ເລກລຳດັບທີ: 2080
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຂີງຂັນໝາກເບັນ
Mak Beng Ginger
Zingiber kerrii Craib
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Thai: ขิงดา (Thai: ขิงดา)
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Zingiberales
ຊື່ສະກຸນ
Zingiberaceae
ສະກຸນ
Zingiber
ຊະນິດ
Zingiber kerrii
ຊື່ພ້ອງ
Zingiber menghaiense S.Q.Tong
Zingiber stipitatum S.Q.Tong
ບັນຍາຍລັກສະນະທາງພືດສາດ
ເປັນພືດລົ້ມລຸກທີ່ມີເຫງົ້າໃຕ້ດິນ, ລຳຕົ້ນສູງ 1.9 ແມັດ. ໃບ 10-30 ໃບ, ຮູບແຖບ ຫຼື ຮູບໃບຫອກ, ຂະໜາດ 10-30 x 2-3 ຊັງຕິແມັດ, ປາຍໃບແຫຼມ, ກົກໃບມົນກົມ ຫຼື ຮຽວແຫຼມ, ຂອບໃບລຽບ. ກ້ານໃບຍາວ 3 ມີນລີແມັດ. ຊໍ່ດອກເກີດຈາກເຫງົ້າໃຕ້ດິນຕັ້ງຊື່, ຮູບໄຂ່, ຂະໜາດ 4.5-9 x 4-5 ຊັງຕິແມັດ, ກ້ານຊໍ່ດອກຍາວ 4-12 ຊັງຕິແມັດ. ດອກສີເຫຼືອງອ່ອນ ປົນສີບົວອ່ອນກັບສີແດງ. ໃບປະດັບຮູບມົນກົມ, ຂະໜາດ 4.2 x 3.6 ຊັງຕິແມັດ, ປາຍມົນ, ສີບົວປົນສີແດງຢູ່ປາຍ. ໃບປະດັບຍ່ອຍຮູບຂອບຂະໜານ, ປາຍມົນ. ກາບດອກ 1.3-1.5 ຊັງຕິແມັດ, ເປັນຫຼອດກ້ຽງ, ເປັນແສກເລິກດ້ານດ່ຽວ. ກີບດອກເຊື່ອມຕິດກັນເປັນຫຼອດດອກຍາວ 3.6 ຊັງຕິແມັດ, ແສກກີບດອກຮູບໄຂ່ ຫຼື ຮູບຂອບຂະໜານ-ຮູບຫອກ. ກີບປາກສີເຫຼືອງອ່ອນ, ຮູບໄຂ່ກັບ, ປາຍແຍກເປັນສອງແສກ, ໃກ້ກົກດ້ານໃນຈະມີສີມ່ວງປົນສີບົວອ່ອນ, ກີບຂ້າງຮູບຂອບຂະໜານ, ເກສອນຜູ້ ສີຂາວ. ເຕົ້າໄຂ່ກ້ຽງ. ໝາກແຫ້ງແລ້ວແຕກ.

ອອກດອກ ແລະ ໝາກປະມານເດືອນເມສາ ເຖິງກໍລະກົດ, ມັກພົບໃນປ່າປະສົມປ່ຽນໃບກັບປ່າໄມ້ປ່ອງ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ

ດອກເປັນອາຫານພື້ນເມືອງຂອງເຜົ່າກືກມຸ, ເຊິ່ງໄດ້ເກັບເອົາມາຈາກປ່າ. ຊໍ່ດອກອ່ອນ ແລະ ໜໍ່ອ່ອນສາມາດນຳໃຊ້ເປັນອາຫານໂດຍການຕົ້ມ ຫຼື ລວກ, ບາງຄັ້ງກໍ່ແກງໃສ່ປາແຫ້ງ ຫຼື ປີ້ງໃຫ້ສຸກແລ້ວຕໍ່າແຈ່ວ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,