1877 to 2026. Source: [3]
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ຂໍ້ມູນຈາກການກວດສອບພືດີທໍ່ລຳລຽງຂອງ ສປປ ລາວໄດ້ບັນທຶກການກະຈາຍພັນຂອງພືດຊະນິດນີ້ໃນແຂວງຈຳປາສັກ [4]. ຂໍ້ມູນເພີ່ມເຕີມຈາກ GBIF ພົບເຂດກະຈາຍພັນໃນແຂວງບໍລິຄຳໄຊ (ມ. ບໍລິຄັນ), ນະຄອນຫຼວງວຽງຈັນ (ມ. ປາກງຶມ) ແລະ ຈຳປາສັກ (ມ. ໂຂງ). [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າໂຄກ, ປ່າປູກ, ສວນຄົວ
ພົບກະຈາຍພັນໃນປ່າດົງດິບ ໃນສພາບແວດລ້ອມທີ່ຊຸ່ມ, ເປັນຕົ້ນໄມ້ທີ່ຕ້ອງການແສງ ແລະ ເຕີບໂຕໄດ້ໄວ [5]. ພືດຊະນິດນີ້ຍັງພົບໄດ້ໃນປ່າຝົນເຂດຮ້ອນພື້ນທີ່ຕ່ຳ ແລະ ຂະຫຍາຍຕົວໄດ້ໄວ [6]. ໝາກຕ້ອງພົບກະຈາຍຢູ່ໃນປ່າຝົນເກົ່າ ຫຼື ປ່າເຫຼົາ, ນອກຈາກນີ້ຍັງພົບໃນປ່າໂຄກໃນພື້ນທີ່ທົ່ງພຽງ [7]. ສາມາດໄດ້ທັງໃນປ່າເກົ່າ ແລະ ປ່າປູກທົດແທນ ທີ່ລະດັບຄວາມສູງບໍເກີນ 1.200 ມ. [1]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ຕ່າງຖິ່ນ
ເປັນສະນິດນຳເຂົ້າໃນ Andaman Is., Cambodia, El Salvador, Laos, Marianas, Myanmar, Nicobar Is., Puerto Rico, Seychelles, Sri Lanka, Thailand, Vietnam, Windward Is. [2]
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
N/A
ບັນຊີໄມ້
ບັນຊີ III (ຍືນຍົງ / ທົ່ວໄປ)
ໝາກຕ້ອງມີປະຊາກອນກະຈາຍຢູ່ທົ່ວໄປໃນປ່າ ແລະ ບໍ່ມີລາຍງານໄພຂົ່ມຂູ່ທີ່ສຳຄັນຕໍ່ສາຍພັນນີ້ໃນລະດັບໂລກ ສາຍພັນນີ້ໄດ້ຮັບການປະເມີນວ່າມີຄວາມສ່ຽງຕ່ຳທີ່ສຸດ [6]. ພືດຊະນິດນີ້ໄດ້ຈັດຢູ່ໃນບັນຊີທີ່ສາມ ຂອງສະຖານະພາບອານຸຮັກແຫ່ງຊາດລາວ. [8]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ກິດຈະກຳການກະເສດ, ສິ່ງປູກສ້າງ, ອຸປະກອນ ແລະ ເຄື່ອງມື, ການຍ້ອມສີ, ອາຫານ, ພືດເປັນຢາ, ເຄື່ອງສຳອາງ
ອາຫານ: ໃນລາວມັກຈະນິຍົມນຳມາປອກເປືອກ ແລະ ແຊ່ນ້ຳເລັກນ້ອຍເພື່ອໃຫ້ເປັນເນື້ອນຸ້ມ ວິທີນີ້ຈະກິນແບບສົດເທົ່ານັ້ນ ໃນຂະນະປະເທດອື່ນໆ ຈະໃຊ້ໃນການປຸ່ງອາຫານ ແລະ ການເຮັດແຍມ ແລະ ຂອງດອງ [9]. ເນື້ອສີຂາວຂອງໝາກກິນສົດໄດ້ ຫຼື ແປຮູບເປັນແຍມ, ເຂົ້າໜົມອົມ ແລະ ເຄື່ອງດື່ມໝັກ [1]. ໝາກຕ້ອງທີ່ຍັງບໍ່ສຸກສາມາດກິນໄດ້ທັງສົດ ແລະ ແບບປຸ່ງຣົດ [5].
ສະໝຸນໄພ: ສ່ວນຕ່າງໆຂອງພືດຊະນິດນີ້ຖືກນໍາມາໃຊ້ໃນຢາພື້ນເມືອງ ລວມທັງການຕົ້ມໃບເພື່ອຮັກສາອາການຖອກທ້ອງ ແລະ ໄຂ້. ເປືອກໃຊ້ພອກເພື່ອຮັກສາຂີ້ກາກ ແລະ ການໃຊ້ຮາກປະສົມກັບນ້ຳສົ້ມສາຍຊູ ແລະ ນ້ຳເພື່ອຮັກສາອາການຖອກທ້ອງ ແລະ ພະຍາດບິດ [1]. ເປືອກໄມ້ມີປະສິດທິພາບໃນການຮັກສາຂີ້ກາກ, ມະເຣັງ ແລະ ການອັກເສບ, ໃບຖືກຕຳ ແລະ ທາລົງຜິວໜັງ ຫຼື ກຽມເປັນຢາຕົ້ມເພື່ອຫຼຸດໄຂ້, ຮາກມີກິ່ນຫອມມີຄຸນສົມບັດຕ້ານການຫົດເກງ, ຂ້າເຊື້ອ ແລະ ສະໝານແຜ, ໃຊ້ຮັກສາອາການເຈັບທ້ອງ, ຖອກທ້ອງ ແລະ ທ້ອງອືດ, ນອກຈາກນີ້ຍັງໃຊ້ເປັນຢາບຳລຸງທົ່ວໄປຫຼັງຄອດອີກດ້ວຍ. [5]
ເຄື່ອງສຳອາງ ແລະ ນ້ຳຫອມ: ໄມ້ມີເນື້ອຫອມເຊິ່ງເປັນສານປະກອບທີ່ນຳໄປໃຊ້ໃນນ້ຳຫອມ [1, 5].
ທີ່ພັກອາໄສ, ເຄື່ອງມື ແລະ ອຸປະກອນ: ໄມ້ຊະນິດນີ້ຍັງຖືກນຳໄປໃຊ້ເຮັດເຮືອ, ລົດເຂັນ, ຮົ້ວ, ເຮືອນ ແລະ ເຟີນີເຈີ. [1]
ກິດຈະກຳທາງການກະເສດ: ເປືອກໄມ້ສາມາດໃຊ້ຟອກອວນຈັບປາໄດ້, ໝາກໃຊ້ເປັນເຍື່ອຈັບປາ [1]. ຂີ້ເລື່ອຍຈາກຕົ້ນໄມ້ຍັງໃຊ້ເປັນວັດຖຸເພາະເຫັດທີ່ດີອີກດ້ວຍ [9].
ພະລັງງານ ແລະ ແສງສະຫວ່າງ: ໃນລາວ ໄມ້ໝາກຕ້ອງນິຍົມນຳມາໃຊ້ເປັນຟືນ. [9]
ສີ ແລະສີຍ້ອມ: ພືດຊະນິດນີ້ໃຫ້ສີຍ້ອມທຳມະຊາດທີ່ດີ ໂດຍຈະໃຫ້ສິເຫຼືອງທອງຫາສີສົ້ມ. [9]
ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ພົບໄດ້ຕາມທຳມະຊາດທົ່ວປະເທດລາວ ແລະ ມີການປູກໃນບາງພື້ນທີ່ເປັນໄມ້ປະດັບສວນໃນບ້ານ. [5]
ລະດູການເກັບກູ້
ພຶກສະພາ, ມິຖຸນາ, ກໍລະກົດ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ໝາກໄມ້ສົດຂາຍໃນລາຄາ 6.000 ຫາ 10.000 ກີບຕໍ່ກິໂລ, ເມື່ອນຳໄປດອງເກືອແລ້ວຈະຂາຍເປັນໝາກສົ້ມໃນລາຄາ 15.000 ກີບຕໍ່ກິໂລ. [5]
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ພືດຊະນິດຈະເລີນເຕີບໂຕຢ່າງໄວ ແລະ ຄວນປູກໃນດິນທີ່ອຸດົມສົມບູນ ລະບາຍນ້ຳໄດ້ດີ ແລະ ມີຄ່າ pH ເປັນກົດຫາປານກາງ (6–7.5). [1]

ເທັກນິກການປູກ:
ພືດຊະນິດສາມາດຂະຫຍາຍພັນໄດ້ໂດຍແກ່ນ, ການຕິດຕາ, ການຕໍ່ກິ່ງ ຫຼື ການຕອນກິ່ງ, ແກ່ນໝາກຕ້ອງຄວນຫວ່ານທັນທີ ເພາະແກ່ນໝາກຕ້ອງຈະສູນເສຍຄວາມສາມາດໃນການງອກຢ່າງໄວ, ແກ່ນປະມານ 90 ຫາ 95% ຈະງອກພາຍໃນ 16 ຫາ 31 ວັນ. [1]

ຄວາມຍືນຍົງ:
ຕົ້ນໄມ້ຊະນິດນີ້ເໝາະສຳຫຼັບປູກແຄມທາງເພາະການຂະຫຍາຍຕົວຂ້ອນຂ້າງໄວ, ໃຫ້ຮົ່ມເງົາ ແລະ ມີໂຄງສ້າງທີ່ແຂງແຮງ, ຮາກຊ່ວຍຍືດດິນໃຫ້ໝັ້ນຄົງ ຈຶ່ງຊ່ວຍປ້ອງກັນການກັດເຊາະໄດ້. [1]

ການອານຸລັກທີ່ຢູ່ອາໄສ:
ອັດຕາການສູນເສຍແຫຼ່ງທີ່ຢູ່ອາໄສຈາກການຕັດໄມ້ທຳລາຍປ່າ ແລະ ການເຮັດໄຮ່ແບບເລື່ອນລອຍ ສົ່ງຜົນໃຫ້ປະຊາກອນຫຼຸດລົງເປັນຈຳນວນຫຼາຍ. [6]

ການຕິດຕາມປະຊາກອນ:
ບໍ່ມີຂໍ້ມູນຈຳນວນປະຊາກອນສຳຫຼັບພືດຊະນິດນີ້, ເຖິ່ງຢ່າງໃດກໍ່ຕາມ ເນື່ອງຈາກມີເຂດກະຈາຍພັນຢ່າງກວ້າງຂວາງ ຈຶ່ງສັນນິຖານໄດ້ວ່າມີຈຳນວນປະຊາກອນເປັນຈຳນວນຫຼາຍ. [6]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ 0.118 N/A
ຄາໂບໄຮເດຣດ N/A N/A
ໄຂມັນ 0.1 N/A
ວິຕາມິນ N/A Thiamine (Vit. B1) 0.045 mg, Ascorbic Acid (Vit. C) 86.0 mg,
ແຮ່ທາດ N/A Calcium 4.30 mg, Iron 0.42 mg, Phosphorus 17.40 mg, Carotene 0.003 mg, Niacin 0.741 mg,
ເສັ້ນໄຍ 0.1 N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Keooudone Souvannakhoummane
ຜູ້ກວດສອບ Factsheet
,