ເລກລຳດັບທີ: 1974
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ປອມຜັກຫວານ
Orange Solomon's Seal
Polygonatum kingianum Collett & Hemsl.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Chinese: 滇黄精 dian huang jingViet: Hoàng tinh, hoàng tinh hoa đỏ hay củ cơm nếpไทย: ว่านนางแลว
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Asparagales
ຊື່ສະກຸນ
Asparagaceae
ສະກຸນ
Polygonatum
ຊະນິດ
Polygonatum kingianum
ຊື່ພ້ອງ
Galium tuberosum Lour.
Polygonatum agglutinatum Hua
Polygonatum cavaleriei H.Lév.
Polygonatum darrisii H.Lév.
Polygonatum ericoideum H.Lév.
Polygonatum esquirolii H.Lév.
Polygonatum huanum H.Lév.
Polygonatum kingianum var. cavaleriei (H.Lév.) C.Jeffrey & McEwan
Polygonatum kingianum var. ericoideum (H.Lév.) C.Jeffrey & McEwan
Polygonatum kingianum var. grandifolium D.M.Liu & W.Z.Zeng
Polygonatum kingianum var. uncinatum (Diels) C.Jeffrey & McEwan
Polygonatum uncinatum Diels
Polygonatum vietnamicum L.I.Abramova
ບັນຍາຍລັກສະນະທາງພືດສາດ
ເປັນພືດລົ້ມລຸກຫາຍປີມີຫົວໃຕ້ດິນທີ່ເປັນຂໍ້ຕໍ່ໆກັນ ແຕກອອກເປັນເຫງົ້າຂະແໜງ, ລະຫວ່າງຂໍ້ຈະກີ້ວເຂົ້າ, ສີຫົວທາງດ້ານນອກຈະເປັນສີເທົາອົມເຫຼືອງເລັກນ້ອຍ, ແຕ່ທາງດ້ານໃນສີຂາວ ຫຼື ສີເຫຼືອງອ່ອນ. ລຳຕົ້ນເກີດທີ່ປາຍເຫງົ້າແລ້ວແຕກໜໍ່ເປັນລຳຂື້ນ, ສູງປະມານ 2 ແມັດ, ລຳຕົ້ນກົມກ້ຽງ, ເປັນທ້ອນກົມຍາວ, ມີຂໍ້ຍາວປະມານ 15 ຊັງຕິແມັດ, ຂໍ້ຈະເປັນບ່ອນເກີດຂອງໃບ. ໃບອອກອ້ອມລຳຕົ້ນບ່ອນຂໍ້ຂອງລຳຕົ້ນ ມີ 6 ໃບ, ກ້ານໃບເປັນສີແດງ, ສັ້ນ ແລະ ແປ, ກ້ຽງ, ແຜ່ນໃບຮູບຂອບຂະໜານກວ້າງປະມານ 6-10 ມີນລີແມັດ, ຍາວປະມານ 10-16 ຊັງຕິແມັດ, ຜີວໃບດ້ານເທີງສີຂຽວເຂັ້ມ, ດ້ານລຸ່ມສີຂຽວຈາງ, ທັ້ງສອງດ້ານກ້ຽງ, ຂອບໃບລຽບ, ປາຍໃບແຫຼມ. ດອກອອກເປັນກະຈຸ້ມທີ່ຂໍ້ທີ່ຊອກໃບ, ກ້ານດອກກ້ຽງ, ສີແດງ, ຍາວ ປະມານ 7-14 ມີນລີແມັດ, ດອກເປັນຮູບລະຄັງກົມ, ສີແດງ, ປາຍສີຂຽວ. ມີແສກຍາວ 3-6 ມີນລີແມັດ, ກ້ານເກສອນຍາວ 2-6 ມີນລີແມັດ, ກົມຍາວ, ມີຂົນກະຈາຍຢູ່ເລັກນ້ອຍ. ຖົງລະອອງເກສອນຍາວ 4-6 ມີນລີແມັດ, ຮູບໄຂ່, ສີເຫຼືອງ. ເຕົ້າໄຂ່ ກ້ຽງ, ກ້ານຊູ້ຄໍເຕົ້າໄຂ່ຍາວ 6-14 ມີນລີແມັດ, ກ້ຽງ, ໝາກກົມກ້ຽງ ເມື່ອສຸກແກ່ນເປັນສີດຳ. ນິເວດວິທະຍາ ແລະ ສະພາບທຳມະຊາດ: ໃນທຳມະຊາດແລ້ວຫົວປອມຊະນິດນີ້ຈະເກີດຕາມປ່າດົງດິບແລ້ງ ຢູ່ບ່ອນມີຮົ່ມໃຕ້ກ້ອງໄມ້ໃຫຍ່, ໃນດີນທີ່ອຸດົມສົມບູນຈາກການທັບຖົມຂອງໃບໄມ້ ບາງເທື່ອກໍ່ພົບຕາມແຄມປ່າທີ່ມີອາກາດໂປ່ງ ແລະ ໂລ່ງແຈ້ງ, ແຕ່ພືດຊະນິດນີ້ມັກເກີດບ່ອນພູສູງ, ອາກາດເຢັນດີ.ສະພາບການອະນຸລັກ: ປອມຫວານໃຈແມ່ນເກັບກູ້ຫົວຢູ່ໃຕ້ດີນໂດຍເອົາສ່ຽມ ຫຼື ຈອມ ຂຸດເອົາຫົວເພື່ອໄປຂາຍ, ສະນັ້ນເມື່ອຂຸດຄົ້ນຈຳນວນຫຼາຍເຮັດໃຫ້ປອມຊະນິດນີ້ຂະຫຍາຍຕົວໃນທຳມະຊາດບໍ່ພຽງພໍ່ຕໍ່ກັບຄວາມຕ້ອງການໃນສັງຄົມ ເຮັດໃຫ້ພືດຊະນິດກໍ່ເລີ່ມຫາຍາກໄດ້ເຊັ່ນດຽວກັບເຄື່ອງປ່າຂອງດົງອື່ນໆ ຖ້າມີການປູກເພື່ອເປັນສີ້ນຄ້າໜ້າຈະດີກວ່າໄປຂຸດຄົ້ນຢູ່ປ່າມາຂາຍເພາະວ່າພືດຊະນິດສາມາດປູກໄດ້ ໂດຍການໃສ່ແກ່ນ ແລະ ຫົວເຫງົ້າຂະໜາດນ້ອຍ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ຫົວຂອງປອມຫວານໃຈໄດ້ຖືກນຳໃຊ້ເປັນຢາບຳລູງກຳລັງ ແກ້ໄຂບັນຫາຂອງປອດ ແລະ ຂີ້ກາກ. ຫົວຂອງມັນຈະມີລົດຊາດຫວານມີຄຸນນະສົມບັດໃນການຄວບຄູມສາມລະບົບຄື ມ້າມ, ປອດ ແລະ ໄຕ. ຫົວມີທາດທີ່ສຳຄັນໃນການບຳລັງລ້ຽງມ້າມ ແລະ ໄຕໃຫ້ມີຄວາມຊຸ່ມຊື່ນຕະຫຼອດວ່າເວລາ, ມີນ້ຳມັນຫອມລະເຫີຍຈາກຫົວປອມຫວານໃຈສາມາດປັບສະພາບໃນປອດມີຄວາມສົມດູນ, ເຮັດໃຫ້ຜິວພັນຊຸ່ມຊື່ນ, ປາກບໍ່ແຫ້ງເກີນໄປ. ຍັງສາມາດປົວພະຍາດຫຼາຍອັນເຊັ່ນ: ເຖົ້າກ່ອນໄວອັນຄວນເຊັ່ນ: ຕາມົວ, ຜົມຫງອກ, ຫູອື້, ເຈັບປວດຕາມຄໍ້ ແລະ ຫົວເຄົ້າ, ນອກນັ້ນສາມາດປົວພະຍາດຜິວໜັງເຊັ່ນ: ກາກ ແລະ ກ້ຽນ. ສາມາດເອົາຫົວທີ່ຕາກແຫ້ງແລ້ວປະມານ 10-15 ກຣາມ ຫຼື ຫົວສົດ 30 ກຣາມນຳເອົາມາຕົ້ມນ້ຳດື່ມ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,