ເລກລຳດັບທີ: 207
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-03-10
ໝາກໄຟ
Burmese grape
Baccaurea ramiflora Lour.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 5
Image 1
2 / 5
Image 2
3 / 5
Image 3
4 / 5
Image 4
5 / 5
Image 5
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໝາກຟ້າ, ໝາກລວຍຊີ ແລະ ໝາກຈວຍຊີໄຟ (ພູນ້ອຍ). (Baccaurea)
ອະນຸກົມວິຖານ
ຊື່ສະກຸນ
Phyllanthaceae
ຊື່ພ້ອງ
Baccaurea cauliflora Lour.
Baccaurea flaccida Müll.Arg.
Baccaurea oxycarpa Gagnep.
Baccaurea pierardi Wall.
Baccaurea propinqua Müll.Arg.
Baccaurea sapida (Roxb.) Müll.Arg.
Baccaurea wrayi King
Baccaurea wrayi King ex Hook.f.
Gatnaia annamica Gagnep.
Pierardia flaccida Wall.
Pierardia sapida Roxb.
ບັນຍາຍລັກສະນະທາງພືດສາດ
ລຳຕົ້ນສາມາດສູງຮອດ 20 ມ ແລະ ມີເສັ້ນຜ່າສູນກາງລຳຕົ້ນ 60 ຊມ ທີ່ຄວາມສູງລະດັບເອິກ, ເປືອກລຳຕົ້ນໂດຍທົ່ວໄປຈະເປັນສີເທົາປົນສີນ້ຳຕານ ແລະ ກິ່ງອອ່ນອາດມີເນື້ອສຳພັດທີ່ຍາບ ເນື່ອງຈາກມີໂຄງສ້າງທີ່ເປັນຂົນຂະໜາດນ້ອຍ ເມື່ອຕົ້ນໄມ້ໃຫຍ່ເຕັມທີ່ຜິວຈະລຽບຂື້ນ.
ໃບຍາວ 3 ຫາ 5 ໃບ, ຜິວລຽບດ ມີຮູບຮ່າງທີ່ເປັນເອກະລັກຄື ສ່ວນປາຍຈະກວ້າງກ່ວາສ່ວນໂຄນ ແລະ ຄ່ອຍໆຮຽວລົງ, ຍາວ 9 ຫາ 15 ຊມ ແລະ ກວ້າງ 3 ຫາ 8 ຊມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວປົນເຫຼືອງ ຫຼື ສີຂຽວອ່ອນກວ່າ, ຂອບໃບລຽບ ຫຼື ເປັນຍັກເລັກນ້ອຍ ແລະ ປາຍໃບແຫຼມ.
ຕົ້ນໄມ້ຊະນິດຈະຜະລິດດອກຂະໜາດນ້ອຍ ເຊິ່ງມີທັງດອກເພດຜູ້ ແລະ ດອກເພດແມ່. ດອກຈະອອກເປັນຊໍ່ດອກຍ່ອຍ, ດກອເພດຜູ້ມັກອອກແໜ່ນບໍ່ລິເວນກິ່ງ ແລະ ລຳຕົ້ນ, ໃນຂະນະທີ່ດອກແມ່ຈະມີຂະນາດໃຫຍ່ກວ່າ ແລະ ອອກຮ່ວມກັນເປັນຊໍ່.
ໝາກຄ້າຍແຄັບຊູນຮູບກົມ ຫຼື ຮູບໄຂ່, ຂະໜາດປະມານ 2 ຫາ 2.5 ຊມ, ເມື່ອສຸກແລ້ວ ຈະປ່ຽນຈາກສີແດງ ແລະ ເຫຼືອງເປັນສີມ່ວງ. ແກ່ນມີລັກສະນະແປ ແລະ ເປັນຮູບໄຂ່, ຂະໜາດ 1 ຫາ 1.3 ຊມ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Andaman Is., Assam, Bangladesh, Cambodia, China South-Central, China Southeast, East Himalaya, Hainan, India, Laos, Malaya, Myanmar, Nicobar Is., Thailand and Vietnam. [2]

Global distribution of Baccaurea ramiflora between 1827 to 2025. Source: [3]
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ຕາມການສຳຫຼວດພືດມີທໍ່ລຳລຽງຂອງ ສປປ ລາວ (ສະບັບທີ່1 ແລະ 1.0) ພົບການບັນທຶກພືດຊະນິດໃນແຂວງບໍລິຄຳໄຊ, ຄຳມ່ວນ, ຫຼວງພະບາງ, ສະຫວັນນະເຂດ, ໄຊສົມບູນ ແລະ ຊຽງຂວາງ [4], [5]. ມີການບັນທຶກເພີ່ມຈາກ GBIF ບັນທຶກເຂດກະຈາຍພັນພືດຊະນິດນີ້ໃນ ແຂວງຄຳມ່ວນ (ມ. ນາກາຍ, ມ. ຫີນບູນ ແລະ ມ. ຄູນຄຳ), ແຂວງວຽງຈັນ, ນະຄອນຫຼວງວຽງຈັນ (ມ. ໄຊທານີ), ບໍລິຄຳໄຊ (ມ. ຄຳເກີດ), ອຸດົມໄຊ (ມ. ແບງ) ແລະ ຈຳປາສັກ (ມ. ບາຈຽງ). [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ, ແຄມຝັ່ງນໍ້າ, ຜາ
ໃນລາວພືດຊະນິດນີ້ຈະພົບຢູ່ທາງພາກເໜືອ ໂດຍທົ່ວໄປຈະກະຈາຍຢູ່ໃກ້ແມ່ນ້ຳ ແລະ ເກີດໃນດິນຫຼາຍປະເພດ ລວມທັງດິນຊາຍ ແລະ ຫີນປູນ, ມັກຈະຂະຫຍາຍຕົວຊ້າໃນປ່າດິບຊຸ່ມ ແລະ ຕາມຂອບປ່າທີ່ຖືກລົບກວນ [6]. ເຂດກະຈາຍພັນທີບັນທຶກໄວ້ໄດ້ແກ່ປ່າດົງດິບຊຸ່ມທີລະດັບຄວາມສູງ 100 ຫາ 1.300 ມ. [1]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
N/A
ພືດຊະນິດນີ້ມີເຂດກະຈາຍພັນຢ່າງກວ້າງຂວາງ ແລະ ມີປະຊາກອນຈຳນວນຫຼາຍ ປັດຈຸບັນຍັງບໍ່ພົບໄພຂົ່ມຂູ່ທີ່ສຳຄັນໃດໆ ແລະ ຍັງບໍ່ມີການລະບຸໄພຂົ່ມຂູ່ທີ່ສຳຄັນໃນອານາຄົດ. ດັງນັ້ນ ຈຶ່ງຖືກປະເມີນວ່າພືດຊະນິດນີ້ມີຄວາມສ່ຽງຕ່ຳ [7]. ໃນລາວພືດຊະນິດນີ້ຖືກຈັດຢູ່ໃນບັນຊີທີ່ສາມຂອງການອານຸຮັກແຫ່ງຊາດລາວ. [8]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອຸປະກອນ ແລະ ເຄື່ອງມື, ການຍ້ອມສີ, ອາຫານ, ພືດເປັນຢາ
ອາຫານ: ໝາກສາມາດກິນໄດ້, ເນື້ອສີເຫຼືອງມີຣົດຊາດສົ້ມ ແລ ະມີຣົດຊາດທີ່ພໍເໝາະ [1]. ໃບອ່ອນຂອງໝາກໄຟໃຊ້ເປັນຜັກ ຫຼື ເຄື່ອງປຸ່ງຣົດໃນແກງ ແລະ ອາຫານປະເພດຊີ້ນຊັບໃນຫຼາຍພູມມີພາກ. [9]
ສະໝຸນໄພ: ໝາກໄຟຖືກນຳມາໃຊ້ເປັນຢາຕ້ານການອັກເສບ ແລະ ບັນເທົາອາການເຈັບໃນການຮັກສາບາດແຜ, ພະຍາດຂໍ້ອັກເສບຮູມະຕອຍ, ການຕິດເຊື້ອແບັກທິເຣຍບໍລິເວນຜິວໜັງ ແລະ ຝີ. ເປືອກສົດຂອງພືດຊະນິດນີ້ສາມາດຍ້ຳ ຫຼື ດື່ມນ້ຳຄັ້ນເພື່ອບັນເທົາອາການທ້ອງຜູກໄດ້. ໝາກເປັນແຫຼ່ງວິຕາມິນຊີທີ່ອຸດົມສົມບູນ ເຊິ່ງເປັນສານຕ້ານອານຸມູນອິດສະຫຼະທີ່ລະລາຍໃນນ້ຳໄດ້ດີ. ນອກຈາກນີ້ັງມີໂຊດຽມ ແລະ ໂພແທັກຊ້ຽມໃນປະລິມານທີ່ສົມດຸນ ເຊິ່ງມີບົດບາດສຳຄັນໃນການປ້ອງກັນພະຍາດບໍ່ຕິດຕໍ່ ແລະ ໝາກຍັງມີທາດເຫຼັກສູງເຮັດໃຫ້ມີຄຸນສົມບັດໃນການບັນເທົາພາວະເລືອດຈ່າງ. [9]
ສີ ແລະ ສີຍ້ອມ: ແກ່ນຂອງໝາກໄຟໃຫ້ສີຍ້ອມທີ່ມີຄ່າທີ່ເອີ້ນວ່າ “annatto” ເຊິ່ງໃຊ້ໃນການຍ້ອມຜ້າໄໝ, ຜ້າຝ້າຍ ແລະ ສິ່ງທີ່ໃຊ້ຕ່ຳທັກອື່ນໆ ໂດຍໃຫ້ເສດສີສົ້ມ. [9]
ເຄື່ອງມື ແລະ ອຸປະກອນ: ໄມ້ໃຊ້ສຳຫຼັບເຮັດເຟີນິເຈີ ແລະ ຕູ້. [1]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ມີນາ, ເມສາ, ພຶກສະພາ, ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ, ຕຸລາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ໃນລາວ, ໝາກໄມ້ຊະນິດນີ້ວ່າງຂາຍໃນຕະຫຼາດທ້ອງຖິ່ນໃນລາຄາ 5000 ກີບຕໍ່ກິໂລ. [6]
ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ປັດຈຸບັນພືດຊະນິດນີ້ບໍ່ໄດ້ປະເຊີນກັບໄພຂົ່ມຂູ່ທີ່ສຳຄັນໃດໆ ແລະ ຍັງບໍ່ມີການລະບຸໄພຂົ່ມຂູ່ທີ່ສຳຄັນໃນອານາຄົດ. [7]

ການຕິດຕາມປະຊາກອນ:
ພືດຊະນິດມີການກະຈາຍພັນຢ່າງກວ້າງຂວາງ ແລະ ມີປະຊາກອນຈຳນວນຫຼາຍ. [7]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ 5.58 N/A
ຄາໂບໄຮເດຣດ 51.9 N/A
ໄຂມັນ 0.73 N/A
ວິຕາມິນ N/A Ascorbic acid (Vitamin C) 273 mg
ແຮ່ທາດ N/A Calcium 75 mg, Magnesium 504 mg, Phosphorus 132 mg, Potassium 730 mg, Sodium 35 mg and Iron 100 mg.
ເສັ້ນໄຍ 20.4 N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Keooudone Souvannakhoummane
ຜູ້ກວດສອບ Factsheet
,