ເລກລຳດັບທີ: 2019
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-02-05
ໝາກແໜ່ງສາ
Mak Sa
Meistera chinensis (W.Y.Chun) Škorničk. & M.F.Newman
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
×
ຊື່ທ້ອງຖີ່ນ:
ຊື່ພ້ອງ
:
Amomum chinense W.Y.Chun
ສະກູນ:
Zingiberaceae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ເປັນພືດທີ່ມີເຫງົ້າເລື້ອຕາມພື້ນດິນ, ເຫງົ້າຢັ່ງລົງເລີກ, ເສັ້ນຜ່າສູນກາງ 0.4-2 ຊມ, ດ້ານໃນເປັນສີຂາວ. ຄວາມຍາວລະຫວ່າງຕົ້ນ 15-45 ຊມ, ມີເກັດຫຸ້ມຍາວ 1-4 ຊມ, ສີນ້ຳຕານ, ບາງຄ້າຍເຈ້ຍ, ດ້ານນອກ ແລະ ດ້ານໃນລຽບ, ປາຍແຫຼມ ຫຼື ຕັດພຽງ. ລຳຕົ້ນ ສູງປະມານ 3 ມ, ປະມານ 15 ໃບຕໍ່ຕົ້ນ, ໃບຈະນ້ອຍໄປຫາປາຍ, ກົກລຳຈະໃຫຍ່ມີເສັ້ນຜ່າສູນກາງ 1-1.5 ຊມ, ສີຂຽວ, ກ້ຽງ, ກາບໃບຫຸ້ມລຳຕົ້ນຈະເປັນຕານ່າງດ້ານນອກເປັນສີແດງ ແຕ່ດ້ານໃນກ້ຽງ. ລີ້ນໃບຍາວປະມານ 0.5 ຊມ, ສີແດງປົນສີນ້ຳຕານ, ມີຂົນຝອຍ, ບາງບ່ອນກ້ຽງ, ປາຍມົນ ຫຼື ວ້ຳເຂົ້າເລັກນ້ອຍ, ຂອບມີຂົນ. ກ້ານໃບສັ້ນ 0.5-1.2 ຊມ, ເປັນຮ່ອງກາງເຄີ່ງ, ສີຂຽວ, ເປັນຮ່ອງຮອຍ, ກ້ຽງ. ແຜ່ນໃບເປັນຮູບຂອບຂະໜາດ ຫຼື ຮູບຮີຍາວ, ຂະໜາດ 20-30 x 6-8 ຊມ, ກ້ຽງ, ດ້ານລຸ່ມມັກມີນວນສີຂາວ, ໂຄນໃບເປັນຮູບຫຼີ້ມ, ປາຍໃບຮຽວຍາວ, ຂອບໃບລຽບ, ເສັ້ນກ່າງກາງໃບຈະສັງເກດເຫັນຢູ່ດ້ານທ້ອງໃບ, ເສັ້ນໃບຂະແໜງສັງເກດເຫັນເປັນເງົາ. ຊໍ່ດອກເກິດຈາກເຫງົ້າໃຕ້ດິນ, ຫ່າງຈາກລຳຕົ້ນ 0.5 ຊມ, ມີ 2-3 ຊໍ່ຕໍ່ເຫງົ້າ. ສ່ວນພວງດອກເປັນຮູບຮີ ຫຼື ມົນກົມ, ເສັ້ນສູນກາງປະມານ 4 ຊມ, ມີດອກ 4 ດອກບານພ້ອມກັນ, ກ້ານຊໍ່ດອກຍາວ 14-20 ຊມ, ສີຂາວປົນນ້ຳຕານ, ກ້ຽງທີ່ໂຄນ, ມີຂົນທີ່ປາຍ. ມີກາບຫຸ້ມທີ່ກົກ, ຂະໜາດ 12-16 x 6 ມມ, ຮູບໄຂ່ກວ້າງ ເຖີງຮູບຂອບຂະໜານທີ່ປາຍ, 35-40 x 10-15 ມມ, ສີບົວຈາງ, ເປັນລາຍ, ກ້ຽງ. ໃບປະດັບຮູບເຮືອ ຫຼື ຮູບຂອບຂະໜາດ ຂະໜາດ 2-4 x 1-1.5 ຊມ, ເປັນສີຂຽວອ່ອນປົນສີບົວ ແລ້ວ ເປັນສີນ້ຳຕານ, ເປັນລາຍຊາ, ມີຂົນຢູ່ໂຄນ, ປາຍມົນ, ມີຂົນຕາມຂອບ ຫຼື ກ້ຽງ. ໃບປະດັບຍ່ອຍ ເປັນຫຼອດ ປາຍມີ 2 ແສກ, ສີບົວຈາງ, ເປັນແຜ່ນບາງຄ້າຍເຈ້ຍ, ເປັນລາຍ, ມີຂົນທີ່ໂຄນ, ຫຼອດຍາວ 1-1.2 ຊມ, ແສກຍາວ 5-6 ມມ, ປາຍແຫຼມ. ກາບເປັນຫຼອດ ປາຍ 3 ແສກ, ຂະໜາດ 15-17 x 4 ມມ, ສີບົວຈາງປົນສີນ້ຳຕານຈາງ, ກ້ຽງ, ດ້ານນອກມີຂົນນຸມທີ່ກົກ, ເປັນແຜ່ນບາງຄ້າຍເຈ້ຍ. ຫຼອດກາບຍາວ 10-12 ຊມ, ແສກຍາວ 2-3 ມມ, ປາຍແຫຼມ. ກີບດອກຍາວ 3-3.2 ຊມ, ສີບົວຈາງປົນສີຂາວ, ຫຼອດຍາວ 1.5 ຊມ, ເປັນລາຍ, ດ້ານນອກມີຂົນ, ກົກມີຂົນນູ້ມ, ດ້ານໃນກໍ່ມີຂົນຢູ່ໂຄນ, ແສກກີບຂ້າງຂະໜາດ 10-15 x 5-7 ມມ, ເປັນແຜ່ນບາງຄ້າຍເຈ້ຍ, ກ້ຽງ, ປາຍມົນກົງ, ແສກກີບກາງຂະໜາດ 15 x 8-10 ມມ, ເປັນແຜ່ນບາງ, ກ້ຽງ, ປາຍມົນ. ກີບປາກກົກສ້ວຍ, ເປັນສາມແສກ, ຍາວ 15 -17 ມມ, ສີບົວ ອົມສີຂາວ, ກາງເຄີ່ງມີຈຸດສີເຫຼືອງ, ມີເສັ້ນສີແດງຈຸດໆໄປຫາຂອບກີບ, ມີຂົນຢູ່ບໍລິເວນໂຄນ, ແຜ່ນບາງ, ປາຍວ້ຳ. ເກສອນເພດຜູ້ເປັນໜັນ ຮູບຂອບຂະໜານ, ຍາວ 2 ມມ, ສີຂາວ. ເກສອນຜູ້ ແປ, ຍາວ 3-4 ມມ, ສີຂາວ, ກ້ຽງ. ເກສອນຜູ້ຮູບຂອບຂະໜານ ຂະໜາດ 7-8 x 5 ມມ, ສີຂາວ, ກ້ຽງ, ເດືອຍມົນ, ກ້ຽງ ຂະໜາດ 5 x 2 ມມ, ສີຂາວ, ບາງຄ້າຍເຈ້ຍ. ຮ່ວງຮອງຮັບມົນກົມ, ກ້ຽງ, ປາຍມີຂົນຍ່ອຍ. ກ້ານຊູ່ຮວງຮອງຮັບ ກ້ຽງ. ເຕົ້າໄຂ່ ມີຂົນສີຂາວ, ໄຂ່ ກົມກ້ຽງ, ມີ 30 ໄຂ່ຕໍ່ຫ້ອງ. ພວງໝາກມີກ້ານຍາວ 15-20 x 0.3 ຊມ, ສີນ້ຳຕານ, ກ້ຽງ, ໝາກກົມ, ເສັ້ນຜ່າສູນກາງ 1-1.5 ຊມ, ມີຂົນສັ້ນ, ແປ, ໜາມບໍ່ແຕກຂະແໜງ, ເປັນດ່ຽວໆ. ກົກປາກສີຂາວຄຣິມ, ໝາກສູກສີແດງເຂັ້ມເມື່ອສຸກແລ້ວ. ເມັດກົມ ເສັ້ນຜ່າສູນກາງ 0.3 ຊມ, ສີເຫຼືອງອ່ອນ, ກ້ຽງ, 30 ເມັດຕໍ່ຫ້ອງ.
ນິເວດວິທະຍາ ແລະ ການກະຈາຍພັນ: ເປັນພືດທີມັກເກິດໃນເຂດຕໍ່າທີ່ເປັນປ່າປ່ຽນໃບ, ປ່າປະສົມ ຫຼື ບາງຄັ້ງມັກເກີດບ່ອນປ່າໂລ່ງແຈ້ງ, ຕາມແຄມທາງແຄມປ່າ ຫຼື ຕາມແຄມໄຮ່ນາ, ສາມາດເກີດໃນດີນເກີອບທຸກ, ດ້ວຍສະເພາະໃນດີນໜຽວປະສົມດີນຊາຍ, ຮາກຂອງມັນຈະເດີນໄດ້ດີ, ສາມາດຈະເລີນເຕີບໂຕໄດ້ໄວ້, ດອກຈະອອກປະມານເດືອນພືດສະພາ-ເດືອນກໍລະກົດ ຈະເລີ້ມເປັນໜາກໃນຊ່ວງເດືອນສີງຫາເປັນໝາກອ່ອນ, ໝາກສູກປະມານເດືອນຕຸລາຫາເດືອນທັນວາ, ເກີດຈາກລະດັບສູງຈາກໜ້ານ້ຳທະເລປະມານ 90-629 ມ. ເຂດກະຈາຍພັນສາມາດພົບໃນປະເທດເພື່ອນບ້ານເຊັ່ນ ຈີນ, ໄທ, ກຳປູເຈຍ, ຫວຽດນາມ, ສ່ວນລາວເຮົາກໍ່ພົບຢູ່ຫຼາຍແຂວງເຊັ່ນ: ອັດຕະປີ: ບ້ານບັກ, ພົບຢູ່ປ່າສະຫງວນດົງບັກ ແລະ ບ້ານຫຼັກ 62; ບໍລິຄຳໄຊພົບຢູ່ບ້ານຫາດໄຄ ແລະ ບ້ານນ້ຳພາວ; ຄຳມ່ວນ ພົບຢູ່ບ້ານໂພນທັນ, ບ້ານໝາກເຟືອງ ແລະ ບ້ານນາວາ; ສາລະວັນ ພົບຢູ່ບ້ານຄຳໂຕຍ; ສະຫວັນນະເຂດພົບຢູ່ບ້ານນາທອງ, ນະຄອນຫຼວງວຽງຈັນ ພົບຢູ່ບ້ານເພ້ຍລາດ, ບ້ານໂພ, ບ້ານດ່ານຊ້າງ.
ສະພາບການອະນຸລັກ: IUCN, ນັກຄົ້ນຄວ້າພືດຊະນິດໄດ້ປະເມີນວ່າພືດຊະນິດໄດ້ມີການພົບຢູ່ໃນພາກພື້ນຫຼາຍປະເທດ ແລະ ຍັງສາມາດເກີດໄດ້ໃນດິນເກືອບທຸກປະເພດ, ສະນັ້ນແລ້ວຈື່ງບໍ່ມີຄວາມສ່ຽງຕໍ່ການສູນພັນຫຼາຍປານໃດ, ແຕ່ພືດຊະນິດນີ້ສາມາດພັດທະນາເປັນເຄື່ອງປ່າຂອງດົງທີ່ມີການສົ່ງເສີມເພື່ອປູກເປັນສີນຄ້າ ແລະ ສາມາດພັດທະນາເປັນຜະລິດຕະພັນທາງດ້ານການຢາພື້ນເມືອງໄດ້ອີກດ້ວຍ.

ນິເວດວິທະຍາ
ເຂດກະຈາຍພັນໃນສາກົນ:
N/A
ເຂດກະຈາຍພັນໃນລາວ
:
ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະຂອງ IUCN
:
ມີຄວາມສ່ຽງໜ້ອຍສຸດ
ສະຖານະພາບການອະນຸຮັກຂອງປະເທດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ
ພືດເປັນຢາ
ບັນຍາຍການນຳໃຊ້:
ການນຳໃຊ້: ໝາກແໜ່ງສາເມື່ອສຸກຈະມີລົດຊາດສົ້ມຫວານ, ສາມາດກິນໄດ້, ເປືອກຂອງໝາກແໜ່ງສາມາດເອົາມາຕາກແຫ້ງແລ້ວເອົານຳມາຕົ້ມນໍ້າດື່ມເພື່ອເຮັດໃຫ້ຮ່າງກາຍກະຫາຍນ້ຳ, ເຮັດໃຫ້ຊຸ່ມຄໍ, ບຳລຸງແມ່ຢູ່ກຳໃຫ້ມີນ້ຳນົມ, ວີການນຳໃຊ້ສ່ວນຫຼາຍແມ່ນເຖີງລະດູເກັບກ່ຽວປະມານເດືອນຕຸລາ ໝາກຈະສຸກດີ ແລ້ວນຳເອົາມາລ້າງນ້ຳໃຊ້ສະອາດ ແລ້ວນຳເອົາໄປຕາກແດງຈົນແຫຼ້ງປະມານ 3-6 ວັນ, ເມື່ອແຫ້ງກໍ່ສາມາດເກັບໄດ້ຫຼາຍເດືອນ, ໝາກແໜ່ງສາ ພົບຄັ້ງທຳອິດແມ່ນຢູ່ປະເທດຈີນ ເຊີ່ງມັນໄດ້ເຂົ້າເປັນຢາພື້ນເມືອງຕຳລາຈີນຫຼາຍປະເພດເຊັ່ນ: ໃຊ້ເປັນເຄື່ອງເທດປູ່ງແຕ່ງອາຫານໃຫ້ມີລົດຊາດເຜັດຫອມ ເຊີ່ງເປັນທີ່ນີຍົມຂອງຊາວຈີນ ແລະ ພວກເຂົາເຈົ້າຮູ້ວ່າມັນສາມາດຊ່ວຍລົດຜ່ອນຄວາມຕືງຄຽດ, ລົງອາການປວດຫົວ ແລະ ອື່ນໆ. ແຕ່ໃນປະເທດລາວເຮົາມີພຽງແຕ່ເອົາໝາກແຫ້ງ ຫຼື ຮາກຂອງມັນມາຕົ້ມນ້ຳດື່ມເທົ່ານັ້ນ.
ໃນບ້ານ:
N/A
ລະດູ:
ການຄຸ້ມຄອງຈັດການ:
N/A
Value chains:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
De Boer, H., Newman, M., Poulsen, A.D., Droop, A.J., Fér, T., Hien, L.T.T., Hlavatá, K., Lamxay, V., Richardson, J.E., Steffen, K. and Leong-Škorničková, J. 2018. Convergent morphology in Alpinieae (Zingiberaceae): Recircumscribing Amomum as a monophyletic genus. Taxon 67(1): 6–36.
Lamxay, V. and Newman, M.F. 2012. A revision of Amomum (Zingiberaceae) in Cambodia, Laos and Vietnam. Edinburgh Journal of Botany 69(1): 99-206. doi:10.1017/S0960428611000436.
Leong-Skornickova, J., Tran, H.D., Newman, M., Lamxay, V. & Bouamanivong, S. 2019. Meistera chinensis. The IUCN Red List of Threatened Species 2019: e.T202202A132692912. https://dx.doi.org/10.2305/IUCN.UK.2019-3.RLTS.T202202A132692912.en. Downloaded on 27 May 2020.
Wu, T.L. & Larsen, K. (2000). Zingiberaceae. In: Z.Y. Wu and P.H. Raven (eds) Flora of China. (24). Science Press. Beijing, pp. 322–377.

ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: