ເລກລຳດັບທີ: 210
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາກເລີງ
Lao Crabapple
Malus doumeri (Bois) A.Chev.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Chinese: 台湾林檎 tai wan lin qin Eng: Taiwan crabapple
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Rosales
ຊື່ສະກຸນ
Rosaceae
ສະກຸນ
Malus
ຊະນິດ
Malus doumeri
ຊື່ພ້ອງ
Docynia doumeri (Bois) C.K.Schneid.
Eriolobus doumeri (Bois) C.K.Schneid.
Malus asiatica var. argutiserrata Hu & F.H.Chen
Malus formosana Kawak. & Koidz.
Malus laosensis (Cardot) A.Chev.
Pyrus doumeri Bois
Pyrus formosana Kawak. & Koidz. ex Hayata
Pyrus laosensis Cardot
Pyrus melliana Hand.-Mazz.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢືນຕົ້ນສູງປະມານ 15 ມ. ກີ່ງງ່າສີເທົາອອກສີນ້ຳຕານເມື່ອແກ່, ຈະມີຂົນຫຍາບແຂງໃນຍອດອ່ອນ, ຈະກ້ຽງເມື່ອແກ່ແລ້ວ, ຍອດອ່ອນເປັນສີແດງ, ຮູບໄຂ່, ມີຂົນຕາມຂອບ. ຫູໃບລຸດລ່ວງງ່າຍ, ຮູບແຖບແກມຮູບຂອບຂະໜານ, ແຜ່ນບາງໆ ກ້ຽງ, ຂອບລຽບ, ປາຍຮຽວແຫຼມ. ກ້ານໃບຍາວ 1,5-3 ຊມ, ມີຂົນນຸ່ມເມື່ອຍັງອ່ອນ, ກ້ຽງເມື່ອແກ່ແລ້ວ. ແຜ່ນໃບຮູບຮີແກມຮູບໄຂ່ກັບ ຍາວ 8-15 ຊມ, ກວ້າງ 4-7 ຊມ, ຜີວສອງດ້ານມີຂົນສີຂາວເມື່ອຍັງອ່ອນ, ຈະກ້ຽງບໍລີເວັນໂຄນ, ໂຄນຮູມົນ ຫຼື ຮູບຫຼິ່ມ, ຂອບໃບເປັນແຂ້ວບໍ່ສະເໜີກັນ, ປາຍແຫຼມ. ຊໍ່ດອກແບບກະຈ່າງ, ເສັ້ນຜ່າສູນກາງປະມານ 3-7 ຊມ, ມີ 4-5 ດອກ, ໃບປະດັບຮູບແຖບ, ແຜ່ນບາງຄ້າຍເຈ້ຍ, ກ້ຽງ, ຂອບລຽບ, ປາຍຮູບຕັດ. ກ້ານດອກຍາວ 2-3 ຊມ, ມີຂົນສີຂາວປົກຄູ້ມ. ດອກ ສີຂາວອົມສີບົວອ່ອນ, ມີເສັ້ນຜ່າສູນກາງປະມານ 2-3 ມ, ເປັນຮູບລະຄັງ, ດ້ານນອກມີຂົນ, ເປັນຫຼອດໃກ້ປາຍ. ກາບດອກຮູບໄຂ່ແກມຮູບໃບຫອກ, ຍາວ 7 ມມ, ມີຂົນ, ຂອບລຽບ, ປາຍແຫຼມ. ກີບດອກສີເຫຼືອງອົມບົວ ຫຼື ສີຂາວ, ຮູບໄຂ່ກັບ, ຍາວ 1-3 ຊມ, ໂຄນແຄບ, ປາຍເຫວີມົນ. ເກສອນຜູ້ເທົ່າກັນ, ຄ່ອນຂ້າງສັ້ນກວ່າກິບດອກ; ເຕົ້າໄຂ່ 4-5 ຫ້ອງໄຂ່, ມີ 2 ເມັດໄຂ່ຕໍຫ້ອງ, ຄໍຊູຮ່ວງຮອງຮັບຍາວ 4-5 ເທົ່າຂອງເກສອນຜູ້, ມີຂົນນຸ້ມ. ໝາກ ສີເຫຼືອງ ຫຼື ສີແດງ, ມົນກົມ, ເສັ້ນຜ່າສູນກາງ 4-6 ຊມ, ເນື້ອໃນສາວ, ກ້ານໝາກຍາວ 1-3 ຊມ, ກ້ຽງ. ເມັດສີດຳຄ້າຍເມັດຖົ່ວ. ອອກດອກໃນຊ່ວງເດືອນເມສາ-ພືດສະພາ. ໝາກຈະສຸກປະມານ ເດືອນກັນຍາເປັນຕົ້ນໄປຮອດເດືອນທັນວາ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ໝາກເລີ່ງເປັນໝາກໄມ້ທີ່ພົບແຕ່ພາກໃຕ້ຂອງຈີນຮອດພົບເໜືອຂອງລາວເປັນຕົ້ນແມ່ນຊຳເໜືອ, ມັກຈະເຫັນຂາຍຢູ່ຕະຫຼາດຊຳເໜືອປະມານເດືອນຕຸລາ. ໝາກສູກຈະເປັນສີເຫຼືອງອົມຂົນ, ເນື້ອຈະເປັນສີຂາວ, ເພີ່ນຈະຂາຍເປັນກີໂລ, ລາຄາ ປະມານ 10000ກີບ/ກີໂລ. ໝາກເລີ່ງນີ້ສາມາດເຮັດເປັນໝາກໄມ້ອົບແຫ້ງໄດ້, ໝາກປະກອບມີທາດ ທານນີນ, ນ້ຳຕານ, ຕຣາຕາລິກ ແລະ ຊີຕິກອາຊິດ. ມັນເປັນຢາຮັກສາພະຍາດກະເພາະທາງເດີນອາຫານ, ຮັກສາອາການອາຫານບໍ່ຍ່ອຍ, ມີອາການຈຸກສຽດທ້ອງ, ທ້ອງອືດ, ຖອກທ້ອງ ແລະ ເປັນສາເຫດມາຈາກອາກນຈຸກສຽດເມື່ງຫຼັງເກີດລູກໃໝ່. ນອກຈາກນີໝາກຂອງມັນຍັງສາມາດລົດລະດັບຄວາມດັບຂອງເລືອດ ແລະ ຄວາມເຈັບປວດ. ໃນປະລີມານປົກກະຕິ 8-20 ກຣາມ ໃນຮູບແບບຂອງຢາຕົ້ມທີສະກັດເອົາທາດແຫຼວຈາກໝາກດ ເຮັດເປັນແປ້ງ ຫຼື ຢາ ຕົ້ມນ້ຳອາບ ແລະ ລ້າງດ້ວຍຢາຕົ້ມຈາກໝາກເພື່ອຮັກສາພະຍາດພຸພອງ ແລະ ອາການແພ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,