ເລກລຳດັບທີ: 1975
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ປອມຊີດີນ
Star Grass
Hypoxis aurea Lour.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Chinese: 小金梅草 xiao jin mei caoEng: star lily, yellow starsViet: Hạ trâmไทย หญ้าดอกคำ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Asparagales
ຊື່ສະກຸນ
Hypoxidaceae
ສະກຸນ
Hypoxis
ຊະນິດ
Hypoxis aurea
ຊື່ພ້ອງ
Curculigo graminifolia Nimmo
Hypoxis frankquevillei Miq.
Hypoxis minor D.Don
ບັນຍາຍລັກສະນະທາງພືດສາດ
ເປັນພືດລົ້ມລູກຫາຍປີທີ່ມີຫົວຍາວຊີລົງໄປໃນດີນ, ມີພຽງໃບທີ່ພົ້ນຂື້ນຈາກດິນ. ຫົວໃຕ້ດີນເປັນຫຼອດຍາວ ປະມານ 5-10 ຊັິງຕິແມັດ, ເສັ້ນຜ່າສູນກາງປະມານ 3-7 ມີນລີແມັດ, ເປືອກນອກສີນ້ຳຕານ, ທາງດ້ານໃນສີຂາວອົມເຫຼືອງບາງຄັ້ງ. ປາຍຫົວຈະມີຮາກເປັນດີ້ວອອກມາປະມານ 4-9 ຮາກ. ໃບຈັບເປັນຈຸ້ມທີ່ປາຍຫົວ, ເປັນສ່ວນທີພົ້ນອອກຈາກໜ້າດີນ. ກ້ານໃບຈະຝັງດີນເລັກນ້ອຍ, ບາງເທື່ອເປັນສີຂາວອົມຂຽວຍາວ 2-3 ຊັງຕິແມັດ. ແຜ່ນໃບເປັນຮູບຮີແກມຮູບຂອບຂະໜານ. ໂຄນຮຽວຍາວ, ປາຍໃບຮຽວແຫຼມ, ຂອບໃບລຽບ, ແຜ່ນໃບເປັນວັກໆພັຍຢູ່ຕາມລວງຍາວ, ແຜ່ນໃບມີຂົນເລັກນ້ອຍ. ດອກອອກເປັນຊໍ່ທີ່ປາຍຫົວຊອກໃບ, ກີບດອກເປັນສີເຫຼືອງ ມີ 6 ກີບ, ຮູບຂອບຂະໜານ, ຍາວ 1 ຊັງຕິແມັດ, ກວ້າງ 2 ມີນລີແມັດ, ຂອບລຽບ, ປາຍມົນ. ເກສອນເພດຜູ້ 5 ອັນ ອອກສະຫຼັບຫວ່າງກັບກີບດອກ, ຖົງເກສອນຍາວເປັນແທ້ງ. ໝາກມົນກົມ, ເມັດສີດຳ.ນິເວດວິທະຍາ: ເປັນພືດທີ່ມັກເກີດໃນຊ່ວງລະດູຝົນທີ່ມີໃບເກີດແລ້ວກໍ່ມີເກີດດອກອອກພ້ອມ ເປັນພືດທີພົບຕາມປ່າທີໂລ້ງແຈ້ງຕາມປ່າແປກເກີດເປັນກຸ່ມ ຫຼື ເກີດອອກເປັນຫົວຕິດໆກັນ. ມັກເກີດໃນປະເພດດີນຊາຍປົນດີນດາກຕາມປ່າແປກໃນເຂດສູງ. ມັກເກີດດອກໃນຊ່ວງເດືອນພືດສະພາ ເຖີງກໍລະກົດ ເປັນໝາກແກ່ໃນເດືອນຕຸລາ ຫາ ພະຈິກ.ສະພາບການອະນຸລັກ: ມັກເກີດຕາມປ່າທົ່ວໄປເຮັດໃຫ້ປະຊາຊົນເກັບກູ້ມາຂາຍຈຳນວນຫຼວງຫຼາຍ ເຮັດໃຫ້ພົບຢູ່ຕາມຄັ່ງ ແລະ ໂຄກຈຳນວນຫຼຸດລົງ, ມີການຂຸດຄົ້ນຫົວຕາມທຳມະຊາດຢ່າງກວ້າງຂວາງ, ເປັນພືດທີ່ມີການຂະຫຍາຍຕົວຊ້າ, ເມື່ອມີການເກັບກູ້ຈຳນວນຫຼວງຫຼາຍເຮັດໃຫ້ມີຜົນກະທົບຕໍ່ປະຊາກອນຫຼຸດລົງ. ຖ້າມີການຄຸ້ມຄອງ ແລະ ເກັບກູ້ແບບມີກຳນົດ ຫຼື ເຮັດສວນສົ່ງເສີມເພື່ອປູກເປັນສີນຄ້າ ແລະ ຫາວິທີເຮັດເປັນຜະລິດຕະພັນຢາ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ໃນຢາພື້ນເມືອງຈິນໄດ້ບອກວ່າຫົວຂອງປອມຊະນິດນີ້ໄດ້ຖືກນຳໃຊ້ໃນການປີ່ນປົວໄສ້ເລື່ອນ ຫຼື ໄສ້ລົງຫຳ ແລະ ໝາກໄຂ່ໜັງຮ້ອນ, ແຕ່ຢ່າແຜນໄທໄດ້ມີການນຳໃຊ້ປີ່ນປົວສີວຟ້າ ແລະ ຈຸດດ່າງດຳ ໂດຍການສະກັດເອົານ້ຳມັນຫອມລະເຫີຍຈາກຫົວເພື່ອເຮັດເປັນຜະລິດຕະພັນເຄື່ອງສຳອາງອິກດ້ວຍ

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,