ເລກລຳດັບທີ: 2060
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-07

ໝາກນອດ
Passion fruit

Passiflora edulis Sims


ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)

1 / 1
Image 1


ຊື່ທ້ອງຖີ່ນ:
Eng: MaracuyaChinese: 鸡蛋果Tieng viet: chùm bao trứngThai: เสาวรส

ຊື່ພ້ອງ :
Passiflora diaden Vell.
Passiflora edulis f. edulis
Passiflora edulis var. pomifera (M. Roem.) Mast.
Passiflora edulis var. rubricaulis (Jacq.) Mast.
Passiflora gratissima A. St.-Hil.
Passiflora incarnata L.
Passiflora iodocarpa Barb. Rodr.
Passiflora middletoniana J. Paxton
Passiflora pallidiflora Bertol.
Passiflora picroderma Barb. Rodr.
Passiflora pomifera M. Roem.
Passiflora rigidula J. Jacq.
Passiflora rubricaulis Jacq.
Passiflora vernicosa Barb. Rodr.

ຊື່ສະກຸນ:
Passifloraceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ໝາກນອດແດງ, ສາຍພັນນີ້ມັກປູກຢູ່ທາງພາກເໜືອ ໂດຍສະເພາະແມ່ນຊຽງຂວາງ ແລະ ຫົວພັນເປັນພືດເຄືອເລືອໄປຕາມຕົ້ນໄມ້ອື່ນ, ອາດຈະຍາວເຖິງ 15 ແມັດ, ເປັນພືດທີ່ມີອາຍຸຢືນຫຼາຍປີ. ມີມືເກາະທີ່ໃຊ້ພັນຈັບກັບຕົ້ນໄມ້ອື່ນ. ໃບດ່ຽວ, ຈັບລຽງສະຫຼັບ, ແຜ່ນໃບຮູບໄຂ່, ຂອບໃບມັກວ້ຳເລິກເປັນແສກ, ປາຍແຫຼມ ຫຼື ຮຽວແຫຼມ, ກົກໃບມົນ ຫຼື ຮູບຫົວໃຈ, ເນື້ອໃບຄ່ອນຂ້າງໜຽວ, ຂອບໃບເປັນແບບແຂ້ວເລື່ອຍ, ມີເສັ້ນໃບອອກຈາກກົກໃບ 3 ເສັ້ນ. ກ້ານໃບທີ່ປາຍຈະມີຕ່ອມ. ຫູໃບຮູບຫອກ. ຊໍ່ດອກແບບກະຈຸກ, ມີດອກດຽວຈັບຢູ່ກົງກັນຂ້າງກັບມືເກາະ. ໃບປະດັບຮູບໄຂ່, ປາຍມົນ ຫຼື ແຫຼມ. ກີບດອກສີຂາວ, ກາບດອກສີຂຽວ. ເກສອນເພດຜູ້ ມີ 5 ອັນ, ເກສອນເພດແມ່ 3 ອັນ. ໝາກຈະມົນກົມ, ເມື່ອຍັງອ່ອນເປັນສີຂຽວ, ເມື່ອສຸກຈະເປັນສີເຫຼືອງ, ມີແກ່ນຈຳນວນຫຼາຍ, ແຕ່ລະແກ່ນຖຶກຫຸ້ມດ້ວຍນ້ຳເຍື່ອຫຸ້ມສີເຫຼືອງ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :
ລຽບແມ່ນ້ຳຂອງພາກເໜືອ
ເຂດສາຍພູຫຼວງພາກເໜືອ

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:

ໝາກນອດແມ່ນໝາກໄມ້ທີ່ມີຜົນປະໂຫຍດຫຼວງຫຼາຍຕໍ່ສຸຂະພາບ. ໝາກນອດມີທາດຕ້ານອະນຸມູນອິດສະຫຼະຫຼວງຫຼາຍ ເຊິ່ງຊ່ວຍປ້ອງກັນມະເຮັງ, ຊ່ວຍສ້ອມແຊມຮ່າງກາຍ ແລະ ການອັກແສບ. ໝາກນອດມີຈໍານວນເສັ້ນໄຍອາຫານສູງເຊິ່ງຊ່ວຍໃນການຍ່ອຍອາຫານໃນກະເພາະລຳໄສ້. ນອກຈາກນີ້ ມັນຍັງມີຜົນປະໂຫຍດນາໆປະການຕໍ່ຮ່າງກາຍ ແລະ ປ້ອງກັນຫຼາຍພະຍາດເຊັ່ນ: ປ້ອງກັນມະເຮັງ, ປ້ອງກັນຄວາມດັນເລືອດສູງ, ເຮັດຄວາມສະອາດລໍາໃສ້ໃຫຍ່, ບຳລຸງສາຍຕາ, ຊ່ວຍໃນການຜະລິດເລືອດ, ເພິ່ມພູມຄຸ້ມກັນ, ບຳລຸງຫົວໃຈ, ເຮັດໃຫ້ນອນຫຼັບດີ ແລະ ຊ່ວຍຫຼຸດຜ່ອນອາການຫອບຫືດ. ຂໍ້ມູນໂພຊະນາການ ຄຣິກທີ່ນີ້.


https://fiercefruit.com/products/maracuya-passion-fruit-pureehttps://fiercefruit.com/products/maracuya-passion-fruit-puree" data-entity-type="file" data-entity-uuid="38cbfc08-29dd-4f60-b80d-595d7bd9fb1d" src="/sites/default/files/public/inline-images/Maracuya.jpg"/>

ໝາກນອດເປັນພືດປູກທົ່ວໄປ, ເພາະເປັນພືດເສດຖະກິດທີ່ສຳຄັນທີ່ພົບທົ່ວໄປເກືອບທົ່ວໂລກ, ລາວເຮົາກໍ່ເປັນປະເທດໜື່ງທີ່ໄດ້ນຳເຂົ້າມາປູກແຕ່ດົນນານມາແລ້ວ ທັ້ງສາຍພັນໝາກສີເຫຼືອງ ແລະ ໝາກສີແດງ. ປະຈຸບັນໄດ້ມີຜະລິດຕະພັນນ້ຳໝາກນອດ



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
BernacciI, L.C., Soares-Scott, M.D., Junqueira N.T.V., Passos, I.R.S., Meletti, L.M.M. 2008. Passiflora edulis Sims: the correct taxonomic way to cite the yellow passion fruit (and of others colors). Rev. Bras. Frutic. vol.30 no.2 Jaboticabal June 2008. https://doi.org/10.1590/S0100-29452008000200053
SIMS, J. 1818. Passiflora edulis. Bot. Mag., Londres, v. 45, 1818.
Chassagne, D., Crouzet, J.C., Bayonove, C.L. and Baumes, R.L. 1996. Identification and Quantification of Passion Fruit Cyanogenic Glycosides . J Agric Food Chem. 44 (12): 3817–3820. doi:10.1021/jf960381t.
Talcott S.T., Percival, S.S., Pittet-Moore, J. and Celoria C. 2003. Phytochemical composition and antioxidant stability of fortified yellow passion fruit (Passiflora edulis). J Agric Food Chem. 51 (4): 935–41. doi:10.1021/jf020769q. PMID 12568552.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: