ເລກລຳດັບທີ: 208
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-05-14

ໝາກໃບ
Chinese black olive

Canarium pimela K.D.Koenig


ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ

1 / 5
Image 1
2 / 5
Image 2
3 / 5
Image 3
4 / 5
Image 4
5 / 5
Image 5


ຊື່ທ້ອງຖີ່ນ:
Chinese: 乌榄 wu lanVie: trám đen or cà na.

ຊື່ພ້ອງ :
Canarion pimelum (Lour.) St.-Lag.
Canarium nigrum (Lour.) Engl.
Canarium pimeloides Govaerts
Canarium tramdenum C.D.Dai & Yakovlev
Pimela caryophyllacea Blume
Pimela nigra Lour.

ຊື່ສະກຸນ:
Burseraceae

ຊະນິດໃກ້ຄຽງ:
ສົ້ມໝໍ້ດົງ/ Som Mor Dong
ໝາກກອກເຫຼື່ອມ/ Smooth Fruits Canarium

ບັນຍາຍລັກສະນະທາງພືດສາດ:
ຕົ້ນໄມ້ຊະນິດສາມາດເຕີບໂຕໄດ້ສູງຮອດ 30 ມ. ແລະ ມີເສັ້ນຜ່າສູນກາງລຳຕົ້ນປະມານ 90 ຊມ. ລຳຕົ້ນມີລັກສະນະຊົງກະບອກເຮັດໃຫ້ເບິ່ງມີລັກສະນະແຂງແຮງ ແລະ ຕັ້ງຊື່, ເປືອກມີສີນ້ຳຕານອ່ອນ ແລະ ແຕກເປັນຮ່ອງ, ເປືອກຊັ້ນໃນມີສີນໍ້າຕານປົນສີບົວອ່ອນ, ມີກິ່ນຫອມ ແລະ ມີນໍ້າຍາງສີດຳ.
ໃບປະສົມແບບຂົນນົກ, ມີກ້ານກາງໃບຍາວ 30 ຫາ 65 ຊມ. ໃບຍ່ອຍອອກຮຽງກົງກັນຂ້າມ, 2 ຫາ 4 ຄູ່, ຮູບຮີ, ຍາວ 7 ຫາ 18 ຊມ. ກວ້າງ 3 ຫາ 3,6 ຊມ., ເນື້ອແຂງ, ສີຂຽວ, ຜິວດ້ານເທິງລຽບ ແລະ ເປັນສີຂຽວເຂັ້ມ, ປາຍແຫຼມຂອບລຽບ, ໂຄນໃບຮຽວ, ກ້ານໃບຍ່ອຍຍາວ 3 ຫາ 6 ມມ.
ດອກອອກເປັນກຸ່ມ ເອີ້ນວ່າ panicles, ເຊິ່ງຍາວກ່ວາໃບ, ດອກແຍກເພດ ເຊິ່ງໝາຍຄວາມວ່າດອກເພດຜູ້ ແລະ ດອກເພດແມ່ແຍກກັນ, ຢູ່ຕ່າງຕົ້ນກັນ, ກ້ານດອກຍາວ 6 ຫາ 8 ຊມ. ກາບດອກເປັນຮູບຖ້ວຍ ຫຼື ຮູບສາມຫຼ່ຽມ, ກາບດ້ານນອດອາດມີຂົນ ຫຼື ລຽບ, ດ້ານໃນປົກຄຸມໄປດ້ວຍຂົນອ່ອນນຸ້ມໜາແໜ້ນ. ກີບດອກມີ 3 ກີບ, ສີຄີມປົນສີຂາວ, ກີບດອກແຍກກັນ ແລະ ມັກຈະທັບຊ້ອນກັນ, ກີບດອກດ້ານນອກມີຂົນຢູ່ກາງ ສ່ວນດ້ານໃນມັກຈະລຽບ. ດອກມີເກສອນເພດຜູ້ 6 ອັນ, ຮຽງກັນເປັນວົງ, ເຊິ່ງເຊື່ອກັນບໍ່ລິເວນຖານ,ມີເສັ້ນໄຍແປ, ດ້ານໃນຂອງດອກຜູ້ຈະມີຈານ 6 ແສກທີ່ພັດທະນາຢ່າງສົມບູນ. ຮັງໄຂ່ເປັນຮູບໄຂ່ ແລະ ມີແກ່ນໄຂ່ 3 ແກ່ນ.
ໝາກມີລັກສະນະເປັນຮູບຮີຍາວ 3 ຫາ 4 ຊມ., ກວ້າງ 1,5 ຫາ 2 ຊມ., ເມື່ອສຸກໝາກຈະປ່ຽນເປັນສີມ່ວງເຂັ້ມ ແລະ ມີ 3 ຫ້ອງບໍ່ເທົ່າກັນ, ກາບດອກຕິດກັບໝາກ ແລະ ເກືອບແປ, ດ້ານໃນຜົນແຂງ ແລະ ມີເນື້ອໄມ້ແຂງ, ຜິວລຽບ ແລະ ປາມົນ, ນອກຈາກນີ້ຍັງມີ 3 ຫ້ອງ ແຕ່ລະຫ້ອງມີ ແກ່ນຢູ່ 1 ແກ່ນ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Cambodia, China, Laos, Vietnam. [2]
ຊະນິດພັນພື້ນໃນກຳປູເຈຍ, ຈີນ, ລາວ ແລະ ຫວຽດນາມ. [2]

Global distribution of Canarium pimela between 2000 to 2023. Source: [3]
ເຂກກະຈາຍພັນທົ່ວໂລກຂອງໝາກໃບ ລະຫວ່າງປີ 2000 ຫາ 2023. ແຫຼ່ງທີ່ມາ: [3]

ເຂດກະຈາຍພັນໃນລາວ :
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ເຂດລຽບແມ່ນ້ຳຂອງພາກໃຕ້

ເຂດກະຈາຍພັນຕາມພູມສັນຖານ :
ປ່າດົງດິບ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ

ການນຳໃຊ້
ປະເພດການນຳໃຊ້:
ສິ່ງປູກສ້າງ
ອຸປະກອນ ແລະ ເຄື່ອງມື
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:
ອາຫານ: ໝາກສາມາດຮັບປະທານໄດ້, ແກ່ນມີນ້ຳມັນທີ່ຮັບປະທານໄດ້ [1]. ໝາກສາມາດຮັບປະທານໄດ້ ໂດຍການນໍາມາຕົ້ມໃນນໍ້າເກືອ ເຊິ່ງຈະມີກິ່ນຄ້າຍກັບໝາກພັບເຄັມ ແລະ ໃຊ້ເປັນເຄື່ອງປຸ່ງຣົດໃນອາຫານ [5]. ໝາກມີກິ່ນຫອມ ແລະ ມີຣົດຊາດມັນ ກິນກັບເຂົ້າໜຽວຮ້ອນໆ ແລະ ຮວຍເກືອເລັກນ້ອຍ, ການປຸງແຕ່ງແມ່ນ ນຳໝາກໃບແຊ່ໃນນ້ຳອຸ່ນປະມານ 3 ຫາ 5 ຊົ່ວໂມງ ເຮັດຄືກັນກັບການແຊ່ໝາກຄໍ້ຂຽວ ຈົນກ່ວາໝາກຈະອ່ອນຕົວລົງ. [7]
ສະໝູນໄພ: ໝາກ ແລະ ໃບ ໃຊ້ຮັກສາອາການຖອກທ້ອງ ແລະ ພະຍາດໄຂຂໍ້ອັກເສບ. [1]
ໃຊ້ກໍ່ສ້າງ, ເຄື່ອງມື ແລະ ອຸປະກອນ: ໄມ້ໃຊ້ເຮັດກະດານເລືອຍ, ສ້າງເຮືອນ ແລະ ໃຊ້ເຮັດເຟີນິເຈີ. [1]

ການປູກ ການລ້ຽງ:
ຊະນິດປູກ

ລະດູການເກັບກູ້:
ພຶກສະພາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ
ຕຸລາ
ພະຈິກ

ການຄຸ້ມຄອງຈັດການ:
ສະພາບໂດຍລວມ:

ພື້ນທີ່ປູກ: ພື້ນທີ່ປູກຄວນມີຮົ້ວອ້ອມຮອບ ເພື່ອປ້ອງກັນບໍ່ໃຫ້ສັດເຂົ້າໄປທຳລາຍໄດ້. [7]
ດິນປູກ: ດິນທີ່ເໝາະສຳຫຼັບການປູກໝາກໃບຄວນເປັນດິນຮ່ວນປົນຊາຍ ທີ່ສາມາດຮັກສາຄວາມຊຸ່ມ ແລະ ລະບາຍນ້ຳໄດ້ດີ ຊ່ວໃຫ້ພືດຈະເລີນເຕີບໂຕໄດ້ເຕັມທີ ແລະ ແຂງແຮງ. [7]
ລະດູການປູກ: ຄວນປູກໝາກໃນໃນຊ່ວງຕົ້ນລະດູຝົນ ໂດຍທົ່ວໄປຄື ທ້າຍເດືອນພຶດສະພາ ຮອດຕົ້ນເດືອນມິຖຸນາ ຫຼັງຈາກຝົນຕົກປະມານ 2 ຫຼື 3 ຄັ້ງ. [7]

ການກຽມພື້ນທີ່:
ການບຸກເບີກພື້ນທີ່ປູກມີ 2 ວິທີຄື: ການໃຊ້ແຮງງານຄົນໃນການກຳຈັດຫຍ້າ ແລະ ພືດທີ່ບໍ່ຕ້ອງການອອກຈາກພື້ນທີ່ໂດຍບໍ່ຈູດ ແລະ ແຕ່ບໍ່ຕັດຕົ້ນໄມ້ໃຫຍ່. ການໃຊ້ເຄື່ອງຈັກໄຖ່ ແລະ ປັບພື້ນທີ່ ເພື່ອຈຳຈັດສາກເສດພືດອອກຈາກພື້ນທີ່ປູກ ແລະ ບໍ່ຕັດຕົ້ນໄມ້ໃຫຍ່. [7]
ຫຼັງຈາກກຽມພື້ນທີ່ປູກແລ້ວ ແມ່ນໃຫ້ປັກຫຼັກໄມ້ເຮັດເປັນເຄື່ອງໝາຍເສັ້ນຊື່ ເພື່ອຂຸດຂຸມປູກ ໂດຍໃຊ້ໄມ້ໄຜ່ປະມານ 1 ແມັດ, ປາຍອີກດ້ານໜຶ່ງແຫຼມປັກເຮັດເປັນເຄື່ອງໝາຍໄວ້ ໂດຍເວັ້ນໄລຍະຫ່າງລະຫວ່າງຂຸມຢູ່ທີ່ 6X6 ແມັດ. [7]

ເທັກນິກການປູກ:
ເຕັກນິກໃນການປູກໝາກໃບແມ່ນໃຫ້ຂຸດຂຸມກ້ວ່າງ ແລະ ເລິກກວ່າຖົງກ້າເບຍໄມ້, ຫຼັງຈາກນັ້ນໃຫ້ຊີກຖົງກ້າເບ້ຍໄມ້ອອກຢ່າງລະມັດລະວັງ ແລະ ວ່າງຕົ້ນໄມ້ລົງໃນຂຸມທີ່ກຽມໄວ້ ໂດຍໃຫ້ແນ່ໃຈວ່າມີພຽງໂຄນຕົ້ໄມ້ເທົ່ານັ້ນທີ່ຢູ່ເໜືອໜ້າດິນ, ຈາກນັ້ນຄຸມດິນຮອບໆໂຄນຕົ້ນ ແລ້ວກົດໃຫ້ແໜ້ນ ແລະ ພຽງໜ້າດິນ ເພື່ອປ້ອງກັນນ້ຳຂັງ ເນື່ອງຈາກນໍ້າທີ່ຫຼາຍເກີນໄປອາດເຮັດໃຫ້ຮາກເນົ່າ ແລະ ຕາຍໃນທີ່ສຸດ. [7]

ການເບິ່ງແຍງ ແລະ ບຳລຸງຮັກສາ:
ການໃຫ້ນ້ຳ: ໃນຊ່ວງລະດູແລ້ງຈຳເປັນຕ້ອງຫົດນ້ຳໃນຊ່ວງ 1 ຫາ 2 ປີທຳອິດ, ຖ້າບໍ່ມີລະບົບນ້ຳສາມາດໃຊ້ກະຕຸກນ້ຳ ແລ້ວປ່ອຍນ້ຳໃຫ້ໄຫຼ່ອອກເທື່ອລະຢົດ ບໍລິເວນໂຄນຕົ້ນໄມ້, ເຖິ່ງຢ່າງໃດກໍຕາມ ຄວນຍຸດການໃຫ້ນ້ຳໃນຊ່ວງລະດູຝົນ ເພື່ອຫຼີກລຽງການໄດ້ຮັບນ້ຳຫຼາຍເກີນໄປ ເຊິ່ງອາດມີຝົນເສຍຕໍ່ຕົ້ນໄມ້ໄດ້. [7]
ການຄວບຄຸມວັດສະພືດ: ຄວນກໍາຈັດວັດສະພືດປີລະ 2 ຄັ້ງ, ໂດຍໃຊ້ຜ້າ ຫຼື ເຄື່ອງຕັດຫຍ້າ ແຕ່ຕ້ອງລະມັດລະວັງບໍ່ໃຫ້ມີຜົນກະທົບຕໍ່ຕົ້ນກ້າໄມ້ທີ່ປູກ, ບໍ່ຄວນກຳຈັດວັດສະພືດໃນຊ່ວງລະດູແລ້ງ ເພາະຈະເຮັດໃຫ້ສູນເສຍຄວາມຊຸ່ມ ແລະ ເພີ່ມຄວາມສ່ຽງໃນການເກີດໄຟໄໝ້. [7]
ການໃສ່ປຸ່ຍ: ຄວນໃຊ້ຝຸ່ຍໝັກ ຫຼື ຝຸ່ນອິນຊີຮອບໆໂຄນຕົ້ນປີລະຄັ້ງ, ບໍ່ຄວນໃຊ້ຝຸ່ນເຄມີ ເນື່ອງຈາກຕົ້ນໝ!ກໃບ ສາມາດຈະເລີນເຕີບໂຕໄດ້ດີໃນດິນຮ່ວຮປົນຊາຍ ແລະ ດິນທີ່ລະບາຍນ້ຳໄດ້ດີ ຈຶ່ງບໍ່ຈຳເປັນຕ້ອງໃຊ້ຝຸ່ນເຄມີ. [7]

ຊະນິດພັນໃນປ່າ:

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ໄພຄຸກຄາມຫຼັກຕໍ່ຊະນິດນີ້ ແມ່ນການຕັດໄມ້ທຳລາຍປ່າ ແລະ ການທຳລາຍແຫຼ່ງທ່ຢູ່ອາໄສ ຜ່ານການຫັນມາເຮັດກະສິກຳ ແລະ ປູກພືດໄຮ່ສ່ວນ ໃນພື້ນທີ່ັ້ນປະຊາກອນຍ່ອຍບາງສ່ວນ ຖືກໄພຂົ່ມຂູ່ຈາກການພັດທະນາຕົວເມືອງ, ຫົນທາງ ແລະ ສະຖານທີ່ທ່ອງທ່ຽວ. [5]

ການຕິດຕາມປະຊາກອນ:
ບໍ່ມີຂໍ້ມູນໃດໆ ທີ່ບົ່ງບອກເຖິ່ງຂະໜາດປະຊາກອນ ແລະ ແນວໂນ້ມຂອງສາຍພັນ. [5]

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
ພົບເຫັນມີການວາງຈຳນ່າຍໃນຕະຫຼາດເຊົ້າຂອງຫຼວງພະບາງ ໃນລາຄາ 250.000 ກີບ ຕໍ່ກິໂລ.

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
Tree, Young Leave and Full leaf Canarium pimela. [1]. iNaturalist [Online]. Upload on 29 April 2020 by Crawford Law. Available: https://www.inaturalist.org/observations/157662655. [Accessed: Apr. 30, 2025]
Raw fruit of Canarium pimela. [2]. iNaturalist [Online]. Upload on 28 October 2020 by liaoliao. Available: https://www.inaturalist.org/observations/63684705. [Accessed: Apr. 30, 2025]
Ripe fruit of Canarium pimela[3]. iNaturalist [Online]. Upload on 25 October 2020 by liaoliao. Available: https://www.inaturalist.org/observations/63477234. [Accessed: Apr. 30, 2025]

ອ້າງອິງ:
[1] "Title of the Document," Naturalis, 2004. [Online]. Available: https://repository.naturalis.nl/pub/525995/BLUM2004049002001.pdf. [Accessed: May 05, 2025].
[2] " Canarium pimela," Plants of the World Online, Kew Science, 2024. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:127465-1. [Accessed: May 02, 2025].
[3] "Species Page," Global Biodiversity Information Facility, 2024. [Online]. Available: https://www.gbif.org/species/5421347. [Accessed: May 02, 2025].
[4] "A checklist of the vascular plants of Lao PDR," 2024. [Online]. Available: file:///C:/Users/duang/Downloads/A_checklist_of_the_vascular_plants_of_La%20(1).pdf. [Accessed: May 05, 2025].
[5] "Species Page," IUCN Red List of Threatened Species, 2024. [Online]. Available: https://www.iucnredlist.org/species/218991246/218992896. [Accessed: May 05, 2025].
[6] "Taxon Page," eFloras, 2024. [Online]. Available: http://www.efloras.org/florataxon.aspx?flora_id=2&taxon_id=200012492. [Accessed: May 05, 2025].
[7] ບັນຊາ ທຳມະວົງ ແລະ ອານົງ ວິໄລວັນ. 2025. ເຕັກນິກການກ້າ ແລະ ການປູກໝາກໃບ. ສະຖາບັນຄົ້ນຄ້ວາກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ ສູນຄົ້ນຄ້ວາປ່າໄມ້ ໂຄງການກະຊິກຳເພື່ອໂພຊະນາການ ໄລຍະ II, ໜ້າ 1-11.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: