ເລກລຳດັບທີ: 2027
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາກແໜ່ງໜູ
Red Rat Cardamom
Wurfbainia schmidtii (K.Schum.) Škorničk. & A.D.Poulsen
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Zingiberales
ຊື່ສະກຸນ
Zingiberaceae
ສະກຸນ
Wurfbainia
ຊະນິດ
Wurfbainia schmidtii
ຊື່ພ້ອງ
Elettariopsis schmidtii K.Schum.
Cyphostigma schmidtii (K.Schum.) K.Schum.
Amomum schmidtii (K.Schum.) Gagnep.
ບັນຍາຍລັກສະນະທາງພືດສາດ
ເກິດເປັນເຫງົ້າເລືອຕາມພື້ນດິນ, ເຫງົ້າໜາປະມານ 5 ມມ, ສີເຫຼືອງປົນສີນ້ຳຕານ. ໄລຍະຫ່າງລະຫວ່າງຕົ້ນປະມານ 40-70 ຊມ, ກາບຫຸ້ມເປັນຫຼອດ ຍາວ 1-3 ຊມ, ສີນ້ຳຕານ, ກ້ຽງ, ເປັນແຜ່ນບາງ, ເປັນລາຍ, ດ້ານນອກມີຂົນ, ດ້ານໃນກ້ຽງ, ປາຍແຫຼມ, ຂອບມີຂົນຝອຍ. ລຳຕົ້ນ ສູງປະມານ 1 ມ, 5-10 ໃບຕໍ່ຕົ້ນ, ໃບນ້ອຍໄປຫາປາຍ, ລຳຕົ້ນໜາບໍລິເວນໂຄນ ປະມານ 1 ຊມ, ສີແດງປົນສີນ້ຳຕານ, ດ້ານນອກມີຂົນອ່ອນນຸ່ມ, ເປັນລາຍ, ລີ້ນໃບຮູບໄຂ່ ຍາວ 2-5 ມມ, ສີຂຽວ, ດ້ານນອກມີຂົນ, ປາຍແຫຼມ, ຂອບມີຂົນຝອຍ. ກ້ານໃບເປັນຮ່ອງກາງເຄີ່ງ ຂະໜາດປະມານ 1-2.5 x 0.3 ຊມ, ສີຂຽວ, ເປັນລາຍ, ມີຂົນ. ແຜ່ນໃບຮູບຮີ ຫຼື ຮູບໃບຫອກກັບ-ຂອບຂະໜານ, ຂະໜາດ 15-40 x 1.5-10 ຊມ, ໂຄນໃບຮູບຫຼີ້ມ, ປາຍໃບຮຽວແຫຼມຍາວປະມານ 4 ຊມ, ຂອບມີຂົນ, ດ້ານເທີງກ້ຽງ, ດ້ານລຸ່ມມີຂົນ, ເສັ້ນກ່າງກາງໃບນູນດ້ານລຸ່ມ, ເສັ້ນຂະແໜງໃບເສັ້ນຊັດເຈນທັງສອງດ້ານ. ຊໍ່ດອກເກິດຈາກເຫງົ້າໃຕ້ດີນທີ່ຍາວປະມານ 50 ຊມ ທີ່ຫ່າງຈາກເຫງົ້າ, ສ່ວນພວງດອກຮູບຮີ, ຂະໜາດ 3 x 2 ຊມ, ມີດອກບານພ້ອມກັນ 2 ດອກ, ໂດຍຊໍ່ໜື່ງມີປະມານ 4-6 ດອກ, ກ້ານຊໍ່ດອກຂະໜາດ 1-3 x 0.2-0.4 ຊມ, ກ້ຽງບໍລິເວນໂຄນ, ມີຂົນສ່ວນເທີງ, ກາບຫຸ້ມເປັນຫຼອດຕິດຢູ່ໃກ້ກັບໂຄນ, ຮູບໄຂ່ ເຖີງຮູບເຮືອ ຂະໜາດ 2-2.5 x 0.3-1 ຊມ, ສີນ້ຳຕານອ່ອນ, ຊາກຊາ, ເປັນລາຍ, ດ້ານນອກກ້ຽງ ຫຼື ມີຂົນບາງບ່ອນ, ປາຍແຫຼມມີເດືອຍສັ້ນ. ໃບປະດັບຮູບເຮືອເຖີງຮູບໃບຫອກ ຂະໜາດ 2-2.5 x 1-1.5 ຊມ, ສີບົວ, ສີນ້ຳຕານຈາງ, ເປັນແຜ່ນບາງໆ, ປາຍແຫຼມ, ດ້ານນອກມີຂົນນຸ່ມ, ຫຼອດຍາວ, 1-1.2 ຊມ, ແສກປາຍຍາວ 0.5-1 ຊມ. ກາບດອກເປັນຫຼອດມີ 3 ແສກປາຍ, ຂະໜາດ 5-5.6 x 0.2-0.4 ຊມ, ສີຂາວ ແລະ ສີນໍ້າຕານຈ່າງ, ເປັນແຜ່ນບາງໆ, ດ້ານນອກມີຂົນ, ແສກຍາວ 0.5-0.6 ຊມ. ກີບດອກສີຂາວ, ຍາວປະມານ 8-8.5 ຊມ, ຫຼອດດອກຍາວ 6-6.5 ຊມ, ຊາກຊາ, ກ້ຽງທີ່ໂຄນ, ມີຂົນທີ່ສ່ວນເທີງ, ກີບດອກຂ້າງຂະໜາດ 2 x 0.7-0.8 ຊມ, ເປັນແຜ່ນບາງໆ, ປາຍໂຄ້ງມົນ, ກ້ຽງ, ກີບເທີງຂະໜາດ 2 x 0.8-1 ຊມ, ເປັນແຜ່ນບາງໆ, ປາຍໂຄ້ງມົນ, ມີຂົນບໍລິເວນໂຄນ. ກີບປາກຂະໜາດ 3.5-4 x 2.7-3 ຊມ, ສີຂາວປົນສີເຫຼືອງກາງເຄີ່ງ ແລະ ມີຈຸດສີແດງຢູ່ບໍລິເວນໂຄນ, ກ້ຽງ, ດ້ານເທີງເປັນເງົາລາຍ, ດ້ານລຸ່ມມີຂົນທີ່ບໍລິເວນກົກ, ປາຍວ້ຳ, ເປັນແຜ່ນບາງໆ, ຂອບເປັນຄື້ນ. ເກສອນເພດຜູ້ທີ່ເປັນໜັນບໍ່ມີ. ເກສອນຜູ້ ແປ, ຂະໜາດ 5 x 3 ມມ, ສີຂາວ, ດ້ານລຸ່ມມີຂົນ, ດ້ານເທີມີຂົນ, ຖົງເມັດລະອອງ ຮູບຂອບຂະໜານ, ຂະໜາດ 5 x 3 ຊມ, ສີຂາວ, ດ້ານລຸ່ມກ້ຽງ, ດ້ານເທີງມີຂົນ, ເດືອຍຖົງລະອອງເປັນສາມແສກ, ແສກຂ້າງນ້ອຍ, ຂະໜາດ 2 x 3 ມມ, ແສກກາງໃຫຍ່ 3 x 4 ມມ, ສີຂາວ, ເປັນແຜ່ນບາງໆ, ກ້ຽງ. ຮ່ວງຮັບ, ກ້ຽງ, ປາຍມີຂົນ, ກ້ານຊູກ້ຽງ. ເຕົ້າໄຂ່ໜາ 5 ມມ, ກ້ຽງ, ເປັນແສກ, ມີຂົນນຸ່ມ ກັບຂົນຍາວສີຂາວ, ໄຂ່ມົນ, ມີປະມານ 10 ແກ່ນ ຕໍ່ຫ້ອງ. ພວງໝາກມີກ້ານຍາວ 1-3 x 0.3 ຊມ, ສີບົວ, ກ້ຽງ, ພວງໝາກມີມັກມີໝາກດ່ຽວ. ໝາກກົມຂະໜາດ 1 x 1 ຊມ, ມີກ້ານສັ້ນ, ມີຂົນປົກຄູ້ມ, ສີບົວປົນສີນ້ຳຕານ, ໝາກມີໜາມສັ້ນ. ແກ່ນກົມ ແລະ ມີເຈ້ຍຫຸ້ມບາງໆ, ແກ່ນໜາ 2 ມມ, ມີປະມານ 10 ແກ່ນຕໍ່ຫ້ອງ.

ນິເວດວິທະຍາ ແລະ ການກະຈາຍພັນ: ເປັນພືດເກີດຢູ່ປ່າລະດັບຕໍ່າ ຫຼື ປ່າດົງດິບລະດັບຕ່ຳ, ຍັງພົບຕາມປ່າປະສົມປ່ຽນໃບ, ປ່າເປີດແປ້ນ, ມັກເກິດບ່ອນທີ່ມີດິນຊາຍປະສົມດິນໜຽວ, ມັກແສງສະຫວ່າງ, ເກີດຢູ່ໃນລະດັບໜ້ານໍ້າທະເລປະມານ 25–800 ແມັດ. ໃນປະເທດເຮົາແມ່ນສາມາດພົບໄດ້ທົ່ວໄປແຕ່ພາກເໜືອຮອດພາກໃຕ້ ເຊັ່ນອັດຕະປືພົບຢູ່ ສາໜາມໄຊ, ໄຊເສດຖາ, ປ່າສະຫງວນດົງອຳພາມ, ບ້ານດາກຕູດ, ບ້ານຫຼັກ62; ບໍລິຄຳໄຊ ພົບຢູ່ບ້ານຫາດໄຄ, ບ້ານນ້ຳພ້າວ: ຈຳປາສັກພົບຢູ່ບ້ານກວາງຊີ, ບ້ານໜອງຫີນ ແລະ ບ້ານ ທາງແບ່ງ; ຄຳມ່ວນພົບຢູ່ນາກາຍນ້ຳເທີນ, ບ້ານໝາກເຟືອງ, ບ້ານເຕີງ; ຫຼວງນ້ຳທາພົບຢູ່ບ້ານກູລັງໃຕ້; ສາລະວັນພົບຢູ່ເມືອງເລົາງາມ, ບ້ານດູໃຈໃຫຍ່ ແລະ ບ້ານນາຟາງຮຳ; ສະຫວັນນະເຂດ ບ້ານນາທອງ, ແຂວງວຽງຈັນ ບ້ານນາແຊງ, ນະຄອນຫຼວງວຽງຈັນພົບຢູ່ບ້ານ ດ່ານຊ້າງ ແລະ ພູພະນັງເມືອງສັງທອງ.

ສະພາບການອະນຸລັກ: IUCN, ໝາກແໜ່ງຊະນິດນີ້ແມ່ນພືດທີ່ກະຈາຍພັນທົ່ວໄປເປັນທີ່ບໍ່ມີຄວາມເປັນຫ່ວງເທົ່າໃດ ເພາະວ່າມັນກະຈາຍພັນໄດ້ດີໃນທຸກສະພາບປ່າ ແລະ ມັນມີຮາກທີ່ເລືອໄປຕາມພື້ນດິນ, ເຮັດໃຫ້ຂະຫຍາຍແຜ່ອອກກວ້າງໃນເຂດທີມັນອອກ, ສະນັ້ນແລ້ວຈື່ງສາມາດຂະຫຍາຍພັນໄດ້ຢ່າງດີ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ການນຳໃຊ້: ເປັນໝາກແໜ່ງທີ່ມີກີ່ນຫອມສ່ວນຫຼາຍປະຊາຊົນຈະເອົາທັ້ງຕົ້ນມາຕົ້ມຮົ່ມຢາ ເພື່ອເປັນຢາບຳລູງກຳລັງ ຮັກສາການຜ່ອນຄາຍຄວາມອິດເມື່ອຍໃນຮ່າງກາຍ. ໝາກແໜ່ງຊະນິດສາມາດເອົາມາຕາກແດດໄວ້ຕົ້ມນ້ຳດື່ມ ແລະ ຂາຍເປັນສີນຄ້າໄດ້ແຕ່ມັນຈະເປັນໝາກນ້ອຍສຳລັບຊະນິດນີ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,