ເລກລຳດັບທີ: 2022
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາກແໜ່ງດຳ
Black Golden Cardamom
Amomum prionocarpum Lamxay & M.F.Newman
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Zingiberales
ຊື່ສະກຸນ
Zingiberaceae
ສະກຸນ
Amomum
ຊະນິດ
Amomum prionocarpum
ບັນຍາຍລັກສະນະທາງພືດສາດ
ເປັນເຫງົ້າເລືອ, ເຫງົ້າໜາປະມານ 6 ມມ, ໄລຍະຫ່າງລະຫວ່າງຕົ້ນ 30 ຊມ, ກາບຫຸ້ມໃກ້ຈະເປື່ອຍ. ລຳຕົ້ນສູງປະມານ 1 ມ, ມີໃບ 7-9 ໃບຕໍ່ລຳຕົ້ນ, ໃບນ້ອຍໄປຫາປາຍ, ກົກລຳຕົ້ນສີແດງ, ສີເຫຼືອງປົນຂຽວບໍລິເວນປາຍ, ເປັນລາຍກ້ຽງ. ລີ້ນໃບຮູບໄຂ່, ປາຍແຍກເປັນສອງແສກ, ຍາວ 6 ມມ, ສີຂຽວ ປົນສີນ້ຳຕານຈາງ, ຊາ, ກ້ຽງ. ກ້ານໃບເປັນຮ່ອງກາງເຄີ່ງ, ຍາວ 2-4 ຊມ, ກ້ຽງ. ແຜ່ນໃບຮູບຂອບໃບຫອກກັບ-ຮູບຂອບຂະໜານ, ຂະໜາດ 15-25 x 5-7 ຊມ, ດ້ານລຸ່ມເປັນສີຂຽວຈາງ, ກ້ຽງ, ເສັ້ນກ່າງກາງໃບນູນດ້ານລຸ່ມ, ເສັ້ນໃບຂະແໜງເຫັນເປັນເງົາ. ຊໍ່ດອກຍາວ 10 ຊມ, ເກີດຈາກເຫງົ້າໃຕ້ດີນ, ຫຼື ໃກ້ກັບກົກລຳຕົ້ນ, ພວງດອກຮູບຮີ, ມີດອກ 1-3 ດອກບານພ້ອມກັນ. ກ້ານຊໍ່ດອກຍາວ 6 ຊມ, ກ້ຽງ, ກາບຫູ້ມຮູບໄຂ່, ຂະໜາດ 2-2.5 x 1.5-1.7 ຊມ, ສີແດງ ຫຼີ ສີບົວເຂັ້ມ, ສີແດງອ່ອນ-ປົນສີນ້ຳຕານ, ຊາ, ປາຍມີຂົນຍາວ, ຂອບມີຂົນຝອຍ. ໃບປະດັບຮູບເຮືອ 5-6 x 2-3 ຊມ, ສີຂາວປົນສີນໍ້າຕານ ຫຼື ສີແດງອ່ອນປົນສີບົວ, ກ້ຽງ, ບາງຄ້າຍເຈ້ຍທີ່ໂຄນ, ແຕ່ແຂງຊາສ່ວນເທີງ, ປາຍແຫຼມ, ໃບປະດັບຍ່ອຍເປັນຫຼອດ ຂະໜາດ 2.5-3 x 0.5 ຊມ, ສີຂາວ ເຖີງສີນ້ຳຕານ, ມີໜື່ງແສກ, ຫຼອດຍາວ ½ ຂອງແສກ, ເປັນສີຂາວໃສ, ແຜ່ນບາງໆ, ນ້ອຍ, ດ້ານນອກມີຂົນຍາວ, ຂອບມີຂົນຝອຍ, ປາຍຮຽວຍາວ. ກາບດອກເປັນຫຼອດ, ມີ 2-3 ແສກ, ຊາ, ກ້ຽງ, ຫຼອດກາບຍາວ 3 ຊມ, ແສກຍາວ 2 ຊມ, ປາຍໂຄ້ງມົນ ມີຕ່ອມເດືອຍ. ກີບດອກສີຂາວ ດ້ານນອກກ້ຽງ, ດ້ານໃນມີຂົນສີຂາວ. ກີບຂ້າງມີຂະໜາດ 2 x 7 ມມ, ແຜ່ນບາງໆ, ກ້ຽງ, ປາຍໂຄງມົນມີເດືອຍ, ກີບເທີງຂະໜາດ 3 x 12 ມມ, ກ້ຽງ. ກີບປາກຂະໜາດ 3-3.5 x 2-3 ຊມ, ກີບປາກ ແລະ ເກສອນຜູ້ເຊື່ອມຕິດກັນໃນຫຼອດ 3-5 ມມ ທາງໃນສ່ວນເທີງ, ມີສີຂາວກາງເຄີງ, ມີສີແດງຢູ່ໂຄນກີບຫາກາງເຄີ່ງສ່ວນປາຍເປັນສີເຫຼືອງ, ແລະ ເປັນເສັ້ນໃສໄປຫາຂອບ, ດ້ານລຸ່ມມີຂົນຍາວສີຂາວ, ຂອບບາງໆ ແລະ ເປັນຄື້ນເລັກນ້ອຍ. ເກສອນຜູ້ທີ່ເປັນໝັນ ເປັນຮູບສາມຫຼ່ຽມ ຫຼື ຮູບໄຂ່, ສີຂາວ, ກ້ຽງ, ປາຍແຫຼມ. ເກສອນເພດຜູ້ ແປ ຂະໜາດ 5 x 2 ມມ, ສີຂາວ, ກ້ຽງ. ຖົງເມັດລະອອງມີໜື່ງຄູ່, ສີຂາວ, ເດືອຍຍາວ 1 ຊມ, ຮູບຕັດພຽງ, ລຽບ, ເປັນແຜ່ນບາງໆຄ້າຍເຈ້ຍ. ຮວງຮັບເປັນຮູບຖ້ວຍ, ປາຍມີຂົນຍາວ, ກ້ານຊູ່ ກ້ຽງ. ເຕົ້າໄຂ່ກົມກ້ຽງ, ເປັນຍໍ້ຍັບທີ່ປາຍ, ໄຂ່ກົມກ້ຽງ. ພວງໝາກກ້ານຍາວ 5 ຊມ, ພວງຍາວມີພຽງໝາກຈຳນວນໜ້ອຍ. ໝາກຍັງອ່ອນຮູບໄຂ່ກັບ, ມີປິກ, ຂອບປີກເປັນຮູບແຂ້ວເລື້ອຍ, ໝາກສຸກໜາ 1-1.5 ຊມ, ກົມມີໜາມສີດຳເຂັ້ມປົນສີນ້ຳຕານອອກສີບົວ ປາຍຕັດພຽງ, ກ້ານສັ້ນໆ, ກ້ຽງ. ແກ່ນກົມ, ສີນ້ຳຕານເຂັ້ມ, ໜາ 2-3 ມມ.

ນິເວດວິທະຍາ ແລະ ການກະຈາຍພັນ: ເປັນໜາກແໜ່ງທີ່ເກິດໃນປ່າດົງດິບ ແລະ ພູເຂົາທີ່ມີຄວາມຊຸ່ມຊື່ນສູງ, ເປັນພືດທີ່ເກີດສະເພາະເຈາະຈົງພໍສົມຄວນສາມາດພົບຢູ່ໜ້ອຍແຫ່ງໃນລາວ ພົບຢູ່ສະເພາະສອງແຂວງເທົ່ານັ້ນຄື: ບໍລິຄຳໄຊ, ພົບຢູ່ເມືອງຄຳເກີດ ດ້ານນ້ຳພາວ, ປ່າສະຫງວນແຫ່ງຊາດນາກາຍນ້ຳເທີນ, ບ້ານນາເຮືອງ, ຫົວພັນພົບຢູ່ບ້ານດ້ານແຈ້ງ, ເປັນພືດທີ່ເກີດຢູ່ໃນລະດັບໜ້ານ້ຳທະເລປະມານ 573-1050 ແມັດ.

ສະພາບການອະນຸລັກ: IUCN, ເປັນພືດທີ່ເກີດໃນປ່າສະຫງວນໜ້າຈະບໍ່ເປັນຫ່ວງຕໍ່ການດັບສູນປານໃດ ແລະ ເປັນໝາກແໜ່ງທີ່ຄົນຮູ້ຈັກໜ້ອຍຕໍ່ການເກັບກູ້ ເພາະວ່າຍັງມີຂໍ້ມູນໜ້ອຍຕໍ່ການນຳໃຊ້ປະໂຫຍດ, ພຽງແຕ່ເອົາມາໃຊ້ໃນລະດັບພື້ນບ້ານບໍ່ໜ້າເປັນຫ່ວງປານໃດເພາະຍັງບໍ່ທັນມີການເກັບກູ້ເພື່ອເປັນການຄ້າ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້
ປະເພດການນຳໃຊ້
ພືດເປັນຢາ

ການນຳໃຊ້: ເອົາຮາກ ແລະ ໃບມາຕົ້ມນ້ຳດື່ມເພື່ອເຮັດໃຫ້ມີແຮງ

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,