ເລກລຳດັບທີ: 2021
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-07

ໝາກກຸກຂຽວ
Green Wing Cardamom

Amomum odontocarpum D.Fang


ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ

1 / 1
Image 1


ຊື່ທ້ອງຖີ່ນ:

ຊື່ພ້ອງ :

ຊື່ສະກຸນ:
Zingiberaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ເກິດເປັນສູ່ມ, ລຳຕົ້ນສູງ 1.6 ມ, ມີ 3-6 ຕົ້ນຕໍ່ສູ່ມ, ເຫງົ້າ ໜາ 7-10 ຊມ, ສີຂາວປົນສີຂຽວ. ໄລຍະຫ່າງລະຫວ່າງຕົ້ນ 3-5 ຊມ, ມີກາບຫຸ້ມຮູບໄຂ່ ຍາວ 1-1.5, ສີນ້ຳຕານ, ບາງຄ້າຍເຈ້ຍ, ເປັນລາຍ, ໃກ້ຈະເປື່ອຍ, ປາຍແຫຼມ, ຂອບມີຂົນຝອຍ. ລຳຕົ້ນມີໃບ 7 ໃບຕໍ່ຕົ້ນ. ໃບນ້ອຍໄປຫາປາຍ, ລຳຕົ້ນໃກ້ກົກໜາ 8-17 ມມ, ສີຂາວເປັນລາຍກ້ຽງ. ກ້ານໃບເປັນຮ່ອງກາງເຄີ່ງ ຍາວປະມານ 16 ມມ, ເປັນລາວກ້ຽງ. ແຜ່ນໃບຮູບຂອບຂະໜານ ຫຼືື ຮູບຮີຍາວ, ຂະໜາດ 50-55 x 8-12 ຊມ, ກ້ຽງ, ໂຄນເປັນຮູບຫຼີ້ມຍາວ, ປາຍໃບຮຽວຍາວ, ເສັ້ນກ່າງກາງໃບເສັ້ນຊັດເຈັນດ້ານລຸ່ມ, ເສັ້ນຂະແໜງໃບເຫັນຊັດເຈັນ. ຊໍ່ດອກເກິດຈາກເຫງົ້າໃຕ້ດີນ ມີ 3 ຊໍ່ດອກຕໍ່ເຫງົ້າ, ສ່ວນພວງດອກ ຮູບຮີ ຂະໜາດ 3-6 x 4 ຊມ, ມີປະມານ 4 ດອກບານພ້ອມກັນ. ກ້ານຊໍ່ດອກ 4 x 0.5 ຊມ, ສີແດງອ່ອນປົນສີນ້ຳຕານ, ເປັນລາຍກ້ຽງ, ມີກາບຫຸ້ມຮູບໄຂ່ ເຖິງ ຮູບໃບຫອກ ຂະໜາດ 7-18 x 10-15 ມມ, ສີແດງ ຫຼຶ ສີແດງປົນນ້ຳຕານ, ເປັນລາຍຊາ, ປາຍແຫຼມ, ຂອບມີຂົນຝອຍ. ໃບປະດັບຮູບເຮືອ ຫຼື ຮູບໃບຫອກ, 3.5-4 x 1.5-2 ຊມ, ສີນ້ຳຕານ, ເປັນລາຍໃກ້ຈະເປື່ອຍ, ມີດອກໜື່ງ, ກ້ຽງ, ປາຍແຫຼມ. ໃບປະດັບຍ່ອຍຮູບໄຂ່ ເຖິງຮູບຂອບຂະໜານ ຂະໜາດ 7-12 x 4-6 ຊມ, ສີນ້ຳຕານ, ເປັນເຈ້ຍບາງ, ກ້ຽງ, ປາຍແຫຼມ. ກາບເປັນຫຼອດ ປາຍມີ 3 ຕ່ອມ, ຂະໜາດ 25 x 3-6 ມມ, ສີນ້ຳຕານ, ເປັນເຈ້ຍບາງໆ, ກ້ຽງ, ຫຼອດກາບຍາວ 15-16 ມມ, ຕ່ອມຍາວ 5-10 ມມ, ປາຍແຫຼມ. ກີບດອກສີຂາວ, ຍາວ 5.5-6 ຊມ, ຫຼອດດອກຍາວ 2.5-3 ຊມ, ຊາ, ດ້ານໃນມີຂົນສີຍາວ ຫຼື ເປັນຕ່ອມ ແລະ ມີຂົນນຸ່ມໆສ່ວນເທີງ, ກີບດອກຂ້າງຂະໜາດ 2.5-3 x 0.6-0.7 ຊມ, ເປັນແຜ່ນບາງໆ, ກ້ຽງ, ປາຍມົນໂຄ້ງ, ກີບດ້ານເທີງຂະໜາດ 2.5-3 x 1-1.2 ຊມ ເປັນແຜ່ນບາງໆ, ປາຍໂຄ້ງມົນ, ກີບປາກຂະໜາດ 3-3.5 x 2.5-3 ຊມ, ສີຂາວ ປົນສີເຫຼືອງຢູ່ກາງເຄີ່ງ, ມີຈຸດເສັ້ນສີແດງເປັນຈຸດໆ, ຂອບບໍ່ມີເສັ້ນເຖີງຂອບ, ກີບປາກ ແລະ ເກສອນເພດຜູ້ເຊື່ອມຕິດກັນໃນຫຼອດປະມານ 6 ມມ ເຊື່ອມທາງດ້ານໃນ, ດ້ານລຸ່ມກ້ຽງ, ດ້ານລຸ່ມມີຂົນໃກ້ໂຄນ ແລະ ບໍລິເວນກາງ, ປາຍມົນ, ຂອບບາງໆ, ເປັນຄື້ນ. ເກສອນເພດຜູ້ເປັນໜັນ ຮູບຂອບຂະໜານ 2 ມມ, ສີຂາວ. ເກສອນຜູ້ແປຍາວ 5 ຊມ, ສີຂາວ, ດ້ານລຸ່ມມີຂົນຍາວ ແລະ ຂົນສັ້ນ, ດ້ານເທີງກ້ຽງ, ຖົງລະອອງເກສອນ ຮູບຂອບຂະໜານ, ຂະໜາດ 1.5 x 0.4 ຊມ, ສີຂາວ, ກ້ຽງ, ເດືອຍເກສອນຕັດພຽງ, ລຽບ, ຂະໜາດ 6 x 2 ຊມ, ສີຂາວ, ເປັນແຜ່ນບາງໆ, ກ້ຽງ, ຮ່ວງຮອງຮັບລະອອງເກສອນກົມກ້ຽງ, ປາຍມີຂົນ. ກ້ານຊູຖົງລະອອງເກສອນກ້ຽງ, ເຕົ້າໄຂ່ໜາ 6 ມມ, ກ້ານຍາວ 2 ມມ ຍາວ 9-10 ເສັ້ນ, ມີຂົນ, ເມັດໄຂ່ກົມ, ມີ 25 ໄຂ່ຕໍ່ຫ້ອງ. ຊໍ່ພວງໝາກ ກ້ານຂະໜາດ 3-4 x 5 ມມ, ສີແດງປົນສີນ້ຳຕານ, ກ້ຽງ. ໝາກຮູບໄຂ່, ຂະໜາດ 2 x 1-15 ມມ, ສີແດງອົມນ້ຳຕານ.

ນິເວດວິທະຍາ ແລະ ການກະຈາຍພັນ: ເປັນພືດທີພົບຕາມສັ້ນພູ, ປ່າປະສົມປ່ຽນໃບ ຫຼື ປ່າເປີດແປ້ນ, ສາມາດເກິດໃນລະດັບສູງຈາກໜ້ານ້ຳທະເລປະມານ 1200-1523 ແມັດ ເປັນພືດທີ່ພົບໃນພາກເໜືອເຂດພູສູງ ເຊັ່ນ: ຜົ້ງສາລີ ພົບຢູ່ຕາມສາຍພູຖະແລງ, ຊຽງຂວາງພົບຢູ່ ບ້ານທ່າ ເປັນພືດທີຂ່ອນຂ້າງມີເຂດການກະຈາຍພັນຈຳກັດ ແຕ່ຄາດວ່າມີຢູ່ແຂວງຫົວພັນ, ຫຼວງພະບາງ ແລະ ອຸດົມໄຊ.

ສະພາບການອະນຸລັກ: IUCN, ນັກຄົ້ນຄວ້າພືດຊະນິດນີ້ໄດ້ລາຍງານຕໍ່ອົງການອະນຸລັກຂອງໂລກວ່າເປັນພືດທີ່ມີຄວາມສ່ຽງຕໍ່ການສູນພັນເພາະວ່າພື້ນທີ່ມີການກະຈາຍພັນຈຳກັດ ພ້ອມຍັງມີການປູກພືດກະສິກຳແບບຈຳນວນພື້ນທີກວ້າງ ເຊັ່ນການປູກກວ້ຍ, ປູກຢາງພາລາ, ເຊີ່ງມີຜົນກະທົບຕໍ່ພື້ນທີແຫຼ່ງທີ່ຢູ່ອາໄສຂອງມັນຈື່ງເປັນເຫດເຮັດໃຫ້ປະຊາກອນພືດຊະນິດຫຼຸດລົງ ອິກຢ່າງໜື່ງແມ່ນພືດຊະນິດມີການຂະຫຍາຍຕົວຊ້າໃນທຳມະຊາດ ແລະ ບໍ່ມີຄົນທົດລອງເອົາມາປູກເທື່ອ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງສູນພັນ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ພືດເປັນຢາ

ບັນຍາຍການນຳໃຊ້:

ການນຳໃຊ້: ໝາກສຸກສາມາດເອົາມາກິນໄດ້, ໝາກແກ່ສຸກເອົາມາຕາກແດດໃຫ້ແຫ້ງແລ້ວຕົ້ມນ້ຳດື່ມເພື່ອດັບກະຫາຍຄາຍຮ້ອນໄດ້ເປັນຢ່າງດີ. ລຳຕົ້ນໃບສາມາດເອົາມາຕົ້ມເປັນຢາຮົ່ມໄດ້.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
De Boer, H., Newman, M., Poulsen, A.D., Droop, A.J., Fér, T., Hien, L.T.T., Hlavatá, K., Lamxay, V., Richardson, J.E., Steffen, K. and Leong-Škorničková, J. 2018. Convergent morphology in Alpinieae (Zingiberaceae): Recircumscribing Amomum as a monophyletic genus. Taxon 67(1): 6–36.
Lamxay, V. and Newman, M.F. 2012. A revision of Amomum (Zingiberaceae) in Cambodia, Laos and Vietnam. Edinburgh Journal of Botany 69(1): 99-206. doi:10.1017/S0960428611000436.
Leong-Skornickova, J., Tran, H.D., Newman, M., Lamxay, V. & Bouamanivong, S. 2012. Amomum odontocarpum. The IUCN Red List of Threatened Species 2012: e.T202216A2739148. https://dx.doi.org/10.2305/IUCN.UK.2012-1.RLTS.T202216A2739148.en. Downloaded on 27 May 2020.
Wu, T.L. & Larsen, K. (2000). Zingiberaceae. In: Z.Y. Wu and P.H. Raven (eds) Flora of China. (24). Science Press. Beijing, pp. 322–377.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: