ເລກລຳດັບທີ: 211
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19
ໝາກເກັນ
Ramontchi
Flacourtia indica (Burm.f.) Merr.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ຊື່ທ້ອງຖີ່ນ:
Eng: governor's plum, batoko plum, Madagascar plum and Indian plum
ຊື່ພ້ອງ
:
Flacourtia afra Pic.Serm.
Flacourtia balansae Gagnep.
Flacourtia elliptica (Tul.) Warb.
Flacourtia frondosa Clos
Flacourtia gambecola Clos
Flacourtia heterophylla Turcz.
Flacourtia hilsenbergii C.Presl
Flacourtia hirtiuscula Oliv.
Flacourtia indica var. innocua (Haines) H.O.Saxena & Brahmam
Flacourtia kirkiana H.M.Gardner
Flacourtia lenis Craib Synonym
Flacourtia obcordata Roxb.
Flacourtia parvifolia Merr.
Flacourtia perrottetiana Clos
Flacourtia ramontchi L'Hér.
Flacourtia ramontchi var. renvoizei Fosberg
Flacourtia rotundifolia Roxb. [Invalid]
Flacourtia rotundifolia Clos
Flacourtia sapida Roxb.
Flacourtia sepiaria Roxb.
Flacourtia sepiaria var. innocua Haines
Flacourtia thorelii Gagnep.
Gmelina indica Burm.f.
Gmelina javanica Christm.
Flacourtia balansae Gagnep.
Flacourtia elliptica (Tul.) Warb.
Flacourtia frondosa Clos
Flacourtia gambecola Clos
Flacourtia heterophylla Turcz.
Flacourtia hilsenbergii C.Presl
Flacourtia hirtiuscula Oliv.
Flacourtia indica var. innocua (Haines) H.O.Saxena & Brahmam
Flacourtia kirkiana H.M.Gardner
Flacourtia lenis Craib Synonym
Flacourtia obcordata Roxb.
Flacourtia parvifolia Merr.
Flacourtia perrottetiana Clos
Flacourtia ramontchi L'Hér.
Flacourtia ramontchi var. renvoizei Fosberg
Flacourtia rotundifolia Roxb. [Invalid]
Flacourtia rotundifolia Clos
Flacourtia sapida Roxb.
Flacourtia sepiaria Roxb.
Flacourtia sepiaria var. innocua Haines
Flacourtia thorelii Gagnep.
Gmelina indica Burm.f.
Gmelina javanica Christm.
ຊື່ສະກຸນ:
Salicaceae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ເປັນໄມ້ພຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ສູງແຕ່ 2-15 ມ, ລຳຕົ້ນ ແລະ ກີ່ງງ່າມີໜາມແຫຼມ, ກີ່ງງ່າທີ່ແກ່ຈະບໍ່ມີໜາມ ແຕ່ກີ່ງງ່າອ່ອນຈະມີໜາມແຫຼມຕາມຊອກໃບ, ໜາມຍາວ 2-4 ຊມ, ເຮືອນຍອດແຜ່ກວ້າງອອກ, ກີ່ງງ່າມັກຈະຢ້ອນລົງ. ເປືອກແຕກເປັນຮ່ອງເລີກ, ມີຊ່ອງອາກາດຮູບຮີ, ສີເຫຼືອງອົມສີເທົາ. ໃບດ່ຽວ ຈັບແບບສະລັບ, ຂະໜາດຄ່ອນຂ້າງນ້ອຍ ມັກຈັບຢູ່ຕິດໆກັນຢູ່ປາຍກີ່ງເປັນກະຈຸກ, ຮູບຮ່າງຂະໜາດເນື້ອໃບ ແລະ ຂົນທີ່ປົກຄຸມແຕກຕ່າງກັນ ສ່ວນຫຼາຍແຜ່ນໃບເປັນຮູບໄຂ່ກັບ ກວ້າງ 1,5-3 ຊມ, ຍາວ 2-4 ຊມ, ປາຍກົມ, ໂຄນຮູບຫຼີ່ມ, ຂອບໃບຄ່ອນຂ້າງລຽບ ຫຼື ເປັນແຂ້ວເລື້ອຍ ຢູ່ບໍລິເວນໃກ້ປາຍໃບ, ແຜ່ນໃບບາງຄ້າຍເຈ້ຍ ເຖີງໜາຄ້າຍແຜ່ນໜັງ, ກ້ຽງ ຫຼື ມີຂົນສັ້ນໆໜານຸ່ມທັ້ງສອງດ້ານ, ໃບອ່ອນ ແລະ ເສັ້ນຖາງໃບສີແດງອົມສົ້ມດ ເສັ້ນຂະແໜງໃບມີ 4-6 ຄູ່, ເສັ້ນໃບຍ່ອຍສານກັນເປັນດ່າງແຫ, ພໍເຫັນໄດ້ລາງໆ. ກ້ານໃບຍາວ 3-5 ມມ, ສີຂຽວ ຫຼື ສີແດງ, ມີຂົນ. ດອກອອກເປັນຊໍ່ແບບກະຈະ, ເປັນຊໍ່ສັ້ນໆຕາມຊອກໃບ ແລະ ປາຍກີ່ງງ່າ, ມີຂົນ, ດອກຍ່ອຍຈຳນວນນ້ອຍ. ດອກຂະໜາດນ້ອຍ ສີຂາວ, ແຍກເພດຕ່າງຕົ້ນ ທີ່ໂຄນຊໍ່ມີໃບປະດັບ, ບາງທີ່ມີໜາມ, ກ້ານດອກຍາວ 3-5 ຊມ, ມີຂົນ ກີບດອກ 5-6 ກີບ, ຮູບໄຂ່, ປາຍມົນ ຍາວ 1,5 ມມ ດ້ານນອກຄ່ອນຂ້າງກ້ຽງ, ດ້ານໃນ ແລະ ທີ່ຊອບກີບມີຂົນແໜ້ນ, ດອກແຍກເພດ, ດອກຜູ້ຖານຮງດອກແຍກເປັນສອງແສກນ້ອຍໆ ຫຼື ແຂ້ວມົນ, ມີເກສອນຜູ້ຈຳນວນຫຼາຍ, ກ້ານເກສອນຍາວ 2-2,5 ມມ, ມີຂົນສະເພາະທີ່ໂຄນດ ດອກເພດແມ່ ຖານຮອງດອກລຽບ, ຮັງໄຂ່ຢູ່ເໜືອວົງກິບດອກ, ມີຮັງໄຂ່ກົມ, ປາຍສອບແຄບ ມີ 1 ຊ່ອງ, ກ້ານເກສອນແມ່ມີ 5-6 ອັນ ຍາວປະມານ 1 ມມ, ແຕ່ລະກ້ານປາຍແຍກເປັນສອງແສກ ແລະ ມ້ວນອອກ, ກາບດອກ 5-6 ກີບ, ຮູບໄຂ່, ກວ້າງປະມານ 1 ມມ, ຍາວປະມານ 1,5 ມມ, ປາຍມົນ, ຜີວດ້ານນອກກ້ຽງ, ດ້ານໃນ ແລະ ຂອບມີຂົນໜາແໜ້ນ. ໝາກກົມ ຫຼື ຮູບຮີ, ເສັ້ນຜ່າສູນກາງ 0,8-1 ຊມ, ອອກດ່ຽວ ຫຼື ເປັນກຸ່ມ ເປັນພວກເລັກໆຕາມກີ່ງງ່າ, ເມື່ອຍັງອ່ອນເປັນສີຂຽວ, ເມື່ອສຸກແລ້ວຈະເປັນສີດແດງຄ້ຳ, ເນື້ອມີລັກສະນະນ້ຳຫຼາຍ ມີ 5-8 ເມັດ, ມີກ້ານເກສອນແມ່ຕິດຢູ່ທີ່ປາຍໝາກ. ໝາກຈະເລີ່ມສຸກປະມານເດືອນ ກໍລະກົດ ເຖີງ ກັນຍາ.
ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
N/A
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ
ພືດເປັນຢາ
ບັນຍາຍການນຳໃຊ້:
ໝາກເກັນເປັນໝາກໄມ້ທຳມະຊາດທີ່ມີກະຈາຍພັນຢູ່ຕາມເຈີຍພູ ຫຼື ປ່າດົງດີບແຫ້ງ, ປ່າໂຄກ, ປ່າປະສົມປ່ຽນໃບ ແລະ ຕະຫຼອດເຖີງແຄມຫ້ວຍນ້ຳ. ເປັນພືດທີ່ທົນຕໍ່ສະພາບແວດລ້ອມໄດ້ດີ, ມັນສາມາດເກີດໄດ້ເກືອບທຸກທີ່ ນັບແຕ່ພາກເໜືອເຖີງພາກໃຕ້ຂອງປະເທດລາວ. ໝາກຂອງມັນຈະມີລົດຊາດສົ້ມຫວານ, ຖ້າບໍ່ສຸກດີຈະອອກຝາດແດ່ໜ້ອຍໜື່ງ, ນຳເອົາກີນກັບແຈ່ວ ຫຼື ກັບເກືອກໍ່ໄດ້ຕາມແຕ່ຄົນມັກ, ລາຄາ 5000-15000 ກິບ/ກິໂລ, ມັກພົບເຫັນເລື້ອຍໆ ຕາມຕະຫຼາດໃນຫຼວງພະບາງ ແລະ ໂພນສະຫວັນ ໃນຊ່ວງລະດູການຂອງມັນ. ໃບ ແລະ ຮາກແມ່ນໃຊ້ເປັນຢາພື້ນເມືອງ ສຳຫຼັບປີ່ນປົວງູກັດ. ເປືອກແມ່ນເຊື້ອວ່າມີປະສິດທິພາບສຳຫຼັບປີ່ນປົວງູພະຍາດຂໍ້ອັບເສບ. ສ່ວນຫຼາຍລຳຕົ້ນໃຊ້ປີ່ນປົ່ວອາການໄອ, ປອດອັບເສບ ແລະ ປ້ອງກັນແບັກເທີເຣຍ. ນອກນັ້ນຍັງເປັນຢາປີ່ນປົວພະຍາດຖອກທ້ອງ. ໄມ້ຍັງສາມາດນຳໃຊ້ເປັນຫຼັກຮົ້ວ ແລະ ໄມ້ຟືນສຳຫຼັບເຊື້ອໄຟ.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
Greijmans, M., Ketphanh, S., Lamxay, V. (2007). Non-Timber Forest Products in the Lao PDR. A Manual of 100 Commercial and Traditional Produce. Vientiane, Lao PDR.: The National Agriculture and Forestry Research Institute.
Park KW, Kundu J, Chae IG, Bachar SC, Bae JW, Chun KS. 2014. Methanol extract of Flacourtia indica aerial parts induces apoptosis via generation of ROS and activation of caspases in human colon cancer HCT116 cells. Asian Pac J Cancer Prev. 2014;15(17):7291-6.
Park KW, Kundu J, Chae IG, Bachar SC, Bae JW, Chun KS. 2014. Methanol extract of Flacourtia indica aerial parts induces apoptosis via generation of ROS and activation of caspases in human colon cancer HCT116 cells. Asian Pac J Cancer Prev. 2014;15(17):7291-6.
ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: