- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Cucurbitales
- ຊື່ສະກຸນ
- Cucurbitaceae
- ສະກຸນ
- Sechium
- ຊະນິດ
- Sechium edule
Sechium edule sylvestre
Sechium americanum Poir.
Sechium edule subsp. edule
Sicyos edulis Jacq.
ເປັນພືດເຄືອ, ອາດຍາວເຖິງ 10 ແມັດ, ລຳຕົ້ນເປັນຫຼ່ຽມ. ກ້ານໃບຮຽວຍາວ, ກ້ຽງ. ແຜ່ນໃບເກືອບມົນກົມ, ເນື້ອໃບບາງ, ມີຂົນອ່ອນນຸ່ມປົກຄຸມແຜ່ນໃບ, ກົກໃບຮູບຫົວໃຈ, ປາຍໃບແຫຼມ. ດອກຜູ້ມີກ້ານຍາວເຖິງ 20 ຊັງຕິແມັດ. ກາບດອກເປັນຫຼອດ, ປາຍແຍກເປັນແສກ. ກີບດອກເປັນຫຼອດ, ປາຍແຍກເປັນແສກຮູບໄຂ່-ຮູບໃບຫອກ. ດອກຜູ້ມີກ້ານດອກຍາວ 2 ຊັງຕິແມັດ, ກາບດອກ ແລະ ກີບດອກຄືກັບດອກຜູ້. ເຕົ້າໄຂ່ຮູບມົນກົມ, ມີ 5-ຫຼ່ຽມ, ກ້ານຊູຍາວ 2-4 ມີນລີແມັດ, ຮວງຮັບ 2 ມີນລີແມັດ. ໝາກສີຂຽວ, ຮູບໄຂ່ກັບ, ມີ 5-ຮ່ອງແຕ່ຫົວຮອດກົ້ນ, ມີຕຸ່ມກະຈາຍທົ່ວ. ແກ່ນແປ, ມີເຈ້ຍຫຸ້ມສີຂາວ. ຮູບປະກອບຈາກ: https://harvesttotable.com/how_to_grow_chayote/
ຍອດອ່ອນ ແລະ ໝາກອ່ອນ ໃຊ້ເປັນອາຫານ ສາມາດປູງແຕ່ງໄດ້ຫຼາກຫຼາຍລາຍການເຊັ່ນ: ແກງ, ຂົ້ວ ແລະ ລວກເປັນຜັກກັບ. ນອກນັ້ນໝາກຊູຍັງໃຊ້ເປັນອາຫານລ້ຽງສັດ ໂດຍສະເພາະແມ່ນລ້ຽງໝູ. ໝາກຊູມີທາດອາຫານທີ່ຫຼາກຫລາຍສາມາດຊ່ວຍເຮັດໃຫ້ເລືອດບໍ່ແຂງຕົວ, ຊ່ວຍຫຼຸດລະດັບຄວາມດັນເລືອດ ແລະ ຍັງຊ່ວຍສະລາຍນີ້ວໃນໝາກໄຂ່ຫຼັງ. ຂໍ້ມູນກ່ຽວກັບໂພຊະນາການ ຄຣິກທີ່ນີ້
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
Coronel, O.A.D.A., Leon-Garcia, E., Vela-Gutierrez, G., Medina, J.D.L.D., Varela, R.G., and Garcia, H.S. 2017. Chayote (Sechium edule (Jacq.) Swartz). Fruit and Vegetable Phytochemicals: Chemistry and Human Health, Second Edition. John Wiley & Sons, Ltd.
Grubben, G.J.H. (2004). Plant resources of tropical Africa: Vegetables. Backhuys. ISBN 978-90-5782-147-9.
Ordoñez, A.A.L., Gomez, J.D., Vattuone, M.A. and lsla, M.I.. 2006. Antioxidant activities of Sechium edule (Jacq.) Swartz extracts. Food Chemistry Volume 97, Issue 3, August 2006, Pages 452-458.
Rafael Lira Saade. 1996. Chayote Sechium edule (Jacq.) Sw. Promoting the conservation and use of underutilized and neglected crops. 8. Institute of Plant Genetics and Crop Plant Research, Gatersleben/International Plant Genetic Resources Institute, Rome, Italy.