ໝາກແຟນ
Fan Fruit
Protium serratum (Wall. ex Colebr.) Engl
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Chinese: 马蹄果 ma ti guo.
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Sapindales
- ຊື່ສະກຸນ
- Burseraceae
- ສະກຸນ
- Protium
- ຊະນິດ
- Protium serratum
ບັນຍາຍລັກສະນະທາງພືດສາດ
ໝາກແຟນເປັນພືດໃນຕະກູນ Burseraceae ມີຊື່ວີທະຍາສາດວ່າ Protium serratum ເປັນໄມ້ຢືນຕົ້ນຂະໜາດກາງເຖີງຂະໜາດໃຫຍ່ ສູງ 15-20 ມ, ລຳຕົ້ນຕັ້ງຊື່, ເປືອກສີນ້ຳຕານ, ມີເປືອກແຕກເປັນເກັດ, ເຮືອນຍອດຕືບໜາ. ໃບເປັນໃບປະສົມແບບຂົນນົກ, ໃບຈັບລຽງກັນແບບສະລັບ, ມີໃບ 3-11 ໃບ, ຈັບແບບກົງກັນຂ້າມເປັນຄູ່, ຍົກເວັ້ນໃບຍອດຈະເປັນປາຍຄິກ, ແຜ່ນໃບຮູບຮີ ຫຼື ຮູບຂອບຂະໜານ, ກວ້າງ 6-13 ຊມ, ຍາວ 3-5 ຊມ, ຖານໃບບ້ຽວ, ປາຍໃບແຫຼມຍາວ, ເນື້ອໃບໜາ, ກ້ຽງ, ໃບແກ່ຈະປ່ຽນເປັນສີແດງອືດ ຫຼື ສີແສດ, ຂອບໃບອ່ອນເປັນແບບແຂ້ວເລື້ອຍ, ສ່ວນໃບແກ່ມັນຈະລຽບ ຫຼື ເປັນຄື້ນຫ່າງໆ. ດອກຂະໜາດນ້ອຍສີຂາວ ຫຼື ສີເຫຼືອງອ່ອນ, ອອກລວມກັນເປັນຊໍ່ໃຫຍ່ໆ ຕາມງ່າມໃບ ແລະ ປາຍກີ່ງ ໃນແຕ່ລະຊໍ່ຈະມີທັ້ງດອກສົມບູນເພດ ແລະ ດອກແຍກເພດ, ໂຄນກິບຮອງກິບດອກຕິດກັນເປັນຮູບຖ້ວຍຕື່ນໆ, ປາຍແຍກເປັນແສກໆ 5 ແສກ, ກິບດອກ ມີ 5 ກິບ, ມີຂົນດ້ານນອກ, ເກສອນຜູ້ມີ 10 ອັນ. ໝາກຄ້ອນຂ້າງກົມ, ເປັນປຸ່ມປົມ 2-4 ພູ, ເສັ້ນຜ່າສູນກາງປະມານ 1-2 ຊມ, ໝາກສຸກຈະເປັນສີນ້ຳຕານດຳ, ເນື້ອໝາກຈະເປັນສີຂາວ. ເມັດຈະແຂງ. ໝາກຈະເລີ້ມສຸກໃນຊ່ວງເດືອນເມສາ ເຖີງ ກໍລະກົດ. ຕົ້ນໝາກແຟນສ່ວນຫຼາຍແມ່ນພົບຢູ່ທາງພາກເໜືອຂອງລາວເຊັ່ນແຂວງອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ມັກຂື້ນຕາມປ່າປະສົມປ່ຽນໃບ ຈາກລະດັບໜ້ານ້ຳທະເລສູງ 100-800 ແມັດ, ມັນຈະມັກຂະຫຍາຍ ພັນດ້ວຍເມັດ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
ບັນຊີ III (ຍືນຍົງ / ທົ່ວໄປ)
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ໝາກແຟນເປັນ ໝາກໄມ້ທີ່ມີລົດສົ້ມຫວານຄົນຈະມັກ ເອົາມາກີນເປັນ ສົ້ມກັບແຈ່ວ ໝາກເພັດ, ຖ້າໝາກສຸກຈະມີລົດຊາດຫວານ, ສ່ວນໝາກທີ່ຍັງດິບຢູ່ຈະມີລົດຊາດສົ້ມພຽງຢ່າງດຽວ. ໝາກແຟນນີ້ມັກພົບເຫັນຕາມຕະຫຼາດຫຼວງພະບາງ ເຂົາເຈົ້າມັກເຮັດເປັນມັດຂາຍ, ລາຄາປະມານ 2000-5000ກິບ/ມັດ, ນອກຈາກຕະຫຼາດຫຼວງພະບາງແລ້ວອາດຈະພົບຕາມຕະຫຼາດອື່ນເຊັ່ນ: ຕະຫຼາດໃນໂພນສະຫວັນ ຫຼື ຕະຫຼາດໃນ ຊຳເໜືອ, ນອກຈາກໝາກທີ່ກີນແລ້ວຍອດອ່ອນຍັງສາມາດກີນໄດ້ອີກດ້ວຍ.
ຮາກຂອງຕົ້ນໝາກແຟນຍັງໃຊ້ເປັນຢາແກ້ຫຼາຍພະຍາດເຊັ່ນ: ແກ້ພິດຊາງ, ແກ້ໄຂ້ ແລະ ເປັນຢາຖອນຜິດຕ່າງໆ ໂດຍການນຳເອົາຮາກແຫ້ງ ຫຼື ຮາກດິບກໍ່ໄດ້ເຊັ່ນດຽວກັນ ມາຕົ້ມນຳດື່ມກີນເປັນປະຈຳ. ຕົ້ນໝາກແຟນເປັນໄມ້ຕົ້ນທີ່ຊື່ ແລະ ເນື້ອໄມ້ຂ້ອນຂ້າງດີມີຄວາມນີຍົມເຮັດໄມ້ເຟີນີເຈີ ແລະ ຕັດເອົາມາເຮັດເຮືອນ, ເນື້ອໄມ້ຈະເປັນສີແດງອົມສີບົວ, ເປັນໄມ້ເນື້ອແຂງລະອຽດ ຖ້າຕັດປະໄວ້ດົນຈະເປັນສີນຳ້ຕານອິດ. ໃນປະຈຸບັນຕົ້ນໝາກແຟນຍັງບໍ່ທັນໄດ້ມີການສົ່ງເສີມເພື່ອປູກ ແລະ ການຄຸ້ມຄອງແມ່ນຍັງຕ່ຳເພາະວ່າການເກັບກູ້ໝາກແມ່ນເອົາຈາກຕົ້ນທຳມະຊາດເທົ່ານັ້ນ, ຍັງມີການຕັດໄມ້ເພື່ອຊົມໃຊ້ເຮັດເຄື່ອງເຮືອນຕ່າງໆ ເຮັດໃຫ້ຕົ້ນຈາກທຳມະຊາດໄດ້ລຸດລົງໄວວາ ເຮັດພວກມັນມີແນວໂນ້ມທີ່ຈະດັບສູນຈາກປ່າທຳມະຊາດ. ສະນັ້ນພວກເຮົາຄວນອະນຸລັກ ແລະ ປູກເພື່ອເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດໄດ້ ເພາະວ່າມີການນຳໃຊ້ໝາກ ແລະ ໄມ້ເພື່ອໃຊ້ຊອຍຕ່າງໆ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ |
/100g |
ໝາຍເຫດ |
| ໂປຣຕີນ |
N/A |
N/A |
| ຄາໂບໄຮເດຣດ |
N/A |
N/A |
| ໄຂມັນ |
N/A |
N/A |
| ວິຕາມິນ |
N/A |
N/A |
| ແຮ່ທາດ |
N/A |
N/A |
| ເສັ້ນໄຍ |
N/A |
N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Hua Peng & Mats Thulin. 2009. Flora of China vol. 11: Burseraceae. Science Press (Beijing) & Missouri Botanical Garden Press
Gardener S.; Sidisunthorn P.; Anusarnsunthorn V. 2000. A Field Guide to Forest Trees of Northern Thailand. Kobfai Publishing Project; Bangkok.
Chudnoff. Martin. 1984. Tropical Timbers of the World. Ag. Handbook No. 607. USDA Forest Service. Wisconsin.
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,